ເວທີປາໄສ CLMVT Forum 2018 ໄຂຂຶ້ນຢ່າງເປັນທາງການ

19:56 | 17/08/2018

ໃນວັນທີ 16 ສິງຫາ 2018 ທີ່ບາງກອກ, ປະ​ເທດ​ໄທ, ເວທີປາໄສ CLMVT Forum 2018 ໄດ້ໄຂຂຶ້ນຢ່າງເປັນທາງການພາຍ​ໃຕ້ຫົວ​ຂໍ້ CLMVT ກ້າວ​ຂຶ້ນ​ສູ່​​ເຕັກ​ໂນ​ໂລ​ຢີ (CLMVT Taking-Off Through Technology) ເພື່ອເພີ່ມທະວີການຮ່ວມມືສົ່ງເສີມທາງດ້ານການຄ້າ ແລະການລົງທຶນດ້ວຍ​ລະບົບ​ດິຈິ​ຕອນຢູ່​ໃນປະເທດພາກ​ພື້ນ​ແມ່​ນ້ຳຂອງ, ​ໂດຍ​ມີ ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ ​ແລະໄທ (CLMVT)​.

ເວທີປາໄສ CLMVT Forum 2018 ໄຂຂຶ້ນຢ່າງເປັນທາງການ

ບັນດາຜູ້ນຳຂອງປະເທດຕ່າງໆເຂົ້າຮ່ວມກອງປະຊຸມ.

ໃຫ້ກຽດເຂົ້າຮ່ວມໂດຍ, ທ່ານພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ລາຊະອານາຈັກໄທ, ທ່ານ ສົນທິລາ ສົນທິ ຈິລະວົງ ລັດຖະມົນຕີກະຊວງການຄ້າຂອງໄທ, ພ້ອມຕາງໜ້ານັກທຸລະກິດຈາກປະເທດ CLMVT ຫຼາຍ​ກວ່າ 700 ທ່ານ​.

ຈຸດປະສົງ​ຂອງ​ເວທີປາໄສຄັ້ງນີ້, ​ ແມ່ນ​ເພື່ອ​ເປັນ​ເວທີ​ປຶກສາ​ຫາລື​ຂອງ​ຜູ້ນຳ​ລະດັບ​ສູງຈາກ​ພາກ​ລັດ ​ແລະພາກເອກະ​ຊົນລວມ​ເຖິງ​ນັກວິຊາການຈາກປະ​ເທດ CLMVT​ ໃນ​ການ​ສົ່ງ​ເສີມ ​ແລະພັດທະນາຄວາມ​ສຳພັນ​ທາງ​ດ້ານເສດຖະກິດ​ການ​ຄ້າ ແລະການ​ລົງ​ທຶນ​ເພື່ອ​ກ້າວ​ສູ່​ຕະຫຼາດ​ໂລກ ​ແລະຈະ​ເລີ​ນກ້າວໜ້າ​ໄປ​ພ້ອມ​ກັນ ​ແລະທັງ​ເປັນ​ການ​ເສີມ​ສ້າງ​ບົດບາດ​ຂອງ​ປະ​ເທດ CLMVT​ ໃນ​ການ​ເປັນ​ສູນ​ກາງ​ເສດຖະກິດ​ຂອງ​ອາ​ຊຽນ.

ເວທີປາໄສ CLMVT Forum 2018 ໄຂຂຶ້ນຢ່າງເປັນທາງການ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ.

​ທ່ານພົນ​ເອກ ​ປະຍຸດ ຈັນ​ໂອຊາ ​ໄດ້​ກ່າວ​ວ່າ: ເວທີປາໄສ​ CLMVT 2018 ​ແມ່ນ​ເພື່ອ​ຂັບ​ເຄື່ອນ​ການເຊື່ອມ​ໂຍງທີ່​ບໍ່ມີ​ຮອຍ​ຕໍ່​ໃນ​ທຸກ​ດ້ານ​ລະຫວ່າງບັນດາ​ປະ​ເທດ CLMVT. ນອກຈາກ​ນັ້ນ, ​ຍັງ​ເປັນ​ການ​ເຊື່ອມ​ໂຍງບັນດາ​ນັກທຸລະກິດ​ທີ່​ໂດດ​ເດັ່ນ, ຜູ້​ປະກອບ​ການ​ໜຸ່ມ​ນ້ອຍ, ນັກ​ກົດໝາຍ ​ແລະ​ສະ​ຖາ​ບັນ​ທີ່​ມີ​ຊື່​ສຽງ​ຈາກ​ປະ​ເທດ CLMV. ທ່ານກ່າວຕື່ມວ່າການ​ໃຊ້​ປະ​ໂຫຍ​ດຈາກ​ຄວາມ​ກ້າວໜ້າ​ທາງ​ເຕັກ​ໂນ​ໂລ​ຢີ, ໂດຍ​ສະ​ເພາະ​ດິຈິ​ຕອນໃນ​ການ​ເຊື່ອມ​ໂຍງສ້າງໂອກາດ ​ແລະມູນ​ຄ່າ​ມະຫາສານ​ໃຫ້​ກັບ​ເສດຖະກິດຈົນ​ກາຍ​ເປັນ​ເຄື່ອງມື​ສຳຄັນ​ໃນການພັດທະນາເສດຖະກິດ CLMVT ທຸກ​ລະດັບ​ຢ່າງ​ທົ່ວ​ເຖິງ ​ແລະຍືນ​ຍົງ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.