ສະເຫລີມສະຫລອງ ວັນເດັກນ້ອຍສາກົນ

10:50 | 01/06/2018

ຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໂດຍໄດ້ຮັບ ການສະໜັບສະໜູນ ຈາກອົງການຢູນິເຊັບປະຈຳລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ 2018.

ສະເຫລີມສະຫລອງ ວັນເດັກນ້ອຍສາກົນ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນປະທານ ຄຊກມດ.

ໃນວັນທີ 31 ພຶດສະພາ 2018 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໂດຍໄດ້ຮັບ ການສະໜັບສະໜູນ ຈາກອົງການຢູນິເຊັບປະຈຳລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ 2018, ພ້ອມທັງມີການເຜີຍແຜ່ແຜນບູລິມະສິດ ຫລາຍຂະແໜງການ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ເວທີເດັກ ຂອງ ສປປ ລາວ, ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນປະທານ ຄຊກມດ, ມີ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການ ສປຊ ສຳລັບເດັກ ປະຈຳ ສປປ ລາວ, ທູຕານຸທູດ, ບັນດາລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຄູ-ອາຈານ, ນ້ອງນັກຮຽນ ຈາກໂຮງຮຽນອ້ອມຂ້າງ ນະຄອນຫລວງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ເນັ້ນວ່າ: ລັດຖະບານລາວ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້, ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວ ໃຫ້ເຕີບໃຫຍ່ໃນສະພາບແວດລ້ອມ ທີ່ມີຄວາມປອດໄພ, ໄດ້ຮັບການສຶກສາ ແລະ ການບໍລິການສຸຂະພາບ ໃນຂັ້ນພື້ນຖານທີ່ດີ. ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວ ລັດຖະບານໄດ້ກຳນົດແນວທາງນະໂຍບາຍ, ນິຕິກຳ ແລະ ຈັດສັນງົບປະມານ ຈຳນວນໜຶ່ງ ໂດຍມອບໃຫ້ຂະແໜງ ການທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນການໂຄສະນາເຜີຍແຜ່, ການປ້ອງກັນ ແລະ ລຶບລ້າງການ ໃຊ້ຄວາມຮຸນແຮງຕໍ່ເດັກ, ການຄ້າ-ຂາຍປະເວນີເດັກ ແລະ ການໃຊ້ແຮງງານເດັກ. ພ້ອມນີ້, ທ່ານ ຮອງນາຍົກ ຍັງໄດ້ກ່າວເຖິງການເອົາໃຈໃສ່ ເປັນພິເສດ ແລະ ຕ້ອງເພີ່ມການລົງທຶນ ໃສ່ວຽກງານປູກຈິດສຳນຶກທົ່ວປວງຊົນ, ວຽກງານສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນ ໃນການຈັດຕັ້ງຕ່າງໆແຕ່ລະຂັ້ນ ແລະ ລົງທຶນໃສ່ວຽກງານພັດທະນາເດັກ ພ້ອມຕິດພັນກັບການປັບປຸງ ຂອດປະສານງານ, ການຕິດຕາມກວດກາ ຢ່າງເປັນປົກກະຕິແລະຕໍ່ເນື່ອງ.

ໃນໂອກາດດຽວກັນ, ທ່ານ ອົກຕາວຽນ ບີໂວນ ໄດ້ກ່າວວ່າ: ເດັກທຸກຄົນມີສິດໃນການຢູ່ລອດ, ເຕີບໂຕ ແລະ ໄດ້ຮັບການປົກປ້ອງ ຈາກທຸກຮູບແບບການໃຊ້ຄວາມຮຸນແຮງ, ແຕ່ກໍມີເດັກຈຳນວນຫລາຍລ້ານຄົນ ໃນທົ່ວໂລກ ລວມທັງເດັກ ໃນ ສປປ ລາວ ຍັງຖືກໃຊ້ຄວາມຮຸນແຮງ ຫລື ໄດ້ຮູ້ເຫັນເຫດການ ໃຊ້ຄວາມຮຸນແຮງ ແລະ ກຳລັງມີຄວາມທຸກທໍລະມານ ຈາກຜົນກະທົບຂອງຄວາມຮຸນແຮງດັ່ງກ່າວ, ເຊິ່ງການແກ້ໄຂຄວາມຮຸນແຮງຕໍ່ເດັກ ຈຳເປັນຕ້ອງມີການເຮັດວຽກຮ່ວມກັນ ຢ່າງທັນສະພາບ ແລະ ຢ່າງມີປະສິດທິຜົນ ຈາກລະບົບຕ່າງໆ ລວມທັງ ສາທາລະນະສຸກ, ການບັງຄັບໃຊ້ກົດໝາຍ ແລະ ການບໍລິການດ້ານສັງຄົມ ຂອງອຳນາດຕຸລາການ ແລະ ຂອງລັດ ເພາະວ່າເຂົາເຈົ້າຕ້ອງໄດ້ແກ້ໄຂເຫດການ ຄວາມຮຸນແຮງ ແລະ ໃຫ້ການສະໜັບສະໜູນຊ່ວຍ ເຫລືອ ຜູ້ເຄາະຮ້າຍ ແລະ ຄອບຄົວຜູ້ເຄາະຮ້າຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.