| ນະຄອນ ໂຮ່ຈີມິນ “ເລົ່າເລື່ອງ” ຕົວເມືອງ ໃນໂອກາດສະເຫຼີມສະຫຼອງ 51 ປີ ແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ ນັກສຶກສາລາວ ແລະ ກຳປູເຈຍ 177 ຄົນ ມີ “ຄອບຄົວທີສອງ” ຢູ່ທີ່ນະຄອນໂຮ່ຈີມິນ |
![]() |
| ການບໍລິໂພກສີຂຽວບໍ່ພຽງແຕ່ເປັນທ່າອ່ຽງຂອງຕະຫຼາດເທົ່ານັ້ນ ແຕ່ຍັງເປັນໜຶ່ງໃນແຮງຂັບເຄື່ອນທີ່ຊຸກຍູ້ເສດຖະກິດສີຂຽວ ແລະ ເສດຖະກິດໝູນວຽນ, ປະກອບສ່ວນຍົກສູງຄຸນນະພາບຊີວິດຂອງປະຊາຊົນ. |
ຜັນຂະຫຍາຍມາດຕະການຮອບດ້ານເພື່ອການບໍລິໂພກສີຂຽວ
ໜຶ່ງໃນສິ່ງທ້າທາຍໃຫຍ່ທີ່ສຸດໃນປັດຈຸບັນ ທີ່ເຮັດໃຫ້ການບໍລິໂພກສີຂຽວຍັງບໍ່ສາມາດກ້າວກະໂດດໄດ້ ແມ່ນລາຄາຜະລິດຕະພັນຍັງສູງກວ່າສິນຄ້າແບບດັ້ງເດີມຢ່າງຫຼາຍ. ໂດຍຕະໜັກຢ່າງຈະແຈ້ງເຖິງອຸປະສັກນີ້, ນະຄອນໂຮ່ຈີມິນ ກຳລັງຜັນຂະຫຍາຍຫຼາຍມາດຕະການຢ່າງພ້ອມພຽງ ເພື່ອປັບຫຼຸດຕົ້ນທຶນ ແລະ ນຳຜະລິດຕະພັນສີຂຽວເຂົ້າໃກ້ປະຊາຊົນຫຼາຍຂຶ້ນ.
ເພື່ອໃຫ້ສິນຄ້າສີຂຽວມີລາຄາທີ່ເໝາະສົມຫຼາຍຂຶ້ນ, ນະຄອນໂຮ່ຈີມິນ ກຳນົດວ່າ ບັນຫາຫຼັກແມ່ນຢູ່ໃນຂັ້ນຕອນການໝູນວຽນ ແລະ ການຈຳໜ່າຍສິນຄ້າ. ທ່ານ ດິງຈ້ອງເກື່ອງ, ຮອງຫົວໜ້າຫ້ອງຄຸ້ມຄອງການຄ້າ ຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ໃຫ້ຮູ້ວ່າ, ນະຄອນກຳລັງສຸມໃສ່ຍົກສູງປະສິດທິຜົນຂອງຕ່ອງໂສ້ການສະໜອງ, ເພີ່ມທະວີການເຊື່ອມຕໍ່ໂດຍກົງລະຫວ່າງຜູ້ຜະລິດ, ສະຫະກອນ ແລະ ວິສາຫະກິດຈຳໜ່າຍ ເພື່ອຫຼຸດຜ່ອນຂັ້ນຕອນຕົວກາງ ແລະ ປັບຫຼຸດຄ່າໃຊ້ຈ່າຍໃນການດຳເນີນງານ.
“ນະຄອນໂຮ່ຈີມິນ ກຳນົດທິດພັດທະນາທັງດ້ານການສະໜອງ ແລະ ຄວາມຕ້ອງການໄປພ້ອມກັນ, ໃນນັ້ນໃຫ້ບູລິມະສິດແກ່ການຍົກສູງປະສິດທິຜົນການເຊື່ອມຕໍ່ຕະຫຼາດ. ການຊ່ວຍໃຫ້ຜະລິດຕະພັນສີຂຽວມີລາຄາແຂ່ງຂັນໄດ້ ຈະສົ່ງເສີມໃຫ້ປະຊາຊົນປ່ຽນແປງພຶດຕິກຳການຊື້ສິນຄ້າ, ຄ່ອຍໆນຳການບໍລິໂພກສີຂຽວໃຫ້ກາຍເປັນນິໄສທີ່ແຜ່ຫຼາຍໃນຊຸມຊົນ,” ທ່ານ ເກື່ອງ ເນັ້ນໜັກ.
ຄຽງຄູ່ກັບການປັບໂຄງສ້າງຕ່ອງໂສ້ການສະໜອງຄືນໃໝ່, ຂະແໜງອຸດສາຫະກຳ ແລະ ການຄ້ານະຄອນໂຮ່ຈີມິນ ກຳລັງຊຸກຍູ້ການນຳໃຊ້ການຄ້າເອເລັກໂຕຣນິກ, ການຫັນປ່ຽນສູ່ດີຈີຕອນ ແລະ ແພລດຟອມການຄຸ້ມຄອງທີ່ທັນສະໄໝ. ເຄື່ອງມືເຫຼົ່ານີ້ ບໍ່ພຽງແຕ່ຊ່ວຍເພີ່ມຄວາມໂປ່ງໃສ, ສະໜັບສະໜູນການກວດສອບແຫຼ່ງທີ່ມາຂອງຜະລິດຕະພັນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄ່າຄຸ້ມຄອງໃຫ້ໄດ້ສູງສຸດ.
ພ້ອມກັນນັ້ນ, ບັນດາລະບົບຂາຍຍ່ອຍທີ່ທັນສະໄໝໃນເຂດນະຄອນ ກໍໄດ້ຮັບການຊຸກຍູ້ໃຫ້ຈັດພື້ນທີ່ສະເພາະເພື່ອຈຳແນກຜະລິດຕະພັນສີຂຽວ, ພ້ອມທັງເລັ່ງຜັກດັນໂຄງການກະຕຸ້ນຄວາມຕ້ອງການ ແລະ ສົ່ງເສີມການຂາຍຕາມລະດູການ. ການເຮັດໃຫ້ແຫຼ່ງກຳເນີດຂອງສິນຄ້າມີຄວາມໂປ່ງໃສ ສົມທົບກັບການສື່ສານຢູ່ຈຸດຈຳໜ່າຍ ຄາດວ່າຈະຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ເຮັດໃຫ້ຜູ້ບໍລິໂພກອຸ່ນໃຈໃນການເລືອກໃຊ້ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ.
ບໍ່ພຽງແຕ່ຢຸດຢູ່ໃນຂັ້ນຕອນການຄ້າເທົ່ານັ້ນ, ມາດຕະການພື້ນຖານສຳລັບການບໍລິໂພກສີຂຽວ ຕ້ອງເລີ່ມຈາກຂັ້ນຕອນການຜະລິດໂດຍກົງ. ນະຄອນໂຮ່ຈີມິນ ກຳລັງເລັ່ງຫັນປ່ຽນບັນດາເຂດອຸດສາຫະກຳໄປຕາມທິດນິເວດ, ຊຸກຍູ້ຮູບແບບການເກື້ອກູນກັນທາງອຸດສາຫະກຳ ແລະ ເຊື່ອມຕໍ່ວິສາຫະກິດກັບບັນດາມາດຕະການເຕັກໂນໂລຊີສີຂຽວ. ນີ້ແມ່ນບາດກ້າວດ້ານຍຸດທະສາດ ເພື່ອຍົກສູງປະສິດທິຜົນການນຳໃຊ້ພະລັງງານ ແລະ ຊັບພະຍາກອນ, ຊ່ວຍໃຫ້ວິສາຫະກິດຫຼຸດຕົ້ນທຶນຜະລິດຕະພັນໄດ້ຕັ້ງແຕ່ຕົ້ນທາງ.
ໃນການປະເມີນແນວໂນ້ມນີ້ ຢູ່ກອງປະຊຸມສຳມະນາ “ເສດຖະກິດໝູນວຽນໃນການຜະລິດ” ທີ່ຫາກໍຈັດຂຶ້ນ, ທ່ານນາງ Andrea Sühl, ກົງສຸນໃຫຍ່ເຢຍລະມັນປະຈຳນະຄອນໂຮ່ຈີມິນ ໃຫ້ຄວາມເຫັນວ່າ: ເພື່ອບັນລຸເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນປີ 2045, ຫວຽດນາມຈຳເປັນຕ້ອງຫັນປ່ຽນໄປສູ່ຮູບແບບເສດຖະກິດໝູນວຽນ, ຊຶ່ງຮຽກຮ້ອງໃຫ້ວິສາຫະກິດປ່ຽນແປງແນວຄິດການອອກແບບ ແລະ ການຜະລິດ ໄປຕາມທິດຍືດອາຍຸການນຳໃຊ້ວັດສະດຸ.
ທ່ານນາງ Sühl ເນັ້ນໜັກຕື່ມວ່າ, ມາດຕະຖານສີຂຽວໃນປັດຈຸບັນ ບໍ່ແມ່ນພຽງ “ເງື່ອນໄຂພຽງພໍ” ສຳລັບການເຂົ້າຮ່ວມຕະຫຼາດສົ່ງອອກອີກຕໍ່ໄປ, ແຕ່ໄດ້ກາຍເປັນ “ເງື່ອນໄຂຈຳເປັນ” ທີ່ບັງຄັບໃຊ້ແມ່ນແຕ່ຢູ່ຕະຫຼາດພາຍໃນປະເທດ. ດັ່ງນັ້ນ, ການປະສົມປະສານລະຫວ່າງການຫັນປ່ຽນສູ່ດີຈີຕອນ, ການນຳໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ ແລະ ການຫັນຕ່ອງໂສ້ການຜະລິດໃຫ້ເປັນສີຂຽວ ຈຶ່ງແມ່ນກຸນແຈຊ່ວຍໃຫ້ວິສາຫະກິດຫວຽດນາມ ທັງຍົກສູງຂີດຄວາມສາມາດແຂ່ງຂັນ ແລະ ຕອບສະໜອງຢ່າງຄົບຖ້ວນຕໍ່ຂໍ້ກຳນົດການພັດທະນາແບບຍືນຍົງໃນໄລຍະໃໝ່.
![]() |
| ທ່ານ ຫງວຽນຫງອກຖັງ, ຮອງຜູ້ອຳນວຍການໃຫຍ່ Saigon Co.op ໃຫ້ຮູ້ວ່າ, Saigon Co.op ພວມສືບຕໍ່ຜັນຂະຫຍາຍບັນດາໂຄງການທີ່ມຸ່ງໄປສູ່ການປ່ຽນແປງພຶດຕິກຳການບໍລິໂພກ, ໂດຍໃຫ້ບູລິມະສິດແກ່ຜະລິດຕະພັນສີຂຽວ ແລະ ເຜີຍແຜ່ວິຖີຊີວິດແບບຍືນຍົງໃນຊຸມຊົນ. |
ການເຊື່ອມໂຍງ “3 ຝ່າຍ”: ແຮງຂັບເຄື່ອນຫຼັກຜັກດັນການບໍລິໂພກສີຂຽວຢູ່ນະຄອນໂຮ່ຈີມິນ
ການຊຸກຍູ້ການບໍລິໂພກສີຂຽວ ບໍ່ແມ່ນພຽງແຕ່ການປ່ຽນນິໄສການຊື້ຂອງປະຊາຊົນເທົ່ານັ້ນ, ແຕ່ເປັນຂະບວນການປັບໂຄງສ້າງໃໝ່ຂອງຕ່ອງໂສ້ມູນຄ່າທັງໝົດ ຕັ້ງແຕ່ການຜະລິດ, ການຈຳໜ່າຍ ຈົນເຖິງການບໍລິໂພກ. ໃນເສັ້ນທາງນີ້, ນະຄອນໂຮ່ຈີມິນ ພວມຄ່ອຍໆສ້າງລະບົບນິເວດສີຂຽວ ໂດຍອີງໃສ່ການປະສານງານຢ່າງໃກ້ຊິດລະຫວ່າງ ພາກລັດ, ວິສາຫະກິດ ແລະ ຊຸມຊົນ.
ຄຽງຄູ່ກັບບົດບາດການຊີ້ນຳຂອງພາກລັດ, ວິສາຫະກິດຖືວ່າເປັນໃຈກາງຂອງຂະບວນການຫັນປ່ຽນສູ່ສີຂຽວ. ການລົງທຶນຢ່າງຕັ້ງໜ້າໃນການຜະລິດສະອາດ, ຄວບຄຸມຄຸນນະພາບ ແລະ ສ້າງຄວາມໂປ່ງໃສໃນຕ່ອງໂສ້ການສະໜອງ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຕອບສະໜອງມາດຕະຖານທີ່ເຂັ້ມງວດຂອງຕະຫຼາດເທົ່ານັ້ນ, ແຕ່ຍັງສ້າງຂໍ້ໄດ້ປຽບໃນການແຂ່ງຂັນໃນໄລຍະຍາວ.
ເພື່ອຜັນຂະຫຍາຍແນວທາງດັ່ງກ່າວໃຫ້ເປັນຮູບປະທຳ, ສະຫະພັນສະຫະກອນການຄ້ານະຄອນໂຮ່ຈີມິນ (Saigon Co.op) ໄດ້ຮ່ວມມືກັບບັນດາໜ່ວຍງານທີ່ກ່ຽວຂ້ອງ ເປີດຕົວ “ຂະບວນການບໍລິໂພກສີຂຽວ 2026” ພາຍໃຕ້ສານວ່າ “ລ້ານການກະທຳສີຂຽວ - ກະຕຸ້ນຕະຫຼາດສີຂຽວ”. ນີ້ຖືກພິຈາລະນາເປັນພື້ນຖານສຳຄັນ ທີ່ຊ່ວຍເຊື່ອມຕໍ່ວິສາຫະກິດສີຂຽວກັບຜູ້ຈັດຈຳໜ່າຍ ແລະ ຜູ້ບໍລິໂພກ, ປ່ຽນຄຸນຄ່າ ESG, ການພັດທະນາແບບຍືນຍົງ ແລະ ການຜະລິດສະອາດ ໃຫ້ກາຍເປັນຂໍ້ໄດ້ປຽບໃນການແຂ່ງຂັນຢ່າງແທ້ຈິງ.
ວິເຄາະກ່ຽວກັບການປ່ຽນຜ່ານຂອງຕະຫຼາດ, ທ່ານ ຫງວຽນຫງອກຖັງ, ຮອງຜູ້ອຳນວຍການໃຫຍ່ Saigon Co.op ໃຫ້ຄວາມເຫັນວ່າ: ຖ້າໃນອະດີດ ການບໍລິໂພກສີຂຽວສ່ວນໃຫຍ່ຢຸດຢູ່ພຽງການຍົກສູງຄວາມຮັບຮູ້, ປັດຈຸບັນຕະຫຼາດໄດ້ກ້າວສູ່ໄລຍະໃໝ່ແລ້ວ. ຜະລິດຕະພັນສີຂຽວຈຳເປັນຕ້ອງຖືກຮັບຮູ້ຢ່າງຊັດເຈນ ແລະ ມີໂອກາດເຂົ້າເຖິງຜູ້ບໍລິໂພກໂດຍກົງຢູ່ຈຸດຈຳໜ່າຍ. ເມື່ອກຳລັງຊື້ສຳລັບຜະລິດຕະພັນສີຂຽວເພີ່ມຂຶ້ນ, ວິສາຫະກິດຈະມີແຮງຈູງໃຈເພີ່ມເຕີມໃນການລົງທຶນຄືນເຂົ້າສູ່ການຜະລິດແບບຍືນຍົງ, ຈາກນັ້ນສ້າງວົງຈອນເຊີງບວກລະຫວ່າງ “ການຜະລິດ - ການຈຳໜ່າຍ - ການບໍລິໂພກສີຂຽວ”.
ດ້ວຍຈິດໃຈດັ່ງກ່າວ, Saigon Co.op ກຳລັງສືບຕໍ່ຜັນຂະຫຍາຍບັນດາໂຄງການສົ່ງເສີມການປ່ຽນແປງພຶດຕິກຳການບໍລິໂພກ ເຊັ່ນ: ໃຫ້ຄວາມສຳຄັນກັບການນຳໃຊ້ຖົງທີ່ເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນຂີ້ເຫຍື້ອພາດສະຕິກ ແລະ ເຜີຍແຜ່ວິຖີຊີວິດແບບຍືນຍົງໃນຊຸມຊົນ.
ໃນຍຸດທະສາດການພັດທະນາໄລຍະຍາວຂອງນະຄອນໂຮ່ຈີມິນ, ເສດຖະກິດໝູນວຽນ ຖືກກຳນົດເປັນໜຶ່ງໃນພື້ນຖານສຳຄັນ ເພື່ອມຸ່ງສູ່ຮູບແບບການເຕີບໂຕສີຂຽວ. ແທນທີ່ຈະນຳໃຊ້ຮູບແບບເສັ້ນກົງແບບດັ້ງເດີມ ທີ່ປະກອບດ້ວຍ ການຂຸດຄົ້ນ, ການຜະລິດ ແລະ ການກຳຈັດ, ເສດຖະກິດໝູນວຽນເນັ້ນໃສ່ການຍືດອາຍຸການນຳໃຊ້ຜະລິດຕະພັນ, ການນຳຊັບພະຍາກອນກັບມານຳໃຊ້ຄືນ ແລະ ການນຳໃຊ້ແຫຼ່ງຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ.
ການປະສົມປະສານຢ່າງກົມກຽວລະຫວ່າງຮູບແບບເສດຖະກິດໝູນວຽນ ແລະ ການເຊື່ອມໂຍງຍຸດທະສາດລະຫວ່າງ ພາກລັດ – ວິສາຫະກິດ – ຊຸມຊົນ ແມ່ນກຸນແຈສຳຄັນ ທີ່ຊ່ວຍໃຫ້ນະຄອນໂຮ່ຈີມິນ ສ້າງລະບົບນິເວດສີຂຽວຢ່າງຮອບດ້ານ, ມຸ່ງສູ່ເປົ້າໝາຍການພັດທະນາຢ່າງວ່ອງໄວ ແຕ່ຍັງຄົງຄວາມຍືນຍົງໃນອະນາຄົດ.
ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ. |
ຍສໝ - ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ທີ່ວິຫານລະນຶກເຖິງບັນດາກະສັດຮຸ່ງ (ສວນປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ປີຈໍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ຕິດຕາມຜ່ານຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງໂດຍກົງ, ເພື່ອຮ່ວມກັນມຸ່ງສູ່ຕົ້ນກຳເນີດຂອງຊາດ. |
ມິງດຶກ

