ສະຫລອງວັນຊາດ ມາເລເຊຍ ຄົບຮອບ 61 ປີ

17:48 | 07/09/2018

ໃນວັນທີ 7 ກັນຍາ 2018, ສະຖານທູດມາ​ເລ​ເຊຍ ປະຈຳ ສປປ ລາວ ​ໄດ້ເປັນເຈົ້າ ພາບຈັດງານລ້ຽງ ສະເຫລີມສະຫລອງວັນຊາດ ມາ​ເລ​ເຊຍ ຄົບຮອບ 61 ປີ ​ແລະ ສະ​ເຫລີ​ມສະຫລອງ​ຄົບຮອບ 52 ປີ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ມາ​ເລ​ເຊຍ ແລະ ລາວ ຢູ່ນະຄອນຫລວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ ກະຊວງ ​​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້​ຕາງໜ້າອົງການ ຈັດຕັ້ງ ສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ສະຫລອງວັນຊາດ ມາເລເຊຍ ຄົບຮອບ 61 ປີ

ພາບຈັດງານລ້ຽງ ສະເຫລີມສະຫລອງວັນຊາດ ມາ​ເລ​ເຊຍ ຄົບຮອບ 61 ປີ ​ແລະ ສະ​ເຫລີ​ມສະຫລອງ​ຄົບຮອບ 52 ປີ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລະຫວ່າງ ມາ​ເລ​ເຊຍ ແລະ ລາວ. (ພາບ: ຂປລ)

​ໂອກາດ​ດັ່ງ​ກ່າວ, ທ່ານ ​ໂໝດ ​ໄອ​ນີ ອາ​ຕັນ (Mohd Aini Atan) ​ເອກ​ອັກຄະລັດຖະທູດ ມາ​ເລ​ເຊຍ ປະຈຳ ສປປ ລາວ, ​ໄດ້​ກ່າວ​ເຖິງວິວັດທະນາ​ການ​ຂອງ​ການ​ພັດທະນາ, ການ​ເຕີ​ບ​ໃຫຍ່​ຂະຫຍາຍຕົວຢ່າງ​ຕໍ່​ເນື່ອງ ຂອງ​ມ​າລາ​ເຊຍ ​​​ໃນ​ໄລຍະ​ຜ່ານ​ມາ, ​ເຊິ່ງປັດຈຸບັນ​ ​ມ​າ​ເລ​ເຊຍ ​ໄດ້ປະສົບ​ຜົນສຳ​ເລັດ ​ໃນ​ການຈະ​ເລີ​ນ​ເຕີບ​​ໂຕ ​ໃນ​ຮູບ​ແບບ​ທີ່​ມີ​ຄວາມ​ສົມ​ບູນຢ່າງ​ຍືນ​ຍົງ ​ແລະ ຄົບ​ວົງ​ຈອນ.

ທ່ານ ​ໂໝດ ​ໄອ​ນີ ອາ​ຕັນ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ ສາຍ​ພົວພັນ​ມິດຕະພາບ ​ແລະ​ ການ​ຮ່ວມ​ມື​ ລະຫວ່າງ​ສອງ​ປະ​ເທດ ມາ​ເລ​ເຊຍ ​ແລະ ລາວ ຕະຫລອດ ​ໄລຍະ 52 ປີ​ ​ໄດ້​ມີ​ຄວາມສຳ​ພັນ​ຢ່າງໃກ້​ຊິດ ​ແລະ ຮ່ວມ​ມື​ກັນຕະຫລອດ​ມາ ​ແລະ ທີ່ຈະສືບຕໍ່ເສີມສ້າງ, ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ. ນອກຈາກ​ນີ້, ລັດຖະບານ​ມາ​ເລ​ເຊຍ ຍັງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ດ້ານການພັດທະນາ​ ຊັບພະຍາກອນ​ມະນຸດ, ຊ່ວຍ​ເຫລືອຜູ້​ປະສົບ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ​ດ້ານ​ອື່ນໆ ​​ແກ່ ສປປ ລາວ.

ທ່ານ​ທູດ ​ກ່າວ​ຕື່ມ​ວ່າ: ໃນດ້ານ​ການ​​ຄ້າ ​ແລະ ການ​ລົງທຶນ. ປັດຈຸບັນ ມາ​ເລ​ເຊຍ ຈັດ​ເປັນອັນ​ດັບ​ທີ 4 ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ທີ່​ມາ​ລົງທຶນ​ໃນ ສປປ ລາວ, ​ເຊິ່ງມູນ​ຄ່າ​ການ​ຄ້າສອງ​ຝ່າຍ ​ໄດ້​ສືບ​ຕໍ່​ຂະຫຍາຍຕົວ​ເປັນ​ຕົ້ນ​​ແມ່ນ ​ເສດຖະກິດ​ພິ​ເສດ ​ແລະ ​ເຂດ​​ເສດຖະກິດ​ສະ​ເພາະ, ທະນາຄານ ​ແລະ ບໍລິການ​ດ້ານ​ການ​ເງິນ, ປະກັນ​ໄພ, ທ່ອງ​ທ່ຽວ, ການ​ຜະລິດ, ການ​ສຶກສາ, ບໍ່​ແຮ່, ກໍ່ສ້າງ, ​ໄຟຟ້າ​ພະລັງງານ​ນ້ຳ, ກະສິກຳ, ການ​ຄ້າ, ທີ່​ປຶກສາ​ ​ແລະ ອື່ນໆຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.