Oxfam ກຳນົດສອງບູລິມະສິດດ້ານການພັດທະນາຢູ່ຫວຽດນາມ ໄລຍະ 2026-2031

Oxfam ກຳນົດສອງບູລິມະສິດດ້ານການພັດທະນາຢູ່ຫວຽດນາມ ໄລຍະ 2026-2031

ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, Oxfam ໄດ້ປະກາດຍຸດທະສາດການເຄື່ອນໄຫວຢູ່ຫວຽດນາມ ໄລຍະ 2026-2031, ວິໄສທັດຮອດປີ 2036, ໂດຍສຸມໃສ່ການຍົກສູງຄວາມສາມາດໃນການເປັນເຈົ້າຂອງປະຊາຊົນ ແລະ ພັດທະນາເສດຖະກິດແບບກວມລວມ. ພາຍຫຼັງມີໜ້າຢ່າງເປັນທາງການຢູ່ຫວຽດນາມ ຫຼາຍກວ່າ 30 ປີ, ອົງການດັ່ງກ່າວຢືນຢັນວ່າ ຈະສືບຕໍ່ຄຽງຄູ່ກັບຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍການພັດທະນາຮອດປີ 2045.