ເສດຖະກິດ ຂອງ 5 ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຍັງຈະຂະຫຍາຍຕົວ ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ

15:16 | 23/08/2018

ຍສໝ - ລັດຖະມົນຕີໄທ ເຊື່ອໝັ້ນວ່າ ເສດຖະກິດໃນ 5 ປະເທດ ລຸ່ມແມ່ນ້ຳຂອງ ທີ່ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT ຈະຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2018 ທັງຍັງຖືເປັນເຂດທີ່ເສດຖະກິດ ຈະຂະຫຍາຍຕົວເພີ້ມສູງທີ່ສຸດໃນໂລກອີກດ້ວຍ.

ເສດຖະກິດ ຂອງ 5 ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຍັງຈະຂະຫຍາຍຕົວ ເພີ້ມຂຶ້ນ ຢ່າງຕໍ່ເນື່ອງ

ການປ່ຽນແປງທາງດ້ານເສດຖະກິດຂອງບັນດາປະເທດລຸ່ມແມ່ນຳ້ຂອງ.

ທ່ານສົນທິຣັດ ສົນທິຈິຣະວົງ ລັດຖະມົນຕີວ່າການ ກະຊວງການຄ້າຂອງໄທ ສະແດງຄວາມເຊື່ອໝັ້ນວ່າ ເສດຖະກິດ ໃນ 5 ປະເທດລຸ່ມແມ່ນນ້ຳຂອງ ທີ່ເປັນປະເທດສະມາຊິກ ຂອງກຸ່ມອາຊຽນ ຊຶ່ງປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະໄທ ຫຼື CLMVT ນັ້ນ ຈະຍັງຄົງມີການຂະຫຍາຍຕົວເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ໃນປີ 2018 ນີ້ ໂດຍເຖິງແມ່ນວ່າ ທັງ 5 ປະເທດ CLMVT ຕ້ອງປະເຊີນກັບໄພນ້ຳຖ້ວມໃນໄລຍະນີ້ ກໍໍຕາມແຕ່ດ້ວຍການເປັນຖານການຜະລິດສິນຄ້າ ທີ່ແຂງແຮງ ສົມທົບດ້ວຍອຳນາດການຊື້ຂອງປະຊາຊົນ ທີ່ສູງຂຶ້ນນັບມື້ ຈຶ່ງເຮັດໃຫ້ ທັງ 5 ປະເທດ CLMVT ກາຍເປັນເປົ້າໝາຍ ການລົງທຶນທີ່ສຳຄັນຂອງໂລກ ທີ່ມີມູນຄ່າທາງເສດຖະກິດ GDP ເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດດັ່ງທີ່ ທ່ານ ສົນທິຣັດ ໄດ້ຢືນຢັນວ່າ:

“ໃນປີ 2017 ທັງ 5 ປະເທດ ມີອັດຕາການເຕີບໃຫຍ່ສະເລ່ຍຂອງ GDP ສູງເຖິງ6.28 ເປີເຊັນ ແລະຈາກການປະເມີນຂອງ IMF ລະຫວ່າງ ປີ 2013 ເຖິງ ປີ 2017 ພົບວ່າ ໃນພູມີພາກຂອງ CLMVT ມີຄວາມເຕີບໃຫຍ່ໄວກວ່າໂລກ ເກືອບ 2 ເທົ່າແລະຄວາມສາມາດໃນການຊື້ຂອງຜູ້ບໍລິໂພກ ໃນກຸ່ມປະເທດເຮົາ ກໍຈະເປັນທີ່ສົນໃຈຂອງ Platform ຂະໜາດໃຫຍ່ ທັງເອເຊຍ ແລະທະວີບອື່ນ ທີ່ຂະຫຍາຍທຸລະກຳເຂົ້າມາຕັ້ງຖານໃນ CLMVT ຊຶ່ງເປັນຫົວໃຈຂອງເອເຊຍຢ່າງແທ້ຈິງ.”

ກ່ອນໜ້ານີ້ ກອງທຶນການເງິນສາກົນ ຫຼື IMF ໄດ້ໃຫ້ການຄາດໝາຍວ່າ ມູນຄ່າທາງເສດຖະກິດ (GDP) ຂອງອາຊຽນ ໃນປີ 2018 ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 5.3 ເປີເຊັນ ທຽບໃສ່ປີ 2017 ໂດຍປະເທດທີ່ຈະມີການຂະຫຍາຍຕົວຂອງ GDP ສູງສຸດ ໃນອັດຕາສະເລ່ຍ 6.9 ເປີເຊັນ ກໍຄື ກຳປູເຈຍ ແລະ ມຽນມາ ຕິດຕາມດ້ວຍ ສປປ ລາວ ທີ່ລະດັບ 6.8 ເປີເຊັນ ຟີລິບປິນ 6.7 ເປີເຊັນ ຫວຽດນາມ 6.6 ເປີເຊັນອິນໂດເນເຊຍ ແລະ ມາເລເຊຍ 5.3 ເປີເຊັນ ໄທ 3.9 ເປີເຊັນ ສິງກະໂປ 3.5 ເປີເຊັນ ແລະ ບຣູນາຍ 1 ເປີເຊັນ ຕາມລຳດັບ.

ທາງດ້ານທະນາຄານໂລກ ລາຍງານວ່າ ເສດຖະກິດໂດຍລວມຂອງອາຊຽນ ໃນປີ 2017ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 5.1 ເປີເຊັນ ສ່ວນໃນປີ 2018 ກໍຄາດວ່າເສດຖະກິດໂດຍລວມຂອງອາຊຽນ ຈະຂະຫຍາຍຕົວພີ້ມຂຶ້ນໃນອັດຕາສະເລ່ຍ 5.2 ເປີເຊັນ ແລະປະເທດທີ່ເສດຖະກິດ ຈະຂະຫຍາຍຕົວເພີ້ມຂຶ້ນສູງສຸດ ທີ່ອັດຕາສະເລ່ຍ 6.8 ເປີເຊັນ ກໍຄື ກຳປູເຈຍ ຕາມດ້ວຍ ສປປ ລາວ ທີ່ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍ 6.7 ເປີເຊັນ ຫາກແຕ່ວ່າ ຄະນະຊ່ຽວຊານຂອງທະນາຄານພັດທະນາເອເຊຍ ຫຼື ADB ກໍຄາດວ່າ ເສດຖະກິດລາວ ໃນປີ 2018 ຈະຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາ ສະເລ່ຍ 7 ເປີເຊັນ ຊຶ່ງສູງກວ່າຄາດໝາຍຂອງທະນາຄານໂລກ ແຕ່ວ່າ ທັງທະນາຄານໂລກ ແລະ ADB ກໍເຫັນກົງກັນວ່າ ລາວ ຈະຕ້ອງປະເຊີນກັບບັນຫາເງິນເຟີ້ ທີ່ຈະເພີ້ມຂຶ້ນໃນອັດຕາສະເລ່ຍ 3 ຫາ 5 ເປີເຊັນ ເນື່ອງຈາກການປັບຂຶ້ນ ຂອງລາຄາສິນຄ້າ ທີ່ລັດຖະບານລາວ ບໍ່ສາມາດຄວບຄຸມໄດ້ຢ່າງມີປະສິດທິພາບນັ້ນເອງ.

ນອກຈາກນີ້ ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນຈາກອິດທິພົນຂອງພາຍຸເຊິ່ນຕິງ ທີ່ພັດເຂົ້າມາລາວ ໃນຊ່ວງ ວັນທີ 15 ຫາ 23 ກໍລະກົດ 2018 ກໍໄດ້ກະທົບຕໍ່ການເຕີບໂຕ ທາງເສດຖະກິດຂອງລາວໂດຍກົງ ເພາະການເສຍຫາຍທີ່ເກີດຂຶ້ນກັບການຜະລິດດ້ານກະສິກຳ ຊັບສິນຂອງລັດຖະບານ ແລະປະຊາຊົນ ແລະພື້ນຖານໂຄງຮ່າງຕ່າງໆໃນທົ່ວປະເທດຍ່ອມຈະເຮັດໃຫ້ GDP ຂອງລາວ ໃນປີ 2018 ບໍ່ເປັນໄປຕາມເປົ້າໝາຍທີ່ວາງໄວ້ ກ່ອນໜ້ານີ້ ທີ່ລະດັບ 7 ເປີເຊັນ ແຕ່ຄາດວ່າ ຈະຂະຫຍາຍຕົວເພີ້ມຂຶ້ນ ບໍ່ເກີນ 6 ເປີເຊັນເທົ່ານັ້ນ ໃນປີ 2018 ນີ້.

ພ້ອມກັນນີ້ ADB ຍັງຄາດໝາຍວ່າ ພາກບໍລິການ ຈະຂະຫຍາຍຕົວເພີ້ມຂຶ້ນບໍ່ເຖິງ 9ເປີເຊັນ ພາກອຸດສາຫະກຳ ຫັດຖະກຳ ແລະພາກກະສິກຳ ແລະປ່າໄມ້ ຈະຂະຫຍາຍຕົວເພີ້ມຂຶ້ນ ບໍ່ເຖິງ 8 ເປີເຊັນ ແລະ 2.8 ເປີເຊັນ ຕາມລຳດັບ ໃນຂະນະທີ່ ກ່ອນໜ້ານີ້ ລັດຖະບານລາວ ກໍໄດ້ວາງຄາດໝາຍການຂະຫຍາຍຕົວ ໃນພາກອຸດສາຫະກຳໄວ້ ທີ່ລະດັບ
9.1 ເປີເຊັນ ພາກບໍລິການ 6.4 ເປີເຊັນ ພາກກະສິກຳ 2.8 ເປີເຊັນ ແລະພາສີອາກອນການຄ້າຂາອອກ-ຂາເຂົ້າ ຈະຂະຫຍາຍຕົວ ທີ່ລະດັບ 9 ເປີເຊັນ ຕາມລຳດັບນັ້ນ ກໍຍ່ອມ ຈະເປັນໄປໄດ້ຍາກເຊັ່ນກັນ ໂດຍສະເພາະ ກໍແມ່ນພາກບໍລິການ ແລະທ່ອງທ່ຽວໃນລາວໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງໃຫຍ່ແລ້ວ ໃນຂະນະນີ້.

(ຫັດ​ທະ​ບູນ)

ເຫດການ