ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ
ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ
ຊ່ວຍເປະຊາຊົນປະເທດເພື່ອນມິດລາວ ຍົກສູງຄຸນນະພາບການດຳລົງຊີວິດ ແລະປົກປັກຮັກສາຊາຍແດນ
ຍສໝ - ວັນທີ 11 ເມສາ, ຄະນະປະຕິບັດງານສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ເຂົ້າຮ່ວມພິທີໄຫວ້, ໄປຖະຫວາຍທູບທຽນ ແລະ ປູກຕົ້ນດອກໄມ້ ຈຳປາ ຢູ່ຫໍເທບທິດາ ໂຢ່ຍຮວ່າ (ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍ່ກວານ, ແຂວງ ນິງບິ່ງ). ຄະນະປະຕິບັດງານໂດຍທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນຫົວໜ້າຄະນະ.
ຍສໝ - ຢູ່ບາງກອກ, ວັນທີ 6 ເມສາ, ຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ໄທ ໂດຍທ່ານອຸປະທູດຊົ່ວຄາວນາງ ບຸ່ຍທິເຫ້ວ ນຳໜ້າ ໄດ້ມາຍັງສະຖານທູດລາວ ປະຈຳ ໄທ ເພື່ອອວຍພອນບຸນປີໃໝ່ປະເພນີຂອງ ລາວ.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ລາວ ນັບແຕ່ວັນທີ 6 – 8 ເມສາ 2024 ຂອງຄະນະປະຕິບັດງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ວັນທີ 8 ເມສາ 2024, ກົມໃຫຍ່ການຄຸ້ມຄອງທ້ອງຕະຫຼາດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ປົກປັກຮັກສາສິດຜູ້ບໍລິໂພກ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດການຄຸ້ມຄອງທ້ອງຕະຫຼາດລະຫວ່າງສອງປະເທດ.
ຍສໝ - ເດືອນເມສາ, ເນື່ອງໃນໂອກາດບຸນເຕັດພື້ນເມືອງ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ມີຫຼາຍຫຼາຍການພົບປະແລກປ່ຽນ, ພົບປະກັບນັກສຶກສາ ລາວ ແລະ ກຳປູເຈຍ ໄດເດຳເນີນຢູ່ບັນດາແຂວງ ໄທງວຽນ, ດົ່ງນາຍ, ແທງຮວ໋າ. ການເຄື່ອນໄຫວປະກອບສ່ວນເຂົ້າໃນການເພີ່ມທະວີການພົບປະແລກປ່ຽນ, ການຕິດພັນ, ຄວາມສາມັກຄີ ແລະ ມິດຕະພາບລະຫວ່າງ 3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ.
ຍສໝ - ວັນທີ 10 ເມສາ, ຢູ່ມະຫາວິທະຍາໄລເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ (ມະຫາວິທະຍາໄລໄທງວຽນ), ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງງານບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ທີ່ພວມຮ່ຳຮຽນ, ຄົ້ນຄ້ວາຢູ່ບໍລິເວນ.
ຈຸດພົ້ນເດັ່ນຈາກເສດຖະກິດດ່ານຊາຍແດນ ຫວຽດນາມ - ລາວ
ຍສໝ - ນັບແຕ່ວັນທີ 25 ມີນາ ຫາ ວັນທີ 22 ເມສາ 2024, ຄະນະນັກສຶກສາຈາກມະຫາວິທະຍາໄລພາສາຕ່າງປະເທດ ດານັງ ໄດ້ເຂົ້າຮ່ວມການຝຶກງານ ແລະ ພົບປະແລກປ່ຽນຢູ່ສູນຫວຽດນາມວິທະຍາ ຢູ່ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ (ມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ) ໃນຂອບເຂດໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາສາຕ່າງປະເທດ ດານັງ ແລະ ມະຫາວິທະຍາໄລພະບໍລົມວົງສານຸວົງ ອຸດອນທານີ.
ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່ປອດໄພທີ່ສຸດໃນໂລກສຳລັບນັກທ່ອງທ່ຽວຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.
Ngày 8/4, tại Hà Nội, Bộ Quốc phòng tổ chức buổi Lễ trao Quyết định của Chủ tịch nước và Quyết định của Bộ trưởng Bộ Quốc phòng cho 3 sĩ quan làm nhiệm vụ gìn giữ hòa bình Liên hợp quốc tại các phái bộ: MINUSCA (Cộng hòa Trung Phi), UNMISS (Cộng hòa Nam Sudan) và UNISFA (khu vực Abyei). ຍສໝ - ໃນວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບມະຕິຕົກລົງຂອງປະທານປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານ 3 ທ່ານທີ່ປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ ຢູ່ບັນດາຄະນະປະຕິບັດງານຄື: MINUSCA (ສາທາລະນະລັດ ອາຟຼິກາ ກາງ), UNMISS (ສາທາລະນະລັດຊູດັງ ໃຕ້) ແລະ UNISFA (ເຂດ Abyei).
ຍສໝ - ດ້ວຍບົດບາດຮັກສາຮີດຄອງປະເພນີ, ອະນຸລັກຮັກສາປະຫວັດສາດ, ປະກອບສ່ວນປະສົບການ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃນຂົງເຂດການທູດປະຊາຊົນຫວຽດນາມ - ລາວ, ຄະນະກຳມະການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ຍາມໃດກໍ່ປະຕິບັດໜ້າທີ່ເປັນຢ່າງດີ. ບົດບາດເປັນຂົວຕໍ່ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ນີ້ແມ່ນຄຳຖະແຫຼງຂອງທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມມິດຕະພາບສູນກາງຫວຽດນາມ - ລາວ, ຮອງຫົວໜ້າຄະນະການຕິດຕໍ່.
ສ້າງທຸກເງື່ອນໄຂສະດວກ ເພື່ອບັນດານັກລົງທຶນ, ວິສາຫະກິດລາວ ຮ່ວມມືລົງທຶນຢ່າງມີປະສິດທິຜົນ
ເພື່ອອະນາຄົດຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ຍສໝ - ວັນທີ 6 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວກວາງ ໄດ້ລົງນາມໃນຂໍ້ຕົກລົງເລກທີ 285/QD-TTg ຮັບຮອງເອົາແຜນການປະຕິບັດສັນຍາວ່າດ້ວຍການໜູນຊ່ວຍດ້ານຍຸຕິທຳໃນຂົງເຂດຄະດີແພ່ງລະຫວ່າງສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຍສໝ - ວັນທີ 9 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນກອງປະຊຸມປະທານແນວໂຮມສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ ໂດຍການເປັນປະທານຮ່ວມຂອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ, ປະທານສະພາແຫ່ງຊາດແນວໂຮມສາມັກຄີເພື່ອພັດທະນາປະເທດຊາດ ກຳປູເຈຍ, ທ່ານນາງ Samdech Mensamaan ແລະ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ທ່ານ ໂດ້ວັນຈ໋ຽນ.
ຍສໝ - ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດ ແລະ ຕ້ານອານານິຄົມ ແລະ ແມ່ນໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍຸດຕິທຳຂອງປະຊາຊົນທີ່ຖືກຮຸກຮານໃນອາຊີ, ແມ່ນແບບຢ່າງທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງປະຊາຊົນຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.
ຍສໝ - “ການທີ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີສິດເປັນເຈົ້າຂອງອະສັງຫາລິມະຊັບຢູ່ຫວຽດນາມ ໂດຍບໍ່ຈຳກັດປະລິມານຈະຊຸກຍູ້ໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເມືອບ້ານລົງທຶນດຳເນີນທຸລະກິດອະສັງຫາລິມະຊັບ, ສ້າງແຫຼ່ງເງິນສົດຈາກຕ່າງປະເທດມາຫວຽດນາມ. ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ນັ້ນແມ່ນຄວາມຮູ້ສຶກຂອງຊາວຫວຽດນາມ ອາໄສຢູ່ລາວ ເມື່ອຕອບສຳພາດຕໍ່ນັກຂ່າວທີ່ນະຄອນຫຼວງວຽງຈັນ ກ່ຽວກັບກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງທີ່ສະພາແຫ່ງຊາດຮັບຮອງເອົາຢ່າງເປັນທາງການໃນຕົ້ນປີນີ້.
ຫວຽດນາມ - ລາວ ເພີ່ມທະວີການປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນ
ຍສໝ - ໂດຍແລກປ່ຽນ, ພົບພະເປັນປະຈຳກັບບັນດາຜູ້ທີ່ເຄີຍໄດ້ຮ່ຳຮຽນ, ດໍາລົງຊີວິດ ແລະ ເຮັດວຽກຢູ່ ບຸນກາຣີ; ການຮ່ວມມືແລກປ່ຽນວັດທະນະທຳ, ສຶກສາ - ບຳລຸງສ້າງກັບມະຫາວິທະຍາໄລຂອງປະເທດເພື່ອນມິດ; ນຳເອົາຜະລິດຕະພັນນົມສົ້ມພື້ນເມືອງ Bulgarian ມາໃຫ້ຊາວ ຫວຽດນາມ; ປູກລ້ຽງບັນດາເຍົາວະຊົນມິດຕະພາບ ຫວຽດນາມ - ບຸນກາຣີ... ນັ້ນແມ່ນບັນດາວິທີເຮັດຂອງສະມາຄົມມິດຕະພາບ ຫວຽດນາມ - ບຸນກາຣີ ພວມປະຕິບັດເພື່ອປົກປັກຮັກສາ, ພັດທະນາສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ.
ມານະພະຍາຍາມຊຸກຍູ້ການຮ່ວມມືລະຫວ່າງຮ່າໂນ້ຍ ແລະວຽງຈັນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ-ລາວ