ສະຫລອງວັນຊາດ ສປປ ເກົາຫລີ ຄົບຮອບ 70 ປີ

15:21 | 07/09/2018

ໃນວັນທີ 6 ກັນຍາ 2018, ສະຖານທູດ ສປປ ເກົາຫລີ ປະຈຳ ສປປ ລາວ ​ໄດ້ເປັນເຈົ້າພາບຈັດງານລ້ຽງ ສະເຫລີມສະຫລອງວັນຊາດ ສປປ ເກົາຫລີ ຄົບຮອບ 70 ປີ ຢູ່ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ທູ ຕານຸທຸດ ແລະ ຜູ້​ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.


ສະຫລອງວັນຊາດ ສປປ ເກົາຫລີ ຄົບຮອບ 70 ປີ

ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈຳ ສປ ປ ລາວ.

​ໂອກາດ​ດັ່ງ​ກ່າວ, ທ່ານ ລີ ຢົງ ຊົນ ເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈຳ ສປ ປ ລາວ ໄດ້​ຍົກ​ໃຫ້​ເຫັນມູນ​ເຊື້ອ ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍ ຕົວຂອງ ສປປ ​ເກົາຫລີ ​​ຕະຫລອດ​ໄລຍະ 70 ປີທີ່​ຜ່ານ​ມາ, ​ເຊິ່ງ ສປປ ​ເກົາຫລີ ​ໄດ້​ຜ່ານ​ຜ່າ​ອຸປະສັກ ​ແລະ ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກ​ຈັກກະພັດ ຈົນ​ສາມາດ​ຍາດ​ໄດ້​ໄຊ​ຊະ​ນະ ​ແລະ ປະກາດ​ສະຖາປະນາ ສປປ ​ເກົາຫລີ ​ໃນ​ວັນ​ທີ 9 ກັນຍາ 1948. ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ ສປປ ​ເກົາຫລີ ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ເມືອງ​ແນວ​ຄິດ, ດ້ານ​ການ​ທະຫານ ​ແລະ ຢຶດໝັ້ນ​ນະ​ໂຍບາຍ​ຍຸດ​ທະ​ສາດ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ ທັງ​ດ້ານ​ນິວ​ເຄລຍ ​ແລະ ​ເສດຖະກິດ. ພ້ອມ​ນັ້ນ, ທ່ານ ຍັງໄດ້ຍົກ​ໃຫ້​​ເຫັນ​ເຖິງຄຸນງາມຄວາມດີ ຂອງບັນດາຜູ້ນໍາທີ່ໄດ້ປະກອບສ່ວນ ເຂົ້າໃນການ ສ້າງສາພັດທະນາປະເທດຊາດ, ເສດຖະກິດ-ສົງຄົມ, ສ້າງຄວາມເຂັ້ມແຂງ ທາງດ້ານວຽກ​ງານປ້ອງກັນຊາດ, ຢຶດໜັ້ນແນວທາງເອກະລາດ ​ແລະ ອື່ນໆ.

ທ່ານ ລີ ຢົງ ຊົນ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ ສາຍ​ພົວພັນ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ເກົາຫລີ-ລາວ ທີ່​ໄດ້​ໃຫ້ການ​ສະໜັບ ສະໜູນ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນຕະຫລອດ​ມາ, ​ເປັນ​ປະ​ເທດ​ເພື່ອນ​ມິດ​ທີ່​ມີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງ​ໃກ້ຊິດ ​ແລະ ສືບ​ຕໍ່​ຮ່ວມ​ມື​ກັນ​ຕໍ່ສູ້​ເພື່ອ​ສັງຄົມ​ນິຍົມ ​ແລະ ອຸດົມ​ການ​ອັນ​ດຽວ​ກັນ​ໃນ​ປັດ ຈຸບັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.