ການຢ້ຽມຢາມເດນມາກ, EU ແລະ ແບນຊິກ ເປີດໂອກາດໃໝ່ໃນການຮ່ວມມືຍຸດທະສາດໃຫ້ແກ່ຫວຽດນາມ
ຍສໝ - ແຕ່ວັນທີ 19-24/10, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງຢ້ຽມຢາມຂັ້ນລັດຖະກິດລາຊະອານາຈັກເດນມາກ, ຢ້ຽມຢາມຢ່າງເປັນທາງການສະຫະພາບເອີຣົບ (EU) ແລະ ລາຊະອານາຈັກແບນຊິກ. ຕາມທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຍົກລະດັບສາຍພົວພັນກັບບັນດາຄູ່ຮ່ວມມືເອີຣົບ, ພ້ອມທັງຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາທີ່ຍືນຍົງ.