ຫວຽດ​ນາມ​ຈະ​ພັດ​ທະ​ນາ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

15:26 | 02/02/2021

ໜັງສືພິມ NewstraitsTimes (ມາເລເຊຍ) ສະບັບອອກໃນວັນທີ 1 ກຸມພາ ໄດ້ຊີ້ແຈ້ງວ່າ ແຜນນະໂຍບາຍຕ້ານການສໍ້ລາດບັງຫຼວງ ຢ່າງເດັດຂາດຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫວຽດນາມ ແລະ ສະມາຊິກພັກເປັນສ່ວນຫຼາຍ.

ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຊຸດ​ຍູ້​ການ​ເຈ​ລະ​ຈາ​ຂອງ WTO ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສິນ​ໃນ​ນ້ຳ​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ
ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ໄດ້​ສ້າງ​ພື້​ນ​ຖານ​ພັດ​ທະ​ນາ​ເປັນ​ຢ່າງ​ຍິ່ງ​ໃຫ້​ແກ່​ເສດ​ຖະ​ກິດ ຫວຽດ​ນາມ
ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ
ໜັງສືພິມ Asahi ຂອງ ຍີ່ປຸ່ນ ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13ຂອງພັກກອມມູນິດ ຫວຽດນາມ

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ NHK ເນັ້ນໜັກວ່າ: ຫວຽດນາມ ໄດ້ຍົກອອກບັນດານະໂຍບາຍໃໝ່ໃນການພັດທະນາປະເທດຊາດ ແລະ ຄັດເລືອກເອົາສະມາຊິກຄະນະການນຳໃໝ່. ໃນກອງປະຊຸມຖະແຫຼງຂ່າວ ພາຍຫຼັງກອງປະຊຸມໃຫຍ່ໄດ້ອັດລົງ, ທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ຖືວ່າ 5 ປີຈະມາເຖິງ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າ ຈະເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັກສາການເຕີບໂຕເສດຖະກິດຢູ່ລະດັບ 6,5 – 7%.

ໜັງສືພິມ Asahi ກໍ່ໄດ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13ຂອງພັກກອມມູນິດ ຫວຽດນາມ, ໃນນັ້ນເນັ້ນໜັ້ກວ່າ ໃນອາຍຸການຈະມາເຖິງ, ຫວຽດນາມ ຈະສຸມໃສ່ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ ໃນໄລຍະເກີດໂລກລະບາດ.

ສື່ເອເລັກໂຕນິກ Jiji Press ໄດ້ໃຫ້ຂໍ້ສັງເກດວ່າ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກສະມາຊິກພັກຫຼາຍສະຫາຍ ຍ້ອນວ່າ ໃນຊຸມປີຜ່ານມາ ທ່ານໄດ້ຊີ້ນຳນຳພາ ຜົນວຽກງານຮັກສາການເຕີບໂຕເສດຖະກິດຢູ່ລະດັບສູງ ແລະ ຄວບຄຸມໂລກລະບາດໂຄວິດ - 19ຢ່າງສຳເລັດ.

ສ່ວນໜັງສືພິມ NewstraitsTimes (ມາເລເຊຍ) ສະບັບອອກໃນວັນທີ 1 ກຸມພາ ໄດ້ຊີ້ແຈ້ງວ່າ ແຜນນະໂຍບາຍຕ້ານການສໍ້ລາດບັງຫຼວງ ຢ່າງເດັດຂາດຂອງທ່ານເລຂາທິການໃຫຍ່ ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບການສະໜັບສະໜູນຈາກປະຊາຊົນຫວຽດນາມ ແລະ ສະມາຊິກພັກເປັນສ່ວນຫຼາຍ.

ໃນຂະນະນັ້ນ, ສຳນັກຂ່າວສານ Yonhap (ສ.ເກົາຫຼີ) ໄດ້ວິເຄາະຕໍ່ໝາກຜົນຂອງກອງປະຊຸມໃຫຍ່ທີ່ ສະແດງໃຫ້ເຫັນວ່າ ຫວຽດນາມ ພວມຖືສະຖຽນລະພາບຂອງລັດເປັນສຳຄັນ. ຫວຽດນາມຈະຮັກສາຫຼັກໝັ້ນ ແລະ ນະໂຍບາຍໃນປັດຈຸບັນ, ເປີດປະຕູກັບໂລກພາຍນອກ ແລະ ດຶງດູດການລົງທຶນຈາກຕ່າງປະເທດເພື່ອເປັນກຳລັງໜູນໃນການຊຸກຍູ້ການເຕີບໂຕເສດຖະກິດ.

ວັນທີ 1 ກຸມພາ, ສຳໜັກຂ່າວສານ Reuters (ອັງກິດ) ກໍ່ໄດ້ລົງຂ່າວກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນນັ້ນ ພິເສດໄດ້ເຕື້ອງເຖິງເປົ້າໝາຍຟື້ນຟູເສດຖະກິດ ຂອງ ຫວຽດນາມໃນໄລຍະ 5 ປີຈະມາເຖິງໂດຍອີງໃສ່ການປະສານສົມທົບ ເຊິ່ງມີການປັບປຸງລະຫວ່າງບັນດາຂໍ້ຕົກລົງດ້ານການຄ້າເສລີ, ຊຸກຍູ້ບົດບາດຂອງເສດຖະກິດເອກະຊົນ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ.

ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ

ໜັງສືພິມ ປະເທດລາວ ສະບັບອອກວັນທີ 28 ມັງກອນ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສ້າງຂີດໝາຍແຫ່ງການພັດທະນາຢ່າງແຮງຂອງພັກກອມມູນິດ ຫວຽດນາມ”.

ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ ທຸກ​ເປົ້າ​ໝາຍ​​ເຄື່ອນ​ໄຫວ​ຂອງ ຫວຽດ​ນາມ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍຕ້ອງຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”; “ຕ້ອງມີຄວາມເຊື່ອໝັ້ນ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຢຶດໝັ້ນປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ ແລະ ປະຊາຊົນຊົມໃຊ້” ຢ່າງເລິກເຊິ່ງ.

ຫວຽດ ນາມ ຈະ ພ ດ ທະ ນາ ກ ວາ ອ ກ ໃນ ໄລ ຍະ ຈະ ມາ ເຖ ງ ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.