ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ ຈະດຳເນີນແຕ່ວັນທີ 08-13 ສິງຫາ

21:19 | 04/08/2018

ແຕ່ວັນທີ 08 – 13 ສິງຫາ, ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຂຊາດ ຫວຽດນາມ ຊຸດທີ 14 ຈະດຳເນີນຢູ່ ຮ່າໂນ້ຍ.

ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ ຈະດຳເນີນແຕ່ວັນທີ 08-13 ສິງຫາ

ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການພິຈາລະນາ, ໃຫ້ຄຳເຫັນກ່ຽວກັບເນືື້ອໃນຕ່າງໆ.

ຕາມແຜນການແລ້ວ, ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການພິຈາລະນາ, ໃຫ້ຄຳເຫັນກ່ຽວກັບເນືື້ອໃນຕ່າງໆ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນສຳລັບບາງບັນຫາທີ່ຍັງມີຄຳເຫັນທີ່ແຕກຕາງກັນຂອງຮ່າງກົດໝາຍ 7 ສະບັບ ຊຶ່ງສະພາແຫ່ງຊາດໄດ້ປຶກສາຫາລື, ໃຫ້ຄຳເຫັນທີ່ກອງປະຊຸມສະໄໝສາມັນເທື່ອທີ 5. ທີ່ກອງປະຊຸມດັ່ງກ່າວ, ຄະນະປະຈຳສະພາແຫ່ງຊາດຈະດຳເນີນການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ແຫຼ່ງທຶນກູ້ຢືມຈາກຕ່າງປະເທດ ໄລຍະ 2011 - 2016”. ຄະນະປະຈຳສະພາແຫ່ງຊາດຈະຈັດຕັ້ງການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ໃນວັນທີ 13 ສິງຫາ 2018).

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.