ຕາມຮອຍເທົ້າເພິ່ນ - ປະທານ ໂຮ່ຈີມິນ, ເພີ່ມພູນຄູນສ້າງນ້ຳໃຈຮັກຊາດໃຫ້ແກ່ນັກສຶກສາຫວຽດນາມ ຢູ່ ໄທ

16:26 | 25/07/2026

ຍສໝ - ໜ່ວຍພັກນັກສຶກສາ ແລະ ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ຮ່ວມມືກັນຈັດໂຄງການ "ໂຄງການຄືນສູ່ຮາກເຫງົ້າ 2026 - ຕາມຮອຍເທົ້າເພິ່ນ ເຖົ້າຈີນ" ຢູ່ທີ່ສອງແຂວງ ພິດສະນຸໂລກ ແລະ ພິຈິດ, ໂດຍມີການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ຈຳນວນ 23 ທ່ານ ທີ່ພວມສຶກສາຮຽນຮູ້ຢູ່ບັນດາມະຫາວິທະຍາໄລຕ່າງໆ ໃນ ປະເທດໄທ.

ພາບສາກ 50 ປີ ແຫ່ງນະຄອນທີ່ໄດ້ຮັບກຽດຕັ້ງຊື່ຕາມທ່ານປະທານໂຮ່ຈີມິນ ຮຸ່ງເຮືອງສະຫວ່າງສະໄຫວ ຢູ່ໃຈກາງ Seoul ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ຝຣັ່ງ ຢູ່ທີ່ນະຄອນ ໂຮ່ຈີມິນ

ຕາມຮອຍເທົ້າເພິ່ນ - ປະທານ ໂຮ່ຈີມິນ, ເພີ່ມພູນຄູນສ້າງນ້ຳໃຈຮັກຊາດໃຫ້ແກ່ນັກສຶກສາຫວຽດນາມ ຢູ່ ໄທ

ຄະນະຜູ້ແທນຄືນສູ່ຮາກເຫງົ້າ ຖ່າຍຮູບຮ່ວມກັນເປັນທີລະນຶກ ຢູ່ທີ່ຫໍພິພິທະພັນ ບ້ານດົງ ໂຮ່ຈີມິນ ຢູ່ແຂວງ ພິຈິດ.

ຢູ່ທີ່ມະຫາວິທະຍາໄລ ນະເລສວນ (ແຂວງ ພິດສະນຸໂລກ), ຄະນະຜູ້ແທນ ໄດ້ມີການແລກປ່ຽນກັບນັກສຶກສາຫວຽດນາມ ແລະ ນັກສຶກສາໄທ ທີ່ຮຽນພາສາຫວຽດນາມ, ພ້ອມທັງເຂົ້າຮ່ວມກິດຈະກຳ “ສັ່ນກະດິ່ງຄຳ ” ເພື່ອຄົ້ນຄວ້າຮຽນຮູ້ກ່ຽວກັບຊີວິດ, ພາລະກິດປະຕິວັດຂອງ ປະທານ ໂຮ່ຈີມິນ, ໂດຍສະເພາະແມ່ນໄລຍະເວລາທີ່ເພິ່ນໄດ້ເຄື່ອນໄຫວຢູ່ ປະເທດໄທ ດ້ວຍຊື່ແຝງວ່າ “ເຖົ້າຈີນ”. ກິດຈະກຳດັ່ງກ່າວ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ສາຍພົວພັນມິດຕະພາບ ຫວຽດນາມ - ໄທ.

ຖັດຈາກນັ້ນ, ຄະນະຜູ້ແທນ ໄດ້ເດີນທາງໄປຫາ ຫໍພິພິທະພັນ ບ້ານດົງ ໂຮ່ຈີມິນ (ແຂວງ ພິຈິດ) ເພື່ອວາງພວງມາລາໄວ້ອາໄລ ປະທານ ໂຮ່ຈີມິນ, ຄົ້ນຄວ້າຮຽນຮູ້ກ່ຽວກັບຂະບວນການຮັກຊາດຂອງປະຊາຄົມຊາວຫວຽດນາມ ຢູ່ ໄທ, ພ້ອມທັງຢ້ຽມຊົມບັນດາສະຖານທີ່ວັດທະນະທຳ ແລະ ຄວາມເຊື່ອຖືຂອງທ້ອງຖິ່ນ.

ໂຄງການດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການສຶກສາອົບຮົມມູນເຊື້ອຄວາມຮັກຊາດ, ເພີ່ມພູນຄູນສ້າງຄວາມພູມໃຈໃນຊາດ ແລະ ຄວາມຮັບຜິດຊອບຂອງນັກສຶກສາຕໍ່ກັບບ້ານເກີດເມືອງນອນ, ປະເທດຊາດ; ພ້ອມທັງເພີ່ມທະວີການແລກປ່ຽນ, ຄວາມສາມັກຄີ ຢູ່ພາຍໃນປະຊາຄົມນັກສຶກສາຫວຽດນາມ ຢູ່ ໄທ, ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ປະຊາຊົນສອງຊາດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ
ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ