ສະຫະລັດອາເມລິກາສະໜັບສະໜູນໂຄງການໂພຊະນາການໂຮງຮຽນ ໄລຍະຫ້າປີ ຊຸດໃໝ່ ໃນ ສປປລາວ

11:05 | 05/06/2018

ນະຄອນຫຼວງວຽງຈັນ ສປປ ລາວ – ໃນວັນທີ 4 ມິຖຸນາ 2018, ທ່ານ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ, ທ່ານ ບົວລານ ສິລິປັນຍາ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງຊາຣາ ກອກດອນ-ກິບຊັນ, ຜູ້ອຳນວຍການ ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ (WFP) ໄດ້ເປີດກິດຈະກໍາໂຄງການອາຫານສຳລັບໂຮງຮຽນ ຢ່າງເປັນທາງການ ໃນໄລຍະໃໝ່ເປັນເວລາ 5 ປີ ຂອງ ອົງການ (WFP) ທີ່ໄດ້ຮັບທຶນສະໜັບສະໜູນຈາກ ລັດຖະບານສະຫະລັດອາເມລິກາ.

ໂຄງການດັ່ງກ່າວນີ້ແມ່ນເພື່ອສຶບຕໍ່ຜົນສຳເລັດໃນໄລະຍະ 9ປີ ທີ່ພ່ານມາ ໂດຍການສະໜອງທຶນຈາກລັດຖະບານສະຫະລັດອາເມລິກາ ໃນການມອບຄາບອາຫານທ່ຽງໃຫ້ແກ່ນ້ອງນັກສຶກສາຈຳນວນ 140,000 ແລະ ຍັງເປັນການສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຄງການອາຫານສຳລັບໂຮຽຮຽນ ຂອງ ລັດຖະບານ ສປປ ລາວ.

ສະຫະລັດອາເມລິກາສະໜັບສະໜູນໂຄງການໂພຊະນາການໂຮງຮຽນ ໄລຍະຫ້າປີ ຊຸດໃໝ່ ໃນ ສປປລາວ

ທ່ານທູດ ຣີນາ ບິດເຕີ, ທ່ານ ບົວລານ ສິລິປັນຍາ,ທ່ານ ນາງຊາຣາ ກອກດອນ-ກິບຊັນ.

ກິດຈະກຳໂຄງການອາຫານສຳລັບໂຮງຮຽນນີ້ ແມ່ນໄດ້ຮັບທຶນຈາກໂຄງການສາກົນດ້ານການສະບຽງອາຫານເພື່ອການສຶກສາ ແລະ ໂພສະນາການແກ່ເດັກ (McGovern-Dole International Food for Education and Child Nutrition Program) ເຊິ່ງສະໜອງທຶນ ແລະ ສິນຄ້າດ້ານກະສິກໍາ ເປັນຈຳນວນ 27.4 ລ້ານ ໂດລາສະຫະລັດ ໃຫ້ແກ່ ອົງການສະຫະປະຊາຊາດໂຄງການອາຫານໂລກ ແຫ່ງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ໂຄງການໃນໄລຍະໃໝ່ເວລາ 5ປີ ຢູ່ພາຍໃນ 7 ແຂວງ ລວມທັງ ແຂວງ ຜົງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ສາລະວັນ, ເຊກອງ, ອັດຕະປື. ທຶນເຫຼົ່ານີ້ຈະໄດ້ໃຊ້ເຂົ້າໃນສະໜອງຄາບອາຫານທີ່ປະໂຫຍດ ເພື່ອຊ່ວຍເຂົ້າໃນການພັດທະນາດ້ານການຮຽນຮູ້ໜັງສື, ດ້ານໂພຊະນາການ ສຳລັບເດັກນ້ອຍນັກຮຽນໃນເຂດຊົນນະບົດ, ໃນເວລາດຽວກັນບັນດາຊາວກະເສດຕະກອນໃນທ້ອງຖີ່ນຍັງຈະໄດ້ຜົນຮັບຜົນປະໂຫຍດ ຈາກໂຄງການດັ່ງກ່າວ ແລະ ຍັງມີສ່ວນຊ່ວຍໂດຍກົງເຂົ້າໃນຜົນສຳເລັດຂອງການສຶກສາຂອງນ້ອງນັກຮຽນໃນຊຸມຊົນເຂົາເຈົ້າອິກດ້ວຍ.

ທ່ານທູດ ຣີນາ ບິດເຕີ ກ່າວວ່າ: ພວກເຮົາມີຄວາມດີໃຈຫຼາຍທີ່ໄດ້ຮ່ວມມືກັບອົງການອາຫານໂລກ ແຫ່ງ ສປປ ລາວ ເພື່ອເປີດ ໂຄງການອາຫານສຳລັບໂຮງຮຽນທີ່ສຳຄັນ ໃນໄລຍະໃໝ່. ທ່ານໄດ້ກ່າວອິກວ່າ: ບໍ່ມີສິ່ງໃດທີ່ສຳຄັນເທົ່າກັບ ສຸຂະພາບຂອງເດັກນ້ອຍ ແລະ ການສຶກສາຂອງເຂົາເຈົ້າ. ເດັກເຫຼົ່ານີ້ຈະເປັນຕົວແທນ ໃຫ້ແກ່ ສປປ ລາວ ໃນອະນາຄົດ ແລະ ໂຄງການນີ້ ຈະຊ່ວຍຮັບປະກັນວ່າ ຈະມີ ຈຳນວນເດັກນ້ອຍຫຼາຍຂື້ນ ທີ່ສາມາດເຂົ້າໂຮງຮຽນ ແລະ ຮຽນທັກສະໃໝ່ເພື່ອພວກເຂົາຈະປະສົບຜົນສຳເລັດໃນອະນາຄົດ.

ໂຄງການອາຫານສຳລັບໂຮງຮຽນໃນສປປ ລາວ ໄດ້ສະແດງໃຫ້ເຫັນເຖິງການລົງທະບຽນເຂົ້າໂຮງຮຽນເພີ້ມຂຶ້ນ, ການປັບປຸງດ້ານໂພຊະນະການ, ສົ່ງເສີມໃຫ້ນັກຮຽນມາຮຽນເພີ້ມຂື້ນແລະສາມາດສຸມໃສ່ການຮ່ຳຮຽນແລະ ຊ່ວຍສະໜັບສະໜູນການຮຽນ. ໂດຍການຮ່ວມມືກັບ ອົງການສະຫະປະຊາຊາດໂຄງການອາຫານໂລກ, ກະຊວງສຶກສາແລະກິລາ, ກະຊວງກະສິກຳແລະປ່າໄມ້, ໂຄງການອາຫານໃຫ້ແກ່ໂຮງຮຽນ ໄດ້ຊ່ວຍຂະຫຍາຍການບໍລິການ ໃຫ້ແກ່ຊາວກະສິກອນຂະໜາດນ້ອຍ,ໂດຍສະເພາະຜູ້ຍິງ, ເພື່ອໃຫ້ເພີ້ມການຜະລິດ ແລະ ຂາຍຜົນຜະລິດໂດຍກົງໃຫ້ແກ່ໂຮງຮຽນ, ເພື່ອໃຫ້ນັກຮຽນໄດ້ກິນອາຫານທ້ອງຖິ່ນ ຫຼາກຫຼາຍຢ່າງ ແລະ ໃໝ່ສົດໃນທຸກໆມື້.

ໂຄງການນີ້ແມ່ນສ່ວນຫນຶ່ງຂອງການລິເລີ່ມດ້ານການສຶກສາທີ່ສົມບູນແບບ, ການເຮັດວຽກຢ່າງໃກ້ຊິດກັບກະຊວງສຶກສາແລະກິລາແລະຄູ່ຮ່ວມງານອື່ນໆ, ເຊິ່ງເດັກນ້ອຍຍັງສາມາດເຂົ້າເຖິງນ້ຳສະອາດ, ສຸຂະອະນາໄມ, ການສຶກສາດ້ານໂພຊະນາການ, ແລະ ການຮູ້ຫນັງສື. ນັບຕັ້ງແຕ່ປີ 2006, ການບໍລິຈາກຂອງກະຊວງກະສິກໍາສະຫະລັດໂດຍຜ່ານໂຄງການ McGovern-Dole ໄດ້ຮັບປະກັນວ່າອາຫານໂພຊະນາການຫຼາຍກວ່າ 25 ລ້ານຄົນໄດ້ຮັບການບໍລິການໃນທຸກໆປີເຂົ້າໂຮງຮຽນ 145.000 ຄົນໃນໂຮງຮຽນໃນ 30 ເມືອງໃນ 7 ແຂວງ. ໂຄງການ ອາຫານໂລກ ໃຫມ່ນີ້, ລວມທັງອີກໂຄງການຫນຶ່ງທີ່ໂຄງການອາຫານໂລກກຳລັງດຳເນີນຢູ່ ແລະ ໂຄງການອາຫານໃຫ້ໂຮງຮຽນທີ່ດໍາເນີນໂດຍ ອົງການບັນເທົາທຸກ, ໂຄງການທັງຫມົດແມ່ນໄດ້ຮັບການສະຫນັບສະຫນູນໂດຍ ໂຄງການຂອງລັດຖະບານ ສະຫະລັດອາເມລິກາ, ແລະ ໄດ້ຮວມກັນເຂົ້າເປັນໜື່ງດຽວ ເພື່ອເປັນຕົວແທນຂອງໂຄງການຊ່ວຍເຫຼືອພົນລະເຮືອນຂອງລັດຖະບານ ສະຫະລັດອາເມລິກາ ທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: lnr.org.la)

ເຫດການ
302 Found

Found

The document has moved here.