| EuroCham: ຫວຽດນາມ ຍັງຄົງແມ່ນບ່ອນອີງທາງດ້ານຍຸດທະສາດ ທ່າມກາງການຜັນແປຂອງໂລກ ຫວຽດນາມ - EU: ສາຍພົວພັນຄູ່ຮ່ວມມືທີ່ເລິກເຊິ່ງ, ກ້າວໄປສູ່ອະນາຄົດ |
![]() |
| ຫ້ອງການເຮັດວຽກ ຢູ່ທີ່ສາຂາຂອງ Deutsche Bank ໃນ Eschborn, ເຢຍລະມັນ. |
ອີງຕາມຂໍ້ມູນຈາກ Eurostat, ການຄົ້ນຄວ້າໃຫ້ຮູ້ວ່າ ອັດຕາຄົນອົບພະຍົບມີວຽກເຮັດງານທຳ ໄດ້ເພີ່ມຂຶ້ນຈາກ 67,8% ໃນປີ 2024 ຂຶ້ນເປັນ 68,2% ໃນປີ 2025.
ທ່ານ Tommaso Frattini, ຮອງຜູ້ອຳນວຍການ CReAM, ໃຫ້ຄຳເຫັນວ່າ ອັດຕາຄົນອົບພະຍົບເຂົ້າຮ່ວມຕະຫຼາດແຮງງານ ໄດ້ມີການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ ໃນຫຼາຍປີທີ່ຜ່ານມາ ແລະ ໃນປະຈຸບັນແມ່ນໄດ້ເຂົ້າໃກ້ກັບລະດັບຂອງຄົນທີ່ເກີດຢູ່ປະເທດເຈົ້າພາບ.
ທີ່ໜ້າເອົາໃຈໃສ່, ກຸ່ມຄົນອົບພະຍົບທີ່ມາຈາກບັນດາປະເທດນອກ EU ໄດ້ບັນທຶກລະດັບການປັບປຸງທີ່ແຂງແຮງທີ່ສຸດ. ອັດຕາການມີວຽກເຮັດງານທຳຂອງກຸ່ມນີ້ ໄດ້ເພີ່ມຂຶ້ນ 6,6 ເປີເຊັນ ໃນໄລຍະ 2017-2025, ຈາກ 59,4% ຂຶ້ນເປັນ 66%, ຜ່ານນັ້ນໄດ້ຊ່ວຍຮັດແຄບໄລຍະຫ່າງກັບແຮງງານທ້ອງຖິ່ນ.
ໃນໄລຍະດຽວກັນ, ອັດຕາການມີວຽກເຮັດງານທຳຂອງຄົນອົບພະຍົບທີ່ມາຈາກບັນດາປະເທດສະມາຊິກ EU ໄດ້ເພີ່ມຂຶ້ນຈາກ 71,1% ຂຶ້ນເປັນ 74,8%, ໃນຂະນະທີ່ອັດຕາຂອງຄົນທີ່ເກີດຢູ່ປະເທດເຈົ້າພາບ ກໍ່ໄດ້ເພີ່ມຂຶ້ນຈາກ 67,2% ຂຶ້ນເປັນ 71,6%.
ແນວໃດກໍ່ຕາມ, ບົດລາຍງານໄດ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງຢ່າງຫຼວງຫຼາຍ ລະຫວ່າງບັນດາປະເທດສະມາຊິກ. ອັດຕາຄົນອົບພະຍົບນອກ EU ທີ່ມີວຽກເຮັດງານທຳ ຢູ່ ມານຕາ (Malta), ສາທາລະນະລັດ ເຊັກ (Czech) ແລະ ອຽກລັງ (Ireland) ແມ່ນຢູ່ໃນລະດັບສູງ, ໃນຂະນະທີ່ຢູ່ ແບນຊິກ (Belgium) ແລະ ຟິນລັງ (Finland) ແມ່ນຢູ່ໃນລະດັບຕ່ຳກວ່າຫຼາຍ.
ຢູ່ ເຢຍລະມັນ, ອັດຕາຄົນອົບພະຍົບນອກ EU ທີ່ມີວຽກເຮັດງານທຳ ບັນລຸ 66,1%, ຕ່ຳກວ່າຢ່າງຫຼວງຫຼາຍ ເມື່ອທຽບໃສ່ລະດັບ 79,6% ຂອງແຮງງານທ້ອງຖິ່ນ.
ຕາມບົດລາຍງານ, ໄລຍະຫ່າງທີ່ຍັງຄົງເຫຼືອຢູ່ ຕົ້ນມັກຈະສຸມໃສ່ ເພດຍິງອົບພະຍົບນອກ EU และ ກຸ່ມຄົນອົບພະຍົບທີ່ມີລະດັບການສຶກສາສູງ.
ທ່ານ Christian Dustmann, ຜູ້ອຳນວຍການ RFBerlin, ຖືວ່າ ສິ່ງທ້າທາຍໃນປະຈຸບັນ ບໍ່ພຽງແຕ່ແມ່ນການຊ່ວຍໃຫ້ຄົນອົບພະຍົບຊອກຫາວຽກເຮັດງານທຳໄດ້ເທົ່ານັ້ນ, ແຕ່ແມ່ນການສ້າງເງື່ອນໄຂ ເພື່ອໃຫ້ເຂົາເຈົ້າໄດ້ເຮັດວຽກທີ່ເໝາະສົມກັບລະດັບຄວາມຮູ້ ແລະ ທັກສະ, ຜ່ານນັ້ນສາມາດຂຸດຄົ້ນແຫຼ່ງທຶນມະນຸດນີ້ ຢ່າງມີປະສິດທິຜົນກວ່າເກົ່າ.
EU ຮັບຮູ້ຄວາມຄືບໜ້າຂອງຫວຽດນາມໃນການຕ້ານການຫາປາ IUU |
ຈາກການຕັດສິນໃຈຂອງເຢຍລະມັນ: ລົງຄະແນນສຽງໄວ້ເນື້ອເຊື່ອໃຈໃຫ້ແກ່ຫວຽດນາມ |
ແທັງຮັ່ງ
