ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ ແລະ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ໄລ​ຍະ 2020 – 2025 ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ

16:14 | 15/11/2020

ຍ​ສ​ໝ -  ຕອນ​ເຊົ້​າ​ວັນ​ທີ 15 ພະ​ຈິກ, ຢູ່​ຫໍ​ມິດ​ຕະ​ພາບ ຫວຽດ​ - ຈີນ, ຮ່າ​ໂນ້ຍ​ ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ (7 ພະ​ຈິກ 1950 – 17 ພະ​ຈິກ 2020) ແລະ ກອງ​ປະ​ຊຸມ​ແຂ່ງ​ຂັນ​ຮັກ​ຊາດ​ໄລ​ຍະ 2020 – 2025 ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ.

ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະ​ມາ​ຄົງ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເມືອງ ເຕິນ​ອຽນ
ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ ແລະ ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ໄລ​ຍະ 2020 – 2025 ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ

ທ່ານ​ນາງ ຫງວຽນ​ເຟຶອງ​ງາ ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ປິດ​ພິ​ທີ .

​ເຂົ້າ​ຮ່ວມ​ພິທີມີ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ​ຄື: ອິນ​ເດຍ, ກຳ​ປູ​ເຈຍ, ກູ​ບາ, ຕີ​ມອນ​ແລັດ​ສ​ເຕີ, ເຢຍ​ລະ​ມັນ, ເມັກ​ຊີ​ໂກ…ແລະ ຜູ້​ຕາ​ງ​ໜ້າ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ເຊິ່ງ​ມີ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ…

ນອກຈາກນັ້ນກໍ່ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ ​​ແລະ ​ອະ​ດີດ​ການ​ນຳ​ພັກ​, ລັດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ຜູ້​ຕາງ​ໜ້າ​ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ, ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ ສັງ​ຄົມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ​ຂັ້ນ​ສູນ​ກາງ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ທົບ​ທວນ​ຄື​ນ​ປະ​ຫວັດ​ສາດ, ມູນ​ເຊື້ອ​ຂອງວຽກ​ງານ​ການ​ທູດ​ປະ​ຊາ​ຊົນ, ຂອງ​ສະ​ຫະ​ພັນ ບັນ​ດາ​ອົງ​ການ​ມິ​ດ​ຕະ​ພາບ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ຊົນ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ໃນ​ຂະ​ບວນ​ການ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​ຊົນ​ຊາດ, ປະ​ຊາ​ທິ​ປະ​ໄຕ ແລະ ຄວາມ​ກ້າວ​ໜ້າ​ສັງ​ຄົມ.

ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ການ​ສະ​ໜັບ​ສະ​ໜູນ, ກາ​ນ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ເພື່ອນ​ມິດ​ສາ​ກົນ​ຕໍ່​ພາ​ລະ​ກິດ​ການ​ກູ້​ຊາດ, ປົດ​ປ່ອຍ​ແຫ່ງ​ຊາດ ແລະ ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ ປະ​ຊາ​ຊົນ ຫວຽດ​ນາມ, ສົມ​ທົບ​ກັນ, ຮ່ວມ​ມື ຂອງ​ບັນ​ດາ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສຳ​ລັບ​ການ​ເຄື່ອນ​ໄຫວຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ.

ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສຶ​ກ​ສາ, ຜັນ​ຂະ​ຫຍາຍ​ມູນ​ເຊື້ອ, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ພະ​ນັກ​ງານ, ລັດ​ຖະ​ກອນ​ໃນ​ທົ່ວ​ລະ​ທົບ​ສະ​ຫະ​ພັນ ຂອງ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ດ້ານ​ການ​ເມືອງ​ທີ່​ໄດ້​ມອບ​ໝາຍ, ຍົກ​ສູ​ງ​ຄຸນ​ນະ​ພາບ ຂອງວຽກ​ງານ​ການ​ທູດ ປະ​ຊາ​ຊົນ​ໃນ​ສະ​ພາບ​ການ​ໃໝ່​ໃຫ້​ມີ​ປະ​ສິດ​ທິ​ຜົນ.

ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III

ຍ​ສ​ໝ - ໃນ​ອາ​ຍຸ​ການນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ບ​ັນ​ດາ​ການ​ເຄື່ອນ​ໄຫວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ ສອງ​ປະ​ເທດ, 2 ຊາດ ຫວຽດ​ນາມ - ຢູ​ແກຼນ.

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະ​ມາ​ຄົງ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເມືອງ ເຕິນ​ອຽນ

​ຍ​ສ​ໝ - ​ໄລ​ຍະຜ່ານ​ມາ, ສະມາຄົມມິດຕະພາບຫວຽດນາມ - ລາວເມືອງ ເຕິນ​ອຽນ ໄດ້ຈັດ​ຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ໄລຍະ 2020 - 2025.

ອັດ​ການ​ແຂ່ງ​ຂັນບານ​ເຕະມິດ​ຕະ​ພາບ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ​ຢູ່ ລາວ

ຍ​ສ​ໝ - ການ​ແຂ່ງ​ຂັນ​ປີນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ ທີມ​ບານ​ເຕະ 9 ທີມ. ລາງວັນທີ 1 ປີນີ້​ແມ່ນ​ທີມ​ບານ​ເຕະ ສະ​ໂມ​ສອນ​ສິ່​ທິດ, ລາງວັນ​ທີ 2 ​ແມ່ນທີມ ລາວ style, ລາງວັນ​ທີ 3 ​ແມ່ນ​ທີມ​ສະ​ໂມ​ສອນ TH.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.