ອາຊຽນ ຮ່ວມກັນສ້າງຄວາມເຂັ້ມແຂງ ດ້ານຂໍ້ມູນຂ່າວສານ

14:23 | 15/05/2018

ອາຊຽນ ຕ້ອງກຽມຄວາມ ພ້ອມ ແລະ ສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ປະຊາຊົນໃນພາກພື້ນ ກໍຄືປະເທດສະມາຊິກໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ກຽມພ້ອມຮັບມືກັບການຂະຫຍາຍຕົວຂອງເຕັກໂນໂລຊີທີ່ ທັນສະໄໝໃນຍຸກດີຈີຕອນ ເພື່ອເຮັດໃຫ້ປະຊາຊົນອາຊຽນ ຮັບຮູ້ສະຖານະການ ແລະ ນຳ ໃຊ້ສື່ອອນລາຍຢ່າງຖືກຕ້ອງ.

ອາຊຽນ ຮ່ວມກັນສ້າງຄວາມເຂັ້ມແຂງ ດ້ານຂໍ້ມູນຂ່າວສານ

ກອງປະຊຸມລັດຖະມົນຕີ ດ້ານຂໍ້ມູນຂ່າວສານອາຊຽນ ຄັ້ງທີ 14 (AMRI). (ພາບ: ສຸກສາຄອນ)

ກອງປະຊຸມລັດຖະມົນຕີ ດ້ານຂໍ້ມູນຂ່າວສານອາຊຽນ ຄັ້ງທີ 14 (AMRI) ແລະ ກອງ ປະຊຸມລັດຖະມົນຕີດ້ານຂໍ້ມູນ ຂ່າວສານອາຊຽນ +3 (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງ ທີ 5 ຈັດຂຶ້ນໃນວັນທີ 9-11 ພຶດສະພານີ້ ທີ່ໂຮງແຮມ ຊັງກີ ລາ ປະເທດສິງກະໂປ, ພາຍໃຕ້ ການເປັນປະທານຂອງທ່ານ ອິສວາຣານ (Iswaran) ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂໍ້ມູນຂ່າວສານສິງກະໂປ, ມີບັນດາລັດຖະມົນຕີ, ຮອງ ລັດຖະມົນຕີ ແລະ ຜູ້ຕາງໜ້າ ຈາກປະເທດສະມາຊິກ, ສຳລັບ ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະເຂົ້າຮ່ວມ.

ກອງປະຊຸມ AMRI ຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການສ້າງໃຫ້ປະຊາຄົມອາຊຽນ ມີຄວາມເຂັ້ມແຂງດ້ານເຕັກໂນ ໂລຊີຂໍ້ມູນຂ່າວສານ ໂດຍສະເພາະແມ່ນການຫັນສູ່ສັງຄົມດີຈີຕອນໃຫ້ເປັນອັນດຽວກັນ, ລວມທັງການສ້າງຄວາມເຂັ້ມ ແຂງຂອງສື່ມວນຊົນອາຊຽນ ໂດຍຜ່ານການພົວພັນຢ່າງໃກ້ ຊິດຜ່ານລະບົບດີຈີຕອນທັນ ສະໄໝ ແລະ ຖືກຕ້ອງ. ທ່ານ ອິສວາຣານ ກ່າວ ວ່າ: ອາຊຽນ ຕ້ອງກຽມຄວາມ ພ້ອມ ແລະ ສ້າງສິ່ງອຳນວຍ ຄວາມສະດວກໃຫ້ແກ່ປະຊາຊົນໃນພາກພື້ນ ກໍຄືປະເທດສະມາຊິກໄດ້ເຂົ້າເຖິງຂໍ້ມູນຂ່າວສານ, ໃນຂະນະດຽວກັນກໍກຽມພ້ອມຮັບມືກັບການຂະຫຍາຍຕົວຂອງເຕັກໂນໂລຊີທີ່ ທັນສະໄໝໃນຍຸກດີຈີຕອນ ເພື່ອເຮັດໃຫ້ປະຊາຊົນອາຊຽນ ຮັບຮູ້ສະຖານະການ ແລະ ນຳ ໃຊ້ສື່ອອນລາຍຢ່າງຖືກຕ້ອງ, ພ້ອມທັງປ້ອງກັນ ແລະ ໄຈ້ແຍກຂໍ້ມູນຂ່າວສານຂ່າວທີ່ ບິດເບືອນບໍ່ເປັນຄວາມຈິງໃຫ້ໄດ້ຢ່າງຈະແຈ້ງ, ພ້ອມທັງຮຽກ ຮ້ອງໃຫ້ປະເທດສະມາຊິກມີ ຄວາມຮັບຜິດຊອບເປັນເຈົ້າການຢ່າງຕັ້ງໜ້າສະກັດກັ້ນ ແລະ ລົງໂທດຕໍ່ຜູ້ກະທຳຜິດ ທາງສື່ອອນລາຍຢ່າງເຂັ້ມງວດ.

ສຳລັບ ສປປ ລາວ ລັດຖະບານກໍຄືກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມຄວາມເຂັ້ມແຂງດ້ານຂໍ້ມູນຂ່າວສານ ໂດຍການປະສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ເພື່ອເສີມສ້າງຂີດຄວາມສາມາດທາງ ດ້ານເຕັກໂນໂລຊີດີຈີຕອນທີ່ທັນສະໄໝ ເພື່ອບໍລິການສັງຄົມ ບໍ່ວ່າຈະເປັນການສ້າງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຄຸ້ມຄອງນຳໃຊ້ລະບົບ ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍສະເພາະ ແມ່ນປະກົດການຫຍໍ້ທໍ້ໃນສື່ ສັງຄົມອອນລາຍໃນປັດຈຸບັນ ຊຶ່ງຜ່ານມາເຫັນວ່າຍັງມີກຸ່ມຄົນຈຳນວນໜຶ່ງ ຍັງບໍ່ທັນເຂົ້າໃຈໃນການບໍລິໂພກ ແລະ ນຳໃຊ້ສື່ສັງຄົມອອນລາຍ ຈຶ່ງມີ ການກະທຳຜິດດ້ານຂໍ້ມູນຂ່າວ ສານ (ICT) ໄດ້ສ້າງຄວາມຊັບສົນ ແລະ ເຂົ້າໃຈຜິດແກ່ປະຊາຊົນບັນດາເຜົ່າພໍສົມຄວນ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.