ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ປະມານ 360 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ

11:22 | 08/12/2020

ຍສໝ - ໃນເວລາ 2 ວັນຂອງວັນທີ 6-7 ທັນວາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ຢູ່ສະຫະລັດອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ເກືອບ 360 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ.

COVID-19: ນຳສົ່ງພົນລະເມືອງຫວຽດນາມ 368 ຄົນ ຈາກມາກາວ (ປະເທດຈີນ) ກັບຄືນປະເທດ
ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ບັນດາບັນດາອົງການຕາງໜ້າຫວຽດນາມ ໄດ້ສະໜັບສະໜູນພົນລະເມືອງຢ່າງຕັ້ງໜ້າ, ໃນນັ້ນມີຫຼາຍຄົນທີ່ຢູ່ໄກ ທີ່ຕ້ອງການຄວາມຊ່ວຍເຫຼືອພິເສດ ໃນການຍ້າຍໄປມາສະໜາມບິນສາກົນ San Francisco ແລະ Los Angeles; ພ້ອມດຽວກັນນີ້, ສະຖານທູດຫວຽດນາມປະຈຳ ອາເມລິກາ ໄດ້ສົ່ງພະນັກງານທີ່ລົງສະໜາມບິນໂດຍກົງ ເພື່ອຊ່ວຍເຫຼືອພົນລະເມືອງໃນການປະຕິບັດລະບຽບການ ແລະ ການຂຶ້ນເຮືອບິນໂດຍໄວ ແລະ ປອດໄພ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ປະມານ 360 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມ ປະມານ 360 ຄົນ ຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ. (ພາບ: hanoimoi)

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.

ທັນທີຫຼັງຈາກເຮືອບິນລົງຈອດຢູ່ສະໜາມບິນສາກົນ ດານັງ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ Joseph Robinette Biden Jr. ໃນການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີແຫ່ງສະຫະລັດອາເມລິກາ.

ຫວຽດນາມ - ສະຫະລັດອາເມລິກາ: ການເຈລະຈານະໂຍບາຍປ້ອງກັນຊາດ

ຍສໝ - ອາເມລິກາ ໄດເສະແດງຄວາມເອົາໃຈໃສ່ເປັນພິເສດ ເຖິງການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ; ໃຫ້ຄຳໝັ້ນສັນຍາສືບຕໍ່ຮ່ວມມືກັບຫວຽດນາມ ໃນການຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ, ການຮ່ວມມືເພື່ອຜ່ານຜ່າຜົນສະທ້ອນຈາກສົງຄາມ.

ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.