ກອງປະຊຸມຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 74

13:42 | 16/05/2018

ລະຫວ່າງວັນທີ 10-11 ພຶດສະພາ 2018, ທີ່ຊຽງໃໝ່ ປະເທດໄທ. ໄດ້ຈັດກອງປະຊຸມ ຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຄັ້ງທີ 74 (ASEAN COST-74)ຂຶ້ນ. ຄະນະຜູ້ແທນ ລາວ ນຳໂດຍ ທ່ານ ຫູມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານຄະນະກໍາມະການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງ ສປປ ລາວ ເຂົ້າຮ່ວມ.

ກອງປະຊຸມຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 74

ກອງປະຊຸມ ຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຄັ້ງທີ 74 (ASEAN COST-74)

ກອງປະຊຸມ ຄະນະກຳມະການ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຄັ້ງທີ 74 (ASEAN COST-74) ໄດ້ຈັດຂຶ້ນ ລະຫວ່າງວັນທີ 10-11 ພຶດສະພາ 2018, ທີ່ຊຽງໃໝ່ ປະເທດໄທ, ​ໂດຍ​ການເປັນປະທານ ຂອງ​ທ່ານ Aye Myint ຫົວໜ້າກົມອະຊີວະສຶກສາ ແລະ ຝຶກອົບຮົມ ກະຊວງສຶກສາ, ທັງເປັນປະທານຄະນະກຳມະການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງປະເທດມຽນມາ, ຄະນະຜູ້ແທນ ລາວ ນຳໂດຍ ທ່ານ ຫູມພັນ ອິນທະຣາດ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທັງເປັນປະທານຄະນະກໍາມະການຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ ຂອງ ສປປ ລາວ ມີບັນດາຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ASEAN COST-74 ໄດ້ທົບທວນ​ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດ ບັນດາແຜນງານ, ໂຄງ ການ ແລະ ກິດຈະກຳຕ່າງໆ ທີ່ໄດ້ຕົກລົງຮັບຮອງໃນກອງປະຊຸມ ລັດຖະມົນຕີອາຊຽນ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງທີ 17 (AMMST-17), ກອງປະຊຸມ ASEAN COST-73, ການຜັນຂະຫຍາຍ ແຜນປະຕິບັດງານ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ 2016-2025 (APASTI 2016-2025), ການ​ຮ່ວມມື​ກັບ​ຄູ່​ຮ່ວມ​ເຈລະຈາ ແລະ ຂໍ້ຕົກລົງຕ່າງໆ ຂອງກອງປະຊູມຜູ້ນໍາບັນດາປະເທດອາຊຽນ ​ແລະ​ ກອງ​ປະຊຸມ​ອື່ນໆ ທີ່ກ່ຽວຂ້ອງກັບວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ນອກຈາກນີ້, ກອງປະຊຸມໄດ້ຕີລາສູງ ຕໍ່ຄວາມເອົາໃຈໃສ່ຂອງບັນດາ ປະເທດສະມາຊິກອາຊຽນ ໃນການ​ເຂົ້າ​ຮ່ວມ ປະກອບ​ຄວາມ​ຄິດ​ຄວາມເຫັນ ​ຢ່າງ​ກົງ​ໄປ​ກົງມາ​ແບບສ້າງສັນ ​ເປັນ​ເຈົ້າ​ການ ​ແລະ ​ມີ​ຄວາມ​ຮັບຜິ​ດ ຊອບ​ສູງ ​ໂດຍ​ສະ​ເພາະ​ ການ​ປັບປຸງພາລະ​ບົດບາດ, ສິດ​ ແລະ ​ໜ້າ​ທີ່ ຂອງກອງ​ປະຊຸມ​ລະດັບລັດຖະມົນຕີວິ ທະຍາສາດ, ເຕັກໂນໂລຊີ​ ແລະ​ ນະ​ວັດຕະ​ກຳອາຊຽນ (AMMSTI) ຂອງຄະນະກຳມະການຮ່ວມມື ດ້ານວິທະຍາສາດ, ເຕັກໂນໂລຊີ ​ ແລະ​ ນະ​ວັດຕະ​ກຳ ອາຊຽນ (ASEAN COSTI) ​ແລະ ຂອງ​ຄະນະ​ກອງ​ເລຂາ​ອາ​ຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອ​ຫັນ​ໄປ​ຕາມ ​ທິດການ ສ້າງປະຊາຄົມເສດຖະກິດອາຊຽນ ແລະ ການພັດທະນາແບບຍືນຍົງ.

ຜູ້ເຂົ້າຮ່ວມ ຍັງໄດ້ປຶກສາຫາລື ການຜັນຂະຫຍາຍ ຂໍ້ຕົກລົງຂອງ ກອງປະຊຸມສຸດ​ຍອດ ຜູ້ນຳອາຊຽນ ຄັ້ງທີ 31 ທີ່ປະເທດຟີລິບປິນ ໃນປີຜ່ານມາ ​ແລະ ໃນກອງປະຊຸມໃຫຍ່ ຄັ້ງທີ 32 ທີ່ປະເທດສິງກະ​ໂປ ປີ 2018 ທີ່ກ່ຽວຂ້ອງກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ບັນຫາທີ່ພົວພັນກັບຫລາຍ ຂະແໜງການເຊັ່ນ: ການສ້າງຕັ້ງໜ່ວຍງານວິຊາການ ເພື່ອຈັດຕັ້ງແຜນງານລະດົມນັກຄົ້ນຄວ້າໝຸ່ມ ທີ່ມີພອນສະຫວັນ ແລະ ຈັດແບ່ງງົບປະມານ ຈາກກອງທຶນວິທະຍາສາດອາຊຽນ ເພື່ອຈັດຕັ້ງປະຕິບັດແຜນງານດັ່ງກ່າວ. ໄລຍະຜ່ານມາ, ASEAN COST ມີໂຄງການທັງໝົດຈຳນວນ 119 ໂຄງການ, ສຳເລັດ 26 ໂຄງການ, ກຳລັງຈັດຕັ້ງປະຕິບັດ 54 ໂຄງການ, ຍັງຢູ່ໃນຂັ້ນຕອນກະກຽມ 13 ໂຄງການ ແລະ ໂຄງການບໍ່ໄດ້ຮັບອະນຸມັດ 9 ໂຄງການ, ເຊິ່ງບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນຫລາຍສົມຄວນ ໃຫ້ແກ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ອາຊຽນ, ກໍຄືການຫລຸດຜ່ອນຄວາມແຕກໂຕນກັນ ດ້ານການພັດທະນາຂອງປະເທດສະມາຊິກ ອາຊຽນ ດ້ວຍກັນ.

ກອງປະຊຸມຄັ້ງນີ້, ຍັງ​ໄດ້​ພິຈາລະນາ​ຮັບຮອງ ​ເອົາ​ບັນດາ​ໂຄງການ​ຈຳນວນ​ໜຶ່ງ ຕາມ​ການ​ສະ​ເໜີ​ຈາກອະ​ນຸກຳມະການ ​ແຕ່​ລະ​ໜວ່ຍງານ ​ໃນ​ນັ້ນ​ມີ​ໂຄງການ​ ທີ່ຝ່າຍ ສປປ ລາວ​ ສະ​ເໜີຈັດ​ຝືກອົບຮົມ ​ ກ່ຽວ​ກັບ​ຂໍ້​ມູນ​ໃຫຍ່​ໂລກ (Big Earth Data) ຈາກ​ກອງ​ທຶນຮ່ວມມື ອາ​ຊຽນ-ສປ ຈີນ (ASEAN-China Cooperation Fund). ບັນດາຄະນະຜູ້ແທນອາຊຽນ ໄດ້ກຳນົດການຈັດກອງປະຊຸມ COST-75 ​ໄປ​ຄຽງ​ຄູ່​ກັບ​ກອງ​ປະຊຸມ ​ລັດຖະມົນຕີ​ບໍ່​ເປັນ​ທາງ​ການ IAMMST-10, ເຊິ່ງຄາດວ່າຈະໄດ້ຈັດຂຶ້ນ ລະຫວ່າງ ວັນທີ 15-19 ຕຸລາ 2018 ທີ່ ເມືອງ Cebu, ປະເທດຟິລິບປິນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.