ບໍລິສັດ ສຸກຮຸ່ງເຮືອງ ກຽມສົ່ງອອກໝາກກ້ວຍ ໄປລັດເຊຍ

20:44 | 23/05/2018

ບໍລິສັດ ສຸກຮຸ່ງເຮືອງ ໄດ້ລົງມືທຳການປູກໄມ້ກິນໝາກ ທາງບໍລິສັດກຽມຈະສົ່ງໝາກກ້ວຍ ອອກຕ່າງປະເທດ ເປັນຕົ້ນ ແມ່ນ ປະເທດລັດເຊຍ ປະມານ 12.000 ໂຕນ 2018.

ບໍລິສັດ ສຸກຮຸ່ງເຮືອງ ກຽມສົ່ງອອກໝາກກ້ວຍ ໄປລັດເຊຍ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະ​ເຂດພ້ອມ​ຄະນະ​ໄດ້​ລົງ​ຕິດຕາມຂະບວນການຜະລິດ ການປູກໄມ້​ໃຫ້ໝາກ ດ້ວຍເຕັກໂນໂລຊີ ຂອງປະເທດອິດສະລາແອນ ຢູ່ບໍລິສັດ ສຸກຮຸ່ງເຮືອງ.

ບໍລິສັດ ສຸກຮຸ່ງເຮືອງ ກຽມສົ່ງອອກໝາກກ້ວຍ ໄປລັດເຊຍ

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະ​ເຂດພ້ອມ​ຄະນະ​ໄດ້​ລົງ​ຕິດຕາມຂະບວນການຜະລິດ ການປູກໄມ້​ໃຫ້ໝາກ ດ້ວຍເຕັກໂນໂລຊີ ຂອງປະເທດອິດສະລາແອນ ຢູ່ບໍລິສັດ ສຸກຮຸ່ງເຮືອງ.

ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະ​ເຂດ ພ້ອມ​ຄະນະ​ໄດ້​ລົງ​ຕິດຕາມຂະບວນການຜະລິດ ການປູກໄມ້​ໃຫ້ໝາກ ດ້ວຍເຕັກໂນໂລຊີ ຂອງປະເທດອິດສະລາແອນ ຢູ່ບໍລິສັດ ສຸກຮຸ່ງເຮືອງ ທີ່ໄດ້ດຳເນີນການປູກຢູ່ຂອບເຂດບ້ານນາລົງ ເມືອງນອງ ແຂວງສະຫວັນນະເຂດ ​ເຊິ່ງປັດຈຸບັນ ຂະບວນການຜະລິດຂອງບໍລິສັດ ກໍາລັງໃຫ້ຜົນຜະລິດ ​ແລະ ກຽມທີ່ຈະສົ່ງຜົນ​ຜະລິດ​ປະ​ເພດ​ໝາກກ້ວຍ ງວດທຳອິດ ​ໄປ​ປະ​ເທດ​ລັດ​ເຊຍ.

ທ່ານ ຫວງວຽນດິງ ຮອງຫົວໜ້າອຳນວຍການ ບໍລິສັດ ສຸກຮຸ່ງເຮືອງ ​ໄດ້​ໃຫ້​ນຮູ້ວ່າ: ບໍລິສັດ ສຸກຮຸ່ງເຮືອງ ໄດ້ລົງມືທຳການປູກໄມ້ກິນໝາກ ມາແຕ່ກາງປີ 2017 ​ໃນ​ນັ້ນປະກອບມີ: ປູກກ້ວຍ 400 ກວ່າເຮັກຕາ, ໝາກມັງກອນ 200 ເຮັກຕາ, ໝາກນ໋ອດ 50 ເຮັກຕາ, ພ້ອມ​ທັງ ປູກໝາກມີ້, ໝາກຂຽບ​ ແລະ ໝາກ​ໄມ້ອື່ນໆ​ຈຳນວນ​ໜຶ່ງ, ​ເຊິ່ງ​ໃນ​ປີ 2018 ນີ້, ທາງບໍລິສັດກຽມຈະສົ່ງໝາກກ້ວຍ ອອກຕ່າງປະເທດ ເປັນຕົ້ນ ແມ່ນປະເທດລັດເຊຍ ປະມານ 12.000 ໂຕນ, ປັດຈຸບັນ ທາງບໍລິສັດກໍໄດ້ເຊັນບົດບັນທຶກ (MOU) ກັບ​ພາກສ່ວນ​ກ່ຽວຂ້ອງ, ພ້ອມ​ທັງໄດ້ກະກຽມ ສາງເກັບຜົນຜະລິດທີ່ໄດ້ມາດຕະຖານ, ກຽມການຫຸ້ມຫໍ່​ເພື່ອ​ສົ່ງ​ອອກ ແລະ ງວດ​ຕໍ່​ໄປກໍຈະຈັດ​ສົ່ງຜົນຜະລິດປະ​ເພດ ໝາກມັງກອນ, ໝາກນ໋ອດ, ໝາກຂຽບ ​ແລະ ໝາກມີ້ ອອກຕ່າງປະເທດຕໍ່ໆ​ໄປ.

ບໍລິສັດ ສຸກຮຸ່ງເຮືອງ ມີແຜນລົງທຶນ 38 ລ້ານໂດລາສະຫະລັດ ​ເພື່ອ​ປູ​ກໝາກ​ໄມ້​ເຊິ່ງຕາມ​ແຜນ​ແມ່ນ ຈະສຳປະທານເນື້ອທີ່ເຮັດສວນ ຢູ່ເມືອງນອງ ປະມານ 5.500 ເຮັກຕາ ປັດຈຸບັນແມ່ນໄດ້ບຸກເບີກເນື້ອທີ່ໄດ້ແລ້ວ 1.900 ເຮັກຕາ ໃນນີ້ໄດ້ດໍາເນີນການປູກໄມ້ປະເພດຕ່າງໆ ຈຳນວນ 700 ກວ່າເຮັກຕາແລ້ວ. ສຳລັບການປູກ​ໝາກກ້ວຍ ​ເຫັນວ່າ ໄດ້ສະມັດຕະພາບດີເປັນທີ່ໜ້າພູມໃຈ, ປູກກ້ວຍ 1 ເຮັກຕາ ໄດ້ຜົນຜະລິດ 60 ໂຕນ ເຊິ່ງໃນງວດທຳອິດບໍລິສັດກຽມ ຈະເກັບກູ້ຜົນຜະລິດກ້ວຍປະມານ 200 ກວ່າເຮັກຕາ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.