ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X

08:58 | 23/07/2018

ຍ​ສ​ໝ - ທ້າຍ​ທິດ​ທີ່​ຜ່ານ​ມາ, ກອງປະຊຸມໃຫຍ່ຜູ້ແທນສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ຊຸດທີ X, ອາຍຸການ 2018 – 2022 ໄດ້ດໍາເນີນຢູ່ສໍານັກງານສະມາຄົມໃຫຍ່ຊາວຫວຽດນາມອາໄສຢູ່ ສປປ ລາວ, ທີ່ນະຄອນຫຼວງວຽງຈັນ.

ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X

ກອງປະຊຸມສະຫຼຸບ ແລະ ທິດທາງວຽກງານການເຄື່ອນໄຫວຂອງສະມາຄົມຊຸດທີ X, ​ສ​ະ​ໄໝ 2018 – 2022. (ພາບ: ຟ້າມ​ກຽນ/TTXVN)

ກອງປະຊຸມໄດ້ຮັບຮອງເອົາບົດລາຍງານສະຫຼຸບວຽກງານການເຄື່ອນໄຫວຂອງສະມາຄົມ ຊຸດທີ IX ແລະ ທິດທາງວຽກງານການເຄື່ອນໄຫວຂອງສະມາຄົມຊຸດທີ X, ​ສະ​ໄໝ 2018 – 2022. ບົດລາຍງານໄດ້ຊີ້ແຈ້ງວ່າ ໃນອາຍຸຸການຜ່່ານມາ, ສະມາຄົມປະຕິບັດ ວຽກງານການເຄື່ອນໄຫວວົງຄະນະຍາດ, ຮັກສາ, ເສີມຂະຫຍາຍ ແລະ ປົກປັກຮັກສາສີສັນທີ່ເປັນເອກະລັກສະເພາະຂອງຊາດຫວຽດນາມ ໃຫ້ເປັນຢ່າງດີ; ຈັດຕັ້ງ ແລະ ເຂົ້າຮ່ວມບັນດາງານບຸນ, ພົບປະກັບພໍ່ແມ່່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດວັນບຸນຄັ້ງຕ່າງໆຂອງປະເທດຊາດ.

ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ປະ​ຈ​ຳ​ລາວ ທ່ານ ຫງວ໋ຽນ​ບ໋າ​ຮຸ່ງ, ປະ​ທານ​ໃຫຍ່​ສະ​ມາ​ຄົມ​ຄົນ​ຫວຽດ​ນາມ​ຢູ່​ລາວ ທ່ານ​ຫງວ໋ຽນ​ຢຸຍ​ຈຸງ, ຫົວ​ໜ້າ​ພະ​ແນກ​ພາຍ​ໃນ​ ນະ​ຄອນ​ຫຼວງວຽງ​ຈັນ ທ່ານ ບຸນ​ມາ ພະ​ທູນ​ມະ​ວົງ, ຮອງ​ປະ​ທານ ແນວ​ລາວ​ສ້າງ​ຊາດ ນະ​ຄອນ​ຫຼວງວຽງ​ຈັນ ທ່ານ ບຸນ​ຍົກ ໂຄດ​ສີ​ເມືອງ, ບັນ​ດາ​ການ​ນຳ​ການ​ປະ​ຕິ​ວັດ​ອະ​ວຸ​ໂສ ບັນ​ດາ​ຄະ​ນະ​ບໍ​ລິ​ຫານ​ງານ ສະ​ມາ​ຄົມ​ສ​ະ​ໄໝ​ທີ IX, ບັນ​ດາ​ຫ້ອງ​ການ​ຂອງ​ສະ​ມາ​ຄົມ ແລະ ຜູ້​ແທນທີ່​ມາ​ຈ​າກ​ອະ​ນຸ​ສະ​ມາ​ຄົມ ທີ່​ຂື້ນ​ກັບ ສະ​ມາ​ຄົມ​ຄົນ​ຫວຽດ​ນາມ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ...

ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ ທ່ານ ບຸນ​ນາ ພະ​ທູນ​ມະ​ວົງ ຫົວ​ໜ້າ​ພະ​ແນກ ພາຍ​ໃນ​ ນະ​ຄອນ​ຫຼວງວຽງ​ຈັນ, ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ ຢັ້ງ​ຢືນ​ວ່າ ບົດ​ລາຍ​ງານ​ສະ​ຫຼຸບ​ຂອງກອງ​ປ​ະ​ຊຸມ ໄດ້​ສະ​ແດງ ແລະ ຊີ້​ໃຫ້​ເຫັນ​ໂດຍ​ກົງ ບັນ​ດາ​ວຽກ​ງານ​ທີ່​ເຮັດ​ໄດ້ ແລະ ຍັງ​ຄົງ​ຄ້າງ​ຂອງ ສະ​ໄໝ​ທີ IX.

ທ່ານ​ຍັງ​ກ່າວ​ຕື່ມ​ອີກວ່າ ຄະ​ນະ​ບໍ​ລິ​ຫານ​ງານ​ໃໝ່ ສະ​ໄໝ​ທີ X ຂອງ​ສະ​ມາ​ຄົມ ຈ​ະ​ຕ້ອງ​ໄດ້​ຍົກ​ສູງ​ຈິດ​ໃຈ ສຸມ​ໃສ​່​ປະ​ຊາ​ທິ​ປະ​ໄຕ, ສາ​ມັກ​ຄີ​ຊຸມ​ຊົນ​ຄົນ​ຫວຽດ​ນາມ ທີ່ອາ​ໄສ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສິ່ງ​ທີ່​ດີ​ສາ​ມາດ​ເຮັດ​ໄດ້ ແລະ ແກ້​ໄຂ​ຂໍ້​ຄົງ​ຄ້າງ​ ໃນ​ສະ​ໄໝ​ເກົ່າ​ຜ່ານ​ມາ.

ທ່ານ​ໄດ້​ສະ​ເໜີ​ຕໍ່ ຄະ​ນະ​ບໍ​ລິ​ຫານ​ງານ​ຊຸດ​ໃໝ່​ວ່າ: ຕ້ອງ​ໄດ້​ໄຈ້​ແຍກ​ໃຫ້​ດີ​ກ່ຽວ​ກັບ​ບົດ​ບາດ, ໜ້າ​ທີ່ ຂອງ​ແຕ່​ລະ​ອົງ​ການ​ຈັດ​ຕັ້ງ​ໃນ​ຫ້ອງ​ການ, ໂປ່ງ​ໃສ​ໃນ​ທຸກວຽກ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ດີ​ຂື້ນ​ກ່​ວາ​ເກົ່າ​ຕໍ່​ກັບ​ວຽກ​ງານ​ສາ​ມັກ​ຄີ​ຊຸມ​ຊົນ.

ຫົວ​ໜ້າ​ພະ​ແນກ ພາຍ​ໃນ ນະ​ຄອນ​ຫຼວງວຽງ​ຈັນ ກໍ່​ຍັງ​ຮຽກ​ຮ້ອງ​ມາ​ຍັງ ຊຸມ​ຊົນ​ຊາ​ວ​ຫວຽດ​ນາມ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ຍົກ​ສູງ​ຄວາມ​ເປັນ​ແບບ​ເປັນ​ຢ່າງ ແລະ ປະ​ຕິ​ບັດ​ຕາມ ລະ​ບຽບ​ກົດ​ໝາຍ​ຂອງ ລາວ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດຄອບ​ຄົວເວົ້າ​ສະ​ເພາະ ແລະ ພັດ​ທະ​ນາ​ນະ​ຄອນ​ຫຼວງວຽງ​ຈັນ​ເວົ້າ​ລວມ...

ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຊຸດທີ X

ຜູ້ແທນປ່ອນບັດເລືອກຕັ້ງ ຄະນະປະຕິບັດງານຊຸດທີ X . (ພາບ: ຟ້າມ​ກຽນ/TTXVN)

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງເອົາຄະນະປະຕິບັດງານຊຸດທີ X ເຊິ່ງລວມມີສະມາຊິກ 9 ຄົນ, ໃນນັ້ນ ທ່ານເລວັນມຸ່ຍ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ຊຸດທີ X.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.