ນັກຮຽນຫວຽດນາມ 9 ຄົນ ໄດ້ຮັບທຶນການສຶກສາເຕັມຈຳນວນຢູ່ຍີ່ປຸ່ນ

22:57 | 14/07/2026

ຍສໝ - ວັນທີ 13 ກໍລະກົດ, ກຸ່ມບໍລິສັດ Fast Retailing ໄດ້ປະກາດລາຍຊື່ນັກຮຽນຫວຽດນາມ 9 ຄົນ ທີ່ໄດ້ຮັບທຶນການສຶກສາເຕັມຈຳນວນລະດັບປະລິນຍາຕີຈາກກອງທຶນ Fast Retailing, ເປີດໂອກາດໃຫ້ນັກຮຽນເຫຼົ່ານີ້ໄດ້ສຶກສາຢູ່ບັນດາມະຫາວິທະຍາໄລຊັ້ນນຳຂອງຍີ່ປຸ່ນ, ພ້ອມທັງປະກອບສ່ວນເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດ.

ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ ປະຊາຄົມຊາວຫວຽດນາມຮ່ວມແຮງສ້າງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຢູ່ Kyushu-Okinawa

ນີ້ແມ່ນປີທີ 4 ທີ່ໂຄງການທຶນການສຶກສາ Fast Retailing ໄດ້ດຳເນີນຢູ່ຫວຽດນາມ. ນັບແຕ່ປີ 2023 ຫາປີ 2026, ມີນັກຮຽນຫວຽດນາມທັງໝົດ 36 ຄົນ ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ.

ທຶນການສຶກສານີ້ມອບໃຫ້ສຳລັບຫຼັກສູດປະລິນຍາຕີທີ່ສິດສອນເປັນພາສາອັງກິດ ຢູ່ 12 ມະຫາວິທະຍາໄລຊັ້ນນຳຂອງຍີ່ປຸ່ນ, ໃນນັ້ນມີມະຫາວິທະຍາໄລ Tokyo, ມະຫາວິທະຍາໄລ Kyoto, ມະຫາວິທະຍາໄລ Osaka, ມະຫາວິທະຍາໄລ Waseda ແລະ ມະຫາວິທະຍາໄລ Keio.

ນອກຈາກການສະໜັບສະໜູນຄ່າຮຽນ ແລະ ຄ່າທຳນຽມເຂົ້າຮຽນທັງໝົດແລ້ວ, ກອງທຶນ Fast Retailing ຍັງມອບເງິນຄ່າຄອງຊີບປະຈຳເດືອນ ແລະ ຊ່ວຍເຫຼືອຄ່າໃຊ້ຈ່າຍເບື້ອງຕົ້ນ, ເພື່ອໃຫ້ນັກສຶກສາມີເງື່ອນໄຂສຸມໃສ່ການຮຽນ ແລະ ຄົ້ນຄວ້າ.

ນັກຮຽນຫວຽດນາມ 9 ຄົນ ໄດ້ຮັບທຶນການສຶກສາເຕັມຈຳນວນຢູ່ຍີ່ປຸ່ນ
ບັນດານັກຮຽນຫວຽດນາມດີເດັ່ນທີ່ໄດ້ຮັບທຶນການສຶກສາເຕັມຈຳນວນປີ 2026 ຈາກກອງທຶນ Fast Retailing ເພື່ອໄປສຶກສາຕໍ່ຢູ່ຍີ່ປຸ່ນ.

ໃນຈຳນວນນັກຮຽນ 9 ຄົນທີ່ໄດ້ຮັບທຶນໃນປີ 2026, ນາງ ເຈິ່ນ ເລ ດວ່າຍ ເຟືອງ, ນັກຮຽນໂຮງຮຽນມັດທະຍົມປາຍສະເພາະທາງພາສາຕ່າງປະເທດ (ຮ່າໂນ້ຍ), ມີຄວາມປາດຖະໜາຢາກສຶກສາໃຫ້ເລິກເຊິ່ງກ່ຽວກັບວິທີປະສົມປະສານຄຸນຄ່າວັດທະນະທຳດັ້ງເດີມເຂົ້າກັບອຸດສາຫະກຳແຟຊັນສະໄໝໃໝ່ຢູ່ຍີ່ປຸ່ນ.

ດວ່າຍ ເຟືອງ ຫວັງວ່າ ຄວາມຮູ້ ແລະ ປະສົບການທີ່ສະສົມໄດ້ໃນໄລຍະສຶກສາ ຈະຊ່ວຍໃຫ້ຕົນສາມາດປະກອບສ່ວນນຳບັນດາຜະລິດຕະພັນທີ່ມີເອກະລັກວັດທະນະທຳຫວຽດນາມ ໃຫ້ເຂົ້າໃກ້ຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນຫຼາຍຂຶ້ນ.

ອີກຜູ້ໜຶ່ງທີ່ໄດ້ຮັບທຶນໃນຄັ້ງນີ້ແມ່ນ ທ້າວ ຈິ້ງ ຕວັ໊ນ ມິງ, ນັກຮຽນໂຮງຮຽນມັດທະຍົມປາຍສະເພາະທາງ ເລ ກຸຍ ໂດນ (ດ່ານັງ), ເຊິ່ງໄດ້ເລືອກທິດທາງຄົ້ນຄວ້າກ່ຽວກັບເສດຖະກິດໝູນວຽນ ແລະ ການພັດທະນາທີ່ຍືນຍົງ.

ຕວັ໊ນ ມິງ ປາດຖະໜາຈະຄົ້ນຫາບັນດາວິທີແກ້ໄຂທີ່ປະກອບສ່ວນຮັບມືກັບສິ່ງທ້າທາຍດ້ານສິ່ງແວດລ້ອມ, ພ້ອມທັງປະກອບສ່ວນປະຕິບັດບັນດາເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຂອງສະຫະປະຊາຊາດ.

ຕາມຜູ້ແທນກອງທຶນ Fast Retailing, ໂຄງການນີ້ຖືກດຳເນີນຂຶ້ນເພື່ອຄົ້ນພົບ ແລະ ບຳລຸງສ້າງບັນດານັກຮຽນທີ່ມີຜົນການຮຽນດີເລີດ, ມີຄວາມສາມາດໃນການນຳພາ ແລະ ມີຄວາມປາດຖະໜາອຸທິດຕົນເພື່ອສັງຄົມ.

ບັນດານັກຮຽນທີ່ໄດ້ຮັບທຶນລ້ວນແຕ່ສະແດງຄວາມປາດຖະໜາວ່າ ພາຍຫຼັງສຳເລັດຫຼັກສູດປະລິນຍາຕີຢູ່ຍີ່ປຸ່ນ ຈະນຳຄວາມຮູ້ ແລະ ປະສົບການມາປະຍຸກໃຊ້ເພື່ອປະກອບສ່ວນໃຫ້ແກ່ຊຸມຊົນ ແລະ ການພັດທະນາຂອງຫວຽດນາມ, ໂດຍສະເພາະໃນຂົງເຂດນະວັດຕະກຳ, ການພັດທະນາທີ່ຍືນຍົງ ແລະ ການເຜີຍແຜ່ວັດທະນະທຳຂອງຊາດ.

ຜ່ານການສະໜັບສະໜູນຄົນຮຸ່ນໜຸ່ມຫວຽດນາມໃຫ້ໄດ້ເຂົ້າເຖິງສະພາບແວດລ້ອມການສຶກສາທີ່ມີຄຸນນະພາບສູງ, ໂຄງການນີ້ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການຝຶກອົບຮົມ, ເພີ່ມທະວີຄວາມເຂົ້າໃຈ ແລະ ການແລກປ່ຽນລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນ.

ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ
ຍສໝ - ເຫດການງານບຸນ ຫວຽດນາມ – ຮອກໄກໂດ ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ກັນຍາ ຢູ່ທີເມືອງ ອາຊາຮິກາວະ. ນີ້ແມ່ນຄັ້ງທຳອິດທີ່ໂຄງການໄດ້ຖືກຈັດຂຶ້ນຢູ່ເຂດນີ້, ສ້າງບາດກ້າວຂະຫຍາຍຕົວໃໝ່ ໃນກິດຈະກຳການເຊື່ອມໂຍງວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ກັບ ແຂວງ ຮອກໄກໂດ.
ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ ໄວ້ອາໄລ ທ່ານ ໂອນາກາ ຊິນອິຈິ: ຕະຫຼອດຊີວິດ ແນ່ໃສ່ການສະໝານບາດແຜສົງຄາມ ຫວຽດນາມ - ຍີ່ປຸ່ນ
ຍສໝ - ໃນວັນທີ 4 ກັນຍາ 2026, ທ່ານ ໂອນາກາ ຊິນອິຈິ, ອະດີດຮອງປະທານສະມາຄົມມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແຂວງ ຮິໂຣຊິມາ ແລະ ອະດີດເລຂາທິການໃຫຍ່ ຄະນະກຳມະການຕ້ານລະເບີດປະລະມານູ ນະຄອນ ຮິໂຣຊິມາ, ໄດ້ເຖິງແກ່ອະສັນຍະກຳ. ການຈາກໄປຂອງທ່ານ ໄດ້ຝາກໄວ້ຄວາມອາໄລຢ່າງໃຫຍ່ຫຼວງ ໃນຈິດໃຈຂອງບັນດາຜູ້ຮັກສາສັນຕິພາບ, ໂດຍສະເພາະແມ່ນ ປະຊາຊົນ ຫວຽດນາມ ກໍ່ຄື ຄະນະກຳມະການສັນຕິພາບ ນະຄອນ ໂຮ່ຈີມິນ - ບັນດາຜູ້ທີ່ຍາມໃດກໍ່ເຄົາລົບຮັກ ເພື່ອນມິດຜູ້ໃຫຍ່ ທີ່ໄດ້ສະຫງວນ ຕະຫຼອດຊີວິດ ເພື່ອສະໝານບາດແຜສົງຄາມ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ