| ວັນບຸນ ຂວັນບ່າຈົ່ວພູຊາມ ໂດຍ UNESCO ໄດ້ຈັດຊື່ເຂົ້າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ |
![]() |
| ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ພົບປະສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ |
ວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາງ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ພົບປະກັບຜູ້ແທນດີເດັ່ນ 20 ທ່ານ ຂອງສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ.
ສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ ເປັນອົງການສັງຄົມ-ວິຊາຊີບ ທີ່ດຳເນີນກິດຈະກຳໃນຂົງເຂດວັດທະນະທຳ, ມີເປົ້າໝາຍເຜີຍແຜ່, ໂຄສະນາ, ອະນຸລັກ, ເຊີດຊູ, ສືບທອດ ແລະ ສົ່ງເສີມຄຸນຄ່າຂອງຊຸດເສື້ອຍາວຫວຽດນາມ; ປະກອບສ່ວນສ້າງສາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ອຸດົມໄປດ້ວຍເອກະລັກຂອງຊາດ, ພ້ອມທັງໂຄສະນາພາບລັກຂອງປະເທດ ແລະ ປະຊາຊົນຫວຽດນາມໃຫ້ເພື່ອນມິດສາກົນຮັບຮູ້.
ພາຍຫຼັງການສ້າງຕັ້ງມາກວ່າ 1 ປີ, ສະມາຄົມໄດ້ຄ່ອຍໆຢືນຢັນສະຖານະຂອງຕົນ ຜ່ານກິດຈະກຳຕ່າງໆທີ່ເປັນຮູບປະທຳ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ, ໄດ້ຮັບການຮັບຮູ້ຈາກອົງການຄຸ້ມຄອງຂອງລັດ ແລະ ໄດ້ຮັບການຕີລາຄາສູງຈາກສັງຄົມ.
ໃນການພົບປະຄັ້ງນີ້, ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ສະແດງຄວາມຍິນດີທີ່ໄດ້ພົບປະກັບບັນດາຜູ້ແທນຂອງສະມາຄົມ ໃນບັນຍາກາດທີ່ທົ່ວປະເທດກຳລັງມຸ່ງໜ້າສູ່ການລະນຶກຄົບຮອບ 79 ປີ ວັນທະຫານຜູ້ບາດເຈັບ ແລະ ວີລະຊົນພົນສະຫຼະ (27/7/1947 - 27/7/2026) ດ້ວຍຫຼາຍກິດຈະກຳ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ.
![]() |
| ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ສະແດງຄວາມຫວັງໃຫ້ບັນດາສະມາຊິກສະມາຄົມ ສືບຕໍ່ສົ່ງເສີມບົດບາດໃນການອະນຸລັກ, ເຊີດຊູ ແລະ ເຜີຍແຜ່ຊຸດເສື້ອຍາວຫວຽດນາມໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ. |
ທ່ານນາງ ຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ກິດຈະກຳທີ່ມີຄວາມໝາຍ ທີ່ສະມາຄົມໄດ້ຈັດຂຶ້ນໃນໂອກາດນີ້, ໃນນັ້ນມີການເຂົ້າສັກກາລະສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ. ຕາມທັດສະນະຂອງທ່ານນາງ ຮອງນາຍົກລັດຖະມົນຕີ, ກິດຈະກຳເຫຼົ່ານີ້ໄດ້ສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຄຸນຄ່າຂອງຄຳສອນ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”, ພ້ອມທັງຊ່ວຍເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ແລະ ປະເພນີອັນດີງາມຂອງຊາດ.
ພ້ອມທັງອວຍພອນໃຫ້ບັນດາຜູ້ແທນມີສຸຂະພາບແຂງແຮງ, ທ່ານນາງ ຮອງນາຍົກລັດຖະມົນຕີ ຫວັງວ່າບັນດາສະມາຊິກສະມາຄົມຈະສືບຕໍ່ສົ່ງເສີມບົດບາດໃນການອະນຸລັກ, ເຊີດຊູ ແລະ ເຜີຍແຜ່ຊຸດເສື້ອຍາວຫວຽດນາມ ອັນເປັນສັນຍາລັກວັດທະນະທຳອັນໂດດເດັ່ນ ທີ່ຜູກພັນກັບພາບລັກຂອງແມ່ຍິງຫວຽດນາມ.
ທ່ານນາງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ສະມາຊິກແຕ່ລະຄົນຄວນພົກພາຄວາມພາກພູມໃຈຕໍ່ແມ່ຍິງຫວຽດນາມຄຽງຄູ່ກັບຊຸດເສື້ອຍາວ ເພື່ອເຜີຍແຜ່ຄຸນຄ່າວັດທະນະທຳຂອງຊາດໃຫ້ເພື່ອນມິດສາກົນ ແລະ ນຳພາພາບລັກຂອງຫວຽດນາມໃຫ້ເຂົ້າໃກ້ເພື່ອນມິດທົ່ວໂລກຫຼາຍຂຶ້ນ.
ກ່ຽວກັບການຈັດກຽມເອກະສານສະເໜີ UNESCO ຂຶ້ນທະບຽນຊຸດເສື້ອຍາວ, ທ່ານນາງ ຮອງນາຍົກລັດຖະມົນຕີ ເຫັນວ່າ ນີ້ແມ່ນໜ້າທີ່ສຳຄັນ ບໍ່ພຽງແຕ່ຢືນຢັນສະຖານະຂອງຊຸດເສື້ອຍາວໃນຊີວິດວັດທະນະທຳຂອງຊາດເທົ່ານັ້ນ ແຕ່ຍັງຊ່ວຍຍົກສູງຄຸນຄ່າຂອງມໍລະດົກວັດທະນະທຳຫວຽດນາມໃນເວທີສາກົນອີກດ້ວຍ.
ທ່ານນາງ ຮອງນາຍົກລັດຖະມົນຕີ ສະເໜີໃຫ້ສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ ສືບຕໍ່ປະສານງານຢ່າງໃກ້ຊິດກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມທັງບັນດາອົງການທີ່ກ່ຽວຂ້ອງ ເພື່ອເລັ່ງການສຳເລັດເອກະສານ ແລະ ຢືນຢັນວ່າ ຈະຮ່ວມເດີນຄຽງຂ້າງ ແລະ ໃຫ້ການສະໜັບສະໜູນ ເພື່ອບັນລຸເປົ້າໝາຍນີ້ໃນໄລຍະຂ້າງໜ້າ.
ໂດຍເນັ້ນໜັກວ່າ ຊຸດເສື້ອຍາວ ບໍ່ພຽງແຕ່ເປັນເຄື່ອງນຸ່ງພື້ນເມືອງເທົ່ານັ້ນ ແຕ່ຍັງເປັນສັນຍາລັກຂອງອັດຕະລັກວັດທະນະທຳຂອງຊາດ, ທ່ານນາງ ຮອງນາຍົກລັດຖະມົນຕີ ເຫັນວ່າ ຊຸດເສື້ອຍາວໄດ້ຫຼໍ່ຫຼອມຄວາມງາມ, ຈິດວິນຍານ, ຄຸນນະທຳ ແລະ ປະເພນີຂອງແມ່ຍິງຫວຽດນາມຕະຫຼອດຫຼາຍຮຸ່ນຄົນ ພ້ອມທັງເປັນຄວາມພາກພູມໃຈຂອງປະຊາຊາດຫວຽດນາມ.
ຍສໝ - ເນື່ອງໃນໂອກາດ ສະເຫຼີມສະຫຼອງ ຄົບຮອບ 79 ປີ ວັນທະຫານເສຍອັງຄານ - ນັກຮົບເກົ່າເສຍຊີວິດເພື່ອຊາດ (27/7/1947 - 27/7/2026), ປະຊາຄົມຄົນຫວຽດນາມ ຢູ່ທີ່ ກຳປູເຈຍ ແລະ ເຢຍລະມັນ ໄດ້ຈັດຕັ້ງການຖວາຍທູບ, ເຮັດພິທີສູດມົນອຸທິດສ່ວນກຸສົນ, ຢ້ຽມຢາມຖາມຂ່າວ ຍາດຕິພີ່ນ້ອງຂອງນັກຮົບເກົ່າເສຍຊີວິດເພື່ອຊາດ, ສືບຕໍ່ຄຸນສົມບັດສີລະທຳ “ດື່ມນ້ຳຈື່ແຫຼ່ງ” ຢູ່ທີ່ຕ່າງປະເທດ. |
ຍສໝ - ວັນທີ 25/7, ສະມາຄົມມິດຕະພາບ ຫວຽດນາມ - ລາວ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ ທະຫານເສຍອັງຄານ, ທະຫານເຈັບປ່ວຍ, ອະດີດເຍົາວະຊົນກອງອາສາສະໝັກ ແລະ ເລີ່ມດຳເນີນການກໍ່ສ້າງ “ເຮືອນແຫ່ງຄວາມຮັກແພງ” ໃຫ້ແກ່ຄອບຄົວເປົ້າໝາຍນໂຍບາຍ ຢູ່ທີ່ ແຂວງ ເຫງະອານ. |
ມິງດຶກ

