ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ໄດ້​ສ້າງ​ພື້​ນ​ຖານ​ພັດ​ທະ​ນາ​ເປັນ​ຢ່າງ​ຍິ່ງ​ໃຫ້​ແກ່​ເສດ​ຖະ​ກິດ ຫວຽດ​ນາມ

13:00 | 30/01/2021

ຕອນເຊົ້າວັນທີ 28 ມັງກອນ, ເມື່ອສະເໜີບົດປະກອບຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມ ໄດ້ເນັ້ນໜັກ ວ່າ: ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ. 

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສື່ມວນ​ຊົນ​ລາວ ຢັ້ງ​ຢືນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ສ້າງ​ຂີດໝາຍ ແຫ່ງ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ ຫວຽດ
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ຫວຽດ​ນາມ​ໄດ້​ກາຍ​ເປັນ​ຈຸດ​ພົ້​ນ​ເດັ່ນ​ຂອງ​ອາ​ຊີ

ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ພາຍຫຼັງ 35 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ຫຼວງໃນວິວັດແຫ່ງການຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ນຳຫວຽດນາມ ກາຍເປັນປະເທດທີ່ມີລາຍຮັບປານກາງລະດັບຕ່ຳ ແລະ ນັບມື້ນັບເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກ ຢ່າງເລິກເຊິ່ງກ້ວາງຂວາງ. ທ່ານກ່າວວ່າ:

ຜົນງານແຫ່ງການປ່ຽນແປງໃໝ່ ໄດ້ສ້າງພື້ນຖານພັດທະນາເປັນຢ່າງຍິ່ງໃຫ້ແກ່ເສດຖະກິດ ຫວຽດນາມ. ໃນນັ້ນ, ຂົງເຂດອຸດສາຫະກຳ ໄດ້, ກຳລັງ ແລະ ຈະສືບຕໍ່ສວມບົດບາດສຳຄັນພິເສດ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ແລະ ປະຕິບັດເປົ້າໝາຍ ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ.

ຜົນ​ງານ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ໄດ້​ສ້າງ​ພື້​ນ​ຖານ​ພັດ​ທະ​ນາ​ເປັນ​ຢ່າງ​ຍິ່ງ​ໃຫ້​ແກ່​ເສດ​ຖະ​ກິດ ຫວຽດ​ນາມ
ທ່ານ ເຈິ່ນຕວັນແອັງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະການຄ້າ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ (ພາບ:qdnd.vn)

ມາຮອດປັດຈຸບັນ, ຫວຽດນາມໄດ້ບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາປະເທດທີ່ມີ ພື້ນຖານ ຂຶ້ນກັບກຸ່ມ ບັນດາປະເທດທີ່ມີກຳລັງຄວາມສາມາດໃນການແກ້ງແຍ່ງຢູ່ລະດັບປານກາງລະດັບສູງ, ຫຍັບໃກ້ເຂົ້າກັບ ກຸ່ມ 4 ປະເທດ ທີ່ມີກຳລັງຄວາມສາມາດແກ້ງແຍ່ງດີທີ່ສຸດໃນກຸ່ມອາຊຽນ.

ຕາມທ່ານ ເຈິ່ນຕວັນແອັງ ແລ້ວ, ສະພາບການໂລກຄືໃນປັດຈຸບັນ ພວມກໍ່ສິ່ງທ້າທາຍທີ່ຍິ່ງໃຫຍ່ ໃຫ້ຫວຽດນາມ ແຕ່ກໍ່ສ້າງກາລະໂອກາດດີເພື່ອສາມາດຍາດແຍ່ງ ເພື່ອຮັດແຄບຊ່ອງວ່າງໃນການພັດທະນາ ແລະ ບືນຕົວຂຶ້ນຢ່າງແຮງ.

ທ່ານລັດຖະມົນຕີໄດ້ຢັ້ງຢືນວ່າ ຂະແໜງອຸດສາຫະກຳ ການຄ້າ ຈະສືບຕໍ່ມານະພະຍາຍາມ, ສຸ້ຊົນ, ເສີມຂະຫຍາຍ ຈິດໃຈເປັນເຈົ້າການ, ປະດິດຄິດສ້າງ ກ່ວາອີກ ເພື່ອປະຕິບັດເປົ້າໝາຍມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໃຫ້ສຳເລັດຜົນ.

ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ກະ​ທຳ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ແມ່ນ​ພື້ນ​ຖານ​ເພື່ອ​​ປັບ​ຕົວ​ໃຫ້​ແທດ​ເໝາະກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຫງວຽນ​ຊວັນ​ຟຸກ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ສືບ​ຕໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຫັນ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກາຍ​ເປັນ​ໂອ​ກາດ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ແກ່​ທຸກ​ຄົນ.

ນັກ​ຊ່ຽວ​ຊານ​ສາ​ກົນ​ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ສ້າງ​ອິນ​ທິ​ພົນ​ຊື່​ສຽງໃຫ້​ແກ່ ຫວຽດ​ນາມ

ໃນສະພາບການ ຫວຽດນາມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ບັນດານັກຊ່ຽວຊານ ແລະ ສື່ມວນຊົນສາກົນ ໄດ້ຕີລາຄາກ່ຽວກັບບັນດາຜົນສຳເລັດ ທີ່ສ້າງອິດທິພົນຊື່ສຽງໃຫ້ແກ່ ຫວຽດນາມ.

ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.