ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ກໍ່​ສ້າງ ອິນ​ເດຍ ແລະ ຫວຽດ​ນາມ ສາ​ມາດຊ່ວຍ​ເຫຼື​ອ​ກັນ

09:50 | 28/11/2020

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ສະ​ມາ​ຄົມ​ກໍ່​ສ້າງ ແລະ ຜະ​ລິດ​ວັດ​ສະ​ດຸອິນ​ເດຍ, ບັນ​ດາ​ຮາກ​ຖານ​ສຶກ​ສາວິ​ຊາ​ຊີບ ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຂອງ ອິນ​ເດຍກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ ໃນ​ໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົມ​ກີດ​ຂວາງ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ການ​ຄ້າ.

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ​ປະ​ຈຳ ຫວຽດ​ນາມ Pranay Verma: ຫວັງ​ວ່າ​ຈະ​ສ້າງ​ຕັ້ງ​ຕື່ມ​ອີກສາ​ຂາ​ສະ​ມາ​ຄົມ ມິດ​ຕະ​ພາບ​ຢູ່ ຫວຽດ​ນາມ
ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ
ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ​ກໍ່​ສ້າງ ອິນ​ເດຍ ແລະ ຫວຽດ​ນາມ ສາ​ມາດຊ່ວຍ​ເຫຼື​ອ​ກັນ
ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ

ຫວຽດ​ນາມ ແລະ ອິນ​ເດຍ​ມີ​ທ່າ​ແຮງຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ກໍ່​ສ້າງ, ຜະ​ລິດ​ວັດ​ສະ​ດຸ ແລະ ບຳ​ລຸງ​ສ້າງວິ​ຊາ​ຊີບ​ກໍ່​ສ້າງ ສາ​ມາດ​ເພີ່ມ​ເຕີມ​ເຊິ່ງ​ກັນ​ແລະ​ກັນ. ຕະຫຼາດ​ສອງ​ປະ​ເທດ​ກໍ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ແລ​ກ​ປ່ຽນ​ການ​ຄ້າ ໃນ​ຂົງ​ເຂດນີ້. ນີ້​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ດ້ວຍ​ຫົວ​ຂໍ້​ວ່າ: “ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ການ​ເຕີ​ບ​ໂຕ​ສູງ​ໃນ​ຂະ​ແໜງ​ກໍ່​ສ້າງ ແລະ ວັດ​ສະ​ດຸ​ກໍ່​ສ້າງ​ຢູ່ ຫວຽດ​ນາມ” ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ.

ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ, ສະ​ມາ​ຄົມ​ກໍ່​ສ້າງ ແລະ ຜະ​ລິດ​ວັດ​ສະ​ດຸອິນ​ເດຍ, ບັນ​ດາ​ຮາກ​ຖານ​ສຶກ​ສາວິ​ຊາ​ຊີບ ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຂອງ ອິນ​ເດຍກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຫວຽດ​ນາມ ໃນ​ໄລ​ຍະ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ຄົມ​ກີດ​ຂວາງ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ການ​ຄ້າ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ໂດ​ແທັງ​ຫ໋າຍ, ທູດ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິ​ເນຍ ໄດ້​ສະ​ເໜີ​ສັງ​ລວ​ມ​ກ່ຽວ​ກັບ​ຂະ​ແໜງ​ກໍ່​ສ້າງ ແລະ ຜະ​ລິດ​ວັດ​ສະ​ດຸ​ຢູ່ ຫວຽດ​ນາມ. ໃນ​ນ​ັ້ນ, ຫວຽດ​ນາມ​ພວມ​ສຸມ​ໃສ່​ກ່າວ​ຄຳ​ເຫັນ​ແລະ ນຳ​ໃຊ້​ບັນ​ດາ​ວັດ​ສະ​ດຸ​ກໍ່​ສ້າງ​ຕາມ​ທິດ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ຍຸດ​ທະ​ສາດ​ພັດ​ທະ​ນາ​ວັດ​ສະ​ດຸ​ກໍ່​ສ້າງ ຫວຽດ​ນາມ ໄລ​ຍະ 2021 – 2030 ແລະ ກຳ​ນົດ​ທິດ​ຮອດ​ປີ 2050 ດ້ວ​ຍ​ທັດ​ສະ​ນະ​ພັດ​ທະ​ນາ​ຂະ​ແໜງນີ້​ແບບ​ຍືນຍ​ົງ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ການ​ຜະ​ລິດ​ວັດ​ສະ​ດຸ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່.

ສຳ​ລັບ​ອິນ​ເດຍ, ປະ​ເທດນີ້​ກໍ່​ມີ​ທ່າ​ແຮງ​ກ່ຽວ​ກັບ​ວັດ​ສະ​ດຸກໍ່​ສ້າງ​ເມື່​ອນີ້​ແມ່ນ​ຂະ​ແໜງ​ລະ​ດົມ​ຊັບ​ພະ​ຍາ​ກອນ​ມະ​ນຸດຫຼາຍ​ທີ່​ສອງ, ດ້ວຍ​ມູນ​ຄ່າ ປະ​ມານ 8% GDP ແລະ​ຄາດ​ວ່າ ຈະ​ບັນ​ລຸ​ໄດ້​ເກື​ອບ​ 740 ຕື້ USD/ປີ ໃນ​ປີ 2020. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ວ​ິ​ສາ​ຫະ​ກິດ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ໃນ​ຂະ​ແໜງນີ້.

ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ​ປະ​ຈຳ ຫວຽດ​ນາມ Pranay Verma: ຫວັງ​ວ່າ​ຈະ​ສ້າງ​ຕັ້ງ​ຕື່ມ​ອີກສາ​ຂາ​ສະ​ມາ​ຄົມ ມິດ​ຕະ​ພາບ​ຢູ່ ຫວຽດ​ນາມ

ຍ​ສ​ໝ - ສະ​ມາ​ຄົມ​ມິດ​ຕະ​ພາບ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ແລະ ສູນ​ວັດ​ທະ​ນະ​ທຳ ອິນ​ເດຍ Swami Vivekanand ຂອງ ພວ​ກ​ຂ້າ​ພະ​ເຈົ້າ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື​ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ, ຊຸກ​ຍູ້​ການ​ພົວ​ພັນ​ປະ​ຊາ​ຊົນ.

ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ

ຍ​ສ​ໝ - ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ LNG ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ ...

ຂະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິ​ບ ແລະ ການ​ຢາ ແມ່ນ​ຂົງ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ມີ​ຄຳ​ເຫັນຫຼາຍ​ຂໍ້​ຖື​ວ່າ ອິນ​ເດຍ ແລະ ຫວຽດ​ນາມ​ມີ​ບັນ​ດາ​ຂົງ​ເຂດ​ເປັນ​ທ່າ​ແຮງ​ທີ່​ຊ່ວຍ​ເຫຼືອ​ກັນ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ລົງ​ທຶນ​ສອງ​ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.