ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍຂອງລັດຖະບານລາວ ໃຫ້ກົມກອງລວມໝູ່-ບຸກຄົນ ບໍລິສັດ ສະຕາ ໂທລະຄົມ

09:59 | 30/05/2018

ຕະຫລອດ​ໄລ​ຍະ 10 ປີ ຢູນິ​ເທວ ມີ​ລາຍ​ຮັບ​ລວມ ຫລາຍກວ່າ 1,3 ຕື້ ​USD ​ແລະ ມອບ​ອາກອນ​ໃຫ້​ລັດ 350 ລ້ານ USD, ​ເປັນ​ເຄືອ​ຂ່າຍ​ທີ່​ນອນ​ໃນ​ອັນ​ດັບ​ແຖວ​ໜ້າ, ມີ​ຈຳນວນ​ເລກ​ໝາຍ​ຜູ້ນຳ​ໃຊ້​ມື​ຖື 3 ລ້ານ​ໝາຍ​ເລກ ຫລື ສ່ວນ​ແບ່ງ​ຕະຫລາ​ດ 52%, ລະບົບ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ​ກວ້າງ​ໃຫ່ຍທີ່​ສຸດ ມີ​ຈຳນວນ​ສູນ​ສະຖານີ​ສົ່ງ​ສັນຍານ 2G/3G/4G ລວມຫລາຍ​ກວ່າ 6000 ສູນ, ​ເຂດ​ປົກ​ຄຸມ​ສັນຍານ​ກວມ 95% ທົ່ວ​ປະ​ເທດ.

ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍຂອງລັດຖະບານລາວ ໃຫ້ກົມກອງລວມໝູ່-ບຸກຄົນ ບໍລິສັດ ສະຕາ ໂທລະຄົມ


ປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍຂອງລັດຖະບານລາວ ໃຫ້ກົມກອງລວມໝູ່-ບຸກຄົນ ບໍລິສັດ ສະຕາ ໂທລະຄົມ

ພິທີ​ປະດັບ​ຫລຽນ​ໄຊ ​ແລະ ມອບ​ໃບ​ຍ້ອງຍໍ ຂອງ​ລັດຖະບານ ​ແຫ່ງ ສປປ ລາວ.

ໃນ​ວັນ​ທີ 29 ພຶດສະພາ 2018 ບໍລິສັດ ສະຕາ ​ໂທລະ​ຄົມ ​ໄດ້​ຈັດ​ພິທີ​ປະດັບ​ຫລຽນ​ໄຊ ​ແລະ ມອບ​ໃບ​ຍ້ອງຍໍ ຂອງ​ລັດຖະບານ ​ແຫ່ງ ສປປ ລາວ ​ໃຫ້​ກົມ​ກອງ​ລວມໝູ່ ​ແລະ ບຸກ​ຄົນ,​ ​​ເນື່ອງ​ໃນ​ໂອກາດ ວັນ​ສ້າງ​ຕັ້ງ​ບໍລິສັດ​ສະຕາ ​ໂທລະ​ຄົມ ຄົບຮອບ 10 ປີ (1/4/2018-1/4/2018), ​ໂດຍ​ມີ ​ທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ຫວຽນ ບາ ຮຸ່ງ ​ເອກ​ອັກ ຄະ​ລັດຖະທູດ ​ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມ​ດ້ວຍ ພາກສ່ວນ​ກ່ຽວຂ້ອງ, ແຂກ​ຖືກ​ເຊີນ ​ແລະ ພະນັກງານ ຢູນິ​ເທວ ທົ່ວ​ປະ​ເທດ ​ເຂົ້າ​ຮ່ວມ.

ພິທີ​ປະດັບ​ຫລຽນ​ໃນ​ຄັ້ງ​ນີ້, ​ເປັນ​ການ​ຢັ້ງ​ຍືນ​ເຖິງ​ຜົນງານ​ ການ​ສູ້​ຊົນ​ບຸກບືນຂອງ​ຢູນີ​ເທວ, ​ເຊິ່ງ​ແມ່ນ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື ​ຂອງ​ສອງ​ພັກ-ສອງ​ລັດ ລາວ-ຫວຽດນາມ, ​ເຊິ່ງ​ໄດ້ປະດັບ​ຫລຽນ​ໄຊ ຊັ້ນ 2 ​ໃຫ້​ແກ່ບໍລິສັດ​ ສະຕາ​ໂທລະ​ຄົມ, ປະດັບ​ຫລຽນ​ໄຊ ພິລະ​ອາດ​ຫານ ຊັ້ນ II ​ໃຫ້ຈຳນວນ 15 ສະຫາຍ, ຫລຽນ​ໄຊ​ພິລະອາ​ດຫານ​ຊັ້ນ III ​ໃຫ້ຈຳນວນ 42 ສະຫາຍ ​ໃຫ້​ກຽດ​ມອບ​, ໂດຍ​ທ່ານ ພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ. ນອກ​ນັ້ນ, ຍັງ​ໄດ້ມອບ​ໃບ​ຍ້ອງຍໍ​ຂັ້ນ​ກະຊວງ ​ປ້ອງ​ກັນ​ປະ​ເທດ ​ໃຫ້​ຈຳນວນ 211 ສະຫາຍ ​ແລະ ມອບ​ໃບ​ຍ້ອງ​ຍໍ​ກົມ​ໃຫ່ຍການ​ເມືອງ​ກອງທັບ ​ໃຫ້ ຈຳນວນ 269 ສະຫາຍ.

ໂອກາດ​ດັ່ງກ່າວ, ທ່ານ ກາວ ​​ແອັງ​ເຊີນ ຜູ້ອຳ​ນວຍ​ການ​ໃຫຍ່​ ບໍລິສັດ​ສະຕາ​ໂທລະ​ຄົມ ​ໄດ້​ຂຶ້ນ​ລາຍ​ງານ, ​ໂດຍ​ມີ​ບາງ​ຕອນ​ໃຫ້​ຮູ້​ວ່າ: ບໍລິສັດ​ ສະຕາ​ໂທລະ​ຄົມ ສ້າງ​ຕັ້ງ​ຂຶ້ນ ​ໃນ​ວັນ​ທີ 1 ​ເມສາ 2008 ​ໂດຍ​ກາ​ນຮ່ວມ​ທຸລະ​ກິດ ​ລະຫວ່າງ ລາວ​ເອ​​ເຊຍ ​ໂທລະ​ຄົມ ​ແລະ ບໍ​ລິ​ສັດ​ຫວຽດ​ເທວ ​ໂກ​ໂບ ​ໄດ້​ມີ​ການ​ເຊັນ​ສັນຍາ​ຮ່ວມ​ມື ​ໃນ​ວັນ​ທີ 25 ພະຈິກ 2017 ​ແລະ ​ເປີດ​ນຳ​ໃຊ້​ເຄື່ອງໝາຍ​ການ​ຄ້າ​ ຢູນິ​ເທວ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 16 ຕຸລາ 2009 ຕະຫລອດ​ໄລ​ຍະ 10 ປີ ຢູນິ​ເທວ ມີ​ລາຍ​ຮັບ​ລວມ ຫລາຍກວ່າ 1,3 ຕື້ ​USD ​ແລະ ມອບ​ອາກອນ​ໃຫ້​ລັດ 350 ລ້ານ USD, ​ເປັນ​ເຄືອ​ຂ່າຍ​ທີ່​ນອນ​ໃນ​ອັນ​ດັບ​ແຖວ​ໜ້າ, ມີ​ຈຳນວນ​ເລກ​ໝາຍ​ຜູ້ນຳ​ໃຊ້​ມື​ຖື 3 ລ້ານ​ໝາຍ​ເລກ ຫລື ສ່ວນ​ແບ່ງ​ຕະຫລາ​ດ 52%, ລະບົບ​ພື້ນຖານ​ໂຄງ​ລ່າງ​ເຕັກນິກ​ກວ້າງ​ໃຫ່ຍທີ່​ສຸດ ມີ​ຈຳນວນ​ສູນ​ສະຖານີ​ສົ່ງ​ສັນຍານ 2G/3G/4G ລວມຫລາຍ​ກວ່າ 6000 ສູນ, ​ເຂດ​ປົກ​ຄຸມ​ສັນຍານ​ກວມ 95% ທົ່ວ​ປະ​ເທດ. ນອກຈາກວຽກ​ງານ ​ການ​ຂະຫຍາຍ ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ກວ້າງຂວາງ​ ໃນ​ທົ່ວ​ປະ​ເທດ​ແລ້ວ ວຽກ​ງານ​ການ​ປະກອບສ່ວນ ​ຊ່ວຍ​ເຫລືອ​ສັງຄົມ ຢູນິ​ເທວ ກໍ​ຖື​ເປັນ​ສຳຄັນ​ຄຽງ​ຄູ່​ກັບ​ວຽກ​ງານ ​ດຳ​ເນີນ​ທຸລະ​ກິດ ​​ໃນ​ໄລຍະ​ຜ່ານ​ມາ ຢູນິ​ເທວ ​ໄດ້​ສະໜັບສະໜູນ​ຫລາຍ​ໂຄງການ ລວມມູນ​ຄ່າທັງ​ໝົ​​ດ 13 ລ້ານ​ໂດ​ລາ​ສະຫະລັດ ອັນ​ພົ້ນ​ເດັ່ນ​ແມ່ນ ​ໂຄງການ​ສະໜັບສະໜູນ ອິນ​ເຕີ​ເນັດລົງ​ສູ່​ໂຮງຮຽນ ຫລາຍ​ກວ່າ 900 ​ໂຮງຮຽນ ​ແລະ ອື່ນໆ. ພ້ອມ​ນັ້ນ ຢູນິ​ເທວ ຍັງ​ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ ຈາກ​ລັດຖະບານ ​ໃນ​ການ​ເປັນ​ຜູ້​ຈັ​ດຕັ້ງຜັນ​ຂະຫຍາຍ​ ບັນດາ​ລະບົບ​ທີ່​ສຳຄັນ ​ເຊັ່ນ: ສະໜອງ​ຟອນ​ພາສາ​ລາວ, ການ​ສອບ​ເສັງ​ອອນ​ລາຍ Olympic, ລະບົບ​ຄຸ້ມ​ຄອງ​ພົນລະ​ເມື​ອງ, ສະໜອງ​ລະບົບ Core Banking ​ແກ່​ທະນາຄານ ​ແຫ່ງ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.