| ຄວາມຊົງຈຳກ່ຽວກັບມິດສະຫາຍຜູ້ຍິ່ງໃຫຍ່ Fidel Castro ໄຂຊຸດກິດຈະກຳສະເຫຼີມສະຫຼອງປະທານ ໂຮ່ຈີມິນ ແລະ ຜູ້ບັນຊາການສູງສຸດ Fidel Castro |
ເຫດການດັ່ງກ່າວ ຈັດຂຶ້ນໂດຍກະຊວງການຕ່າງປະເທດ ປະສານສົມທົບກັບຄະນະປະຊາຊົນແຂວງກວາງຈິ ແລະ ສະຖານທູດກູບາປະຈຳຫວຽດນາມ.
ເຂົ້າຮ່ວມພິທີລະນຶກ ມີການນຳແຂວງກວາງຈິ, ການນຳກະຊວງການຕ່າງປະເທດ, ທ່ານເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດກູບາປະຈຳຫວຽດນາມ, ຜູ້ຕາງໜ້າສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກູບາ, ການນຳບັນດາພະແນກ, ຂະແໜງການ ພ້ອມດ້ວຍປະຊາຊົນຊັ້ນຕ່າງໆ, ພະນັກງານ, ກຳລັງປະກອບອາວຸດ ແລະ ນັກຮຽນແຂວງກວາງຈິ ເປັນຈຳນວນຫຼາຍ.
![]() |
| ພິທີລະນຶກ 100 ປີແຫ່ງວັນເກີດຂອງທ່ານປະທານ Fidel Castro Ruz ທີ່ສວນສາທາລະນະ Fidel Castro (ເມືອງດົງຮ່າ, ແຂວງກວາງຈິ). |
ກວາງຈິ ແມ່ນສະຖານທີ່ທີ່ຜູກພັນກັບຂີດໝາຍພິເສດໃນການພົວພັນ ຫວຽດນາມ - ກູບາ. ວັນທີ 15/9/1973, ພຽງບໍ່ເທົ່າໃດເດືອນພາຍຫຼັງສັນຍາປາຣີໄດ້ຮັບການລົງນາມ ແລະ ໃນຂະນະທີ່ສົງຄາມຍັງດຳເນີນຢູ່, ທ່ານປະທານ Fidel Castro ໄດ້ກາຍເປັນປະມຸກລັດຕ່າງປະເທດຄົນທຳອິດ ແລະ ຄົນດຽວທີ່ໄປຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ທີ່ກວາງຈິ.
ໃນການຢ້ຽມຢາມຄັ້ງນັ້ນ, ຜູ້ນຳການປະຕິວັດກູບາ ໄດ້ໄປຢ້ຽມຢາມຂົວຮ່ຽນເລືອງ, ໂດກມ໊ຽວ, ດົງຮ່າ, ກາມໂລະ, ສຳນັກງານລັດຖະບານປະຕິວັດຊົ່ວຄາວສາທາລະນະລັດພາກໃຕ້ຫວຽດນາມ ແລະ ເນີນສູງ 241 ເຕິນເລິມ. ພາບຂອງທ່ານປະທານ Fidel Castro ຢູ່ກວາງຈິ ພ້ອມກັບຄຳເວົ້າ “ເພື່ອຫວຽດນາມ, ກູບາພ້ອມແລ້ວທີ່ຈະອຸທິດເລືອດຂອງຕົນເອງ” ໄດ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງສອງຊາດ.
ກ່າວຄຳປາໄສໃນພິທີລະນຶກ, ທ່ານ ເລດຶກຕ໋ຽນ, ຮອງປະທານຄະນະປະຊາຊົນແຂວງກວາງຈິ ເນັ້ນໜັກເຖິງບັນດາການປະກອບສ່ວນຂອງທ່ານປະທານ Fidel Castro ຕໍ່ການພົວພັນ ຫວຽດນາມ - ກູບາ ແລະ ຄວາມຮັກແພງພິເສດທີ່ທ່ານມີຕໍ່ຫວຽດນາມໃນຊຸມປີສົງຄາມ. ຕາມທ່ານ, ພິທີລະນຶກແມ່ນໂອກາດເພື່ອລະນຶກເຖິງເພື່ອນມິດຜູ້ໃຫຍ່ຂອງປະຊາຊົນຫວຽດນາມ, ພ້ອມທັງທົບທວນຄືນການພົວພັນມິດຕະພາບພິເສດລະຫວ່າງສອງປະເທດ.
ທ່ານ ເລດຶກຕ໊ຽນ ໃຫ້ຮູ້ວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນກວາງຈິ ຈະສືບຕໍ່ຮັກສາ ແລະ ພູນສ້າງບັນດາຄຸນຄ່າທີ່ທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ວາງຮາກຖານ, ພ້ອມກັບບັນດາອົງການສູນກາງ, ສະຖານທູດກູບາປະຈຳຫວຽດນາມ ແລະ ບັນດາຄູ່ຮ່ວມມືກູບາ ນຳການພົວພັນສອງປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານ Rogelio Polanco Fuentes, ເອກອັກຄະລັດຖະທູດກູບາປະຈຳຫວຽດນາມ ສະແດງຄວາມຊາບຊຶ້ງຕໍ່ການຈັດພິທີລະນຶກຢູ່ກວາງຈິ ແລະ ຄວາມຮັກແພງທີ່ປະຊາຊົນຫວຽດນາມລຸ້ນຕ່າງໆມີຕໍ່ທ່ານປະທານ Fidel Castro. ທ່ານເອກອັກຄະລັດຖະທູດ ຂອບໃຈຄວາມສາມັກຄີ ແລະ ການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ກູບາ, ພ້ອມທັງຢືນຢັນວ່າ ມິດຕະພາບລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການຮັກສາ ແລະ ພັດທະນາຈາກຄົນລຸ້ນຕ່າງໆ.
ໃນພິທີລະນຶກ, ຜູ້ຕາງໜ້າບັນດາພະຍານປະຫວັດສາດ ແລະ ຄົນຮຸ່ນໜຸ່ມກວາງຈິ ໄດ້ສະແດງຄວາມຮັກແພງຕໍ່ກູບາ ແລະ ຄວາມປາດຖະໜາຢາກສືບຕໍ່ປະເພນີມິດຕະພາບລະຫວ່າງສອງຊາດ. ບັນດາຜູ້ແທນຍັງໄດ້ວາງດອກໄມ້ ເພື່ອລະນຶກເຖິງທ່ານປະທານ Fidel Castro ຢູ່ອະນຸສາວະລີຂອງທ່ານໃນສວນສາທາລະນະ Fidel Castro.
![]() |
| ບັນດາຜູ້ແທນວາງດອກໄມ້ ເພື່ອລະນຶກເຖິງທ່ານປະທານ Fidel Castro. |
ໃນວັນທີ 13/8 ເຊັ່ນດຽວກັນ, ທ່ານ ເລດຶກຕ໋ຽນ, ຮອງປະທານຄະນະປະຊາຊົນແຂວງກວາງຈິ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ Rogelio Polanco Fuentes. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເພີ່ມທະວີການເຊື່ອມໂຍງລະຫວ່າງກວາງຈິກັບບັນດາທ້ອງຖິ່ນຂອງກູບາ ແລະ ຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ຄວາມຕ້ອງການ, ໃນນັ້ນມີ ເສດຖະກິດ, ການຄ້າ, ກະສິກຳ, ພະລັງງານ, ວັດທະນະທຳ ແລະ ການທ່ອງທ່ຽວ.
ຍສໝ - ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດປະຈຳຫວຽດນາມເນັ້ນໜັກວ່າ ປຶ້ມ Fidel Castro ແລະ ຫວຽດນາມ - ຄວາມອະນຸສອນທີ່ບໍ່ສາມາດລືມໄດ້” ໄດ້ເວົ້າເຖິງນ້ຳໃຈເພື່ອນມິດພິເສດລະຫວ່າງການນຳສອງທ່ານ Fidel Castro ແລະ ໂຮ່ຈີມິນ ເວົ້າສະເພາະກໍ່ຄືນ້ຳໃຈມິດຕະພາບໝັ້ນແກ່ນລະຫວ່າງກູບາ ແລະ ຫວຽດນາມ. |
ຍສໝ - ທີ່ພິທີ, ທ່ານ ເຈີ່ນແຄງໂຟຍ, ຮອງຫົວໜ້າພະແນກການຕ່າງປະເທດ - ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງກວາງຈິ ໄດ້ຂຶ້ນກ່າວການເຄື່ອນໄຫວປະຕິວັດໂດຍຫຍໍ້ຂອງຜູ້ນໍາກູບາ Fidel Castro. |
ມິງດຶກ

