ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV

15:37 | 21/10/2020

ກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດ ຊຸດທີ XIV ໄດ້ໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 20 ຕຸລາ 2020 ດ້ວຍຮູບການທາງອອນລາຍ ຢູ່ຫໍສະພາແຫ່ງຊາດ ທີ່ນະຄອນຫຼວງ ຮ່າໂນ້ຍ. 

ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​​ພົບ​ປະ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປ່​ຸນ
ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ສະ​ມາ​ຄົງ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ເມືອງ ເຕິນ​ອຽນ
ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv
ທ່ານນາງຫງວຽນທິກິມເງິນປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ

ວາລະໄຂກອງປະຊຸມໂດຍວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ ແລະ ສະຖານີໂທລະພາບ ສະພາແຫ່ງຊາດ ຫວຽດນາມ ຖ່າຍທອດສົດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດຕິດຕາມ. ທ່ານ ນາງຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດເປັນປະທານວາລະກອງປະຊຸມໃນຕອນເຊົ້າວັນທີ 20 ຕຸລາ.

ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ ເນັ້ນໜັກວ່າ ກອງປະຊຸມສະໄໝສະມັນເທື່ອທີ 10 ໄດ້ດຳເນີນໄປໃນສະພາບການໂລກ ແລະ ພາຍໃນປະເທດມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໂລກລະບາດ Covid – 19 ເກີດຂຶ້ນຢ່າງແຮງໃນທົ່ວປະເທດ, ເສດຖະກິດໂລກຖືກຊຸດໂຊມ. ທົ່ວປະເທດໄດ້ປະຕິບັດບັນດາເປົ້າໝາຍ, ໜ້າທີ່, ວິທີການຢ່າງຄົບຊຸດ ແລະ ມີປະສິດທິຜົນເພື່ອຄວບຄຸມໂລກລະບາດ ໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ທ່ານກ່າວວ່າ:

ສະພາແຫ່ງຊາດຈະຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍຕ່າງໆ 4 ສະບັບ ເພື່ອແນໃສ່ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ການປົກປ້ອງປະເທດຊາດ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມ, ເຊື່ອງໂຍງເຂົ້າກັບສາກົນ. ສະພາແຫ່ງຊາດ ຈະພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການເຂົ້າຮ່ວມກຳລັງປົກປັກຮັກສາສັນຕິພາບ ຂອງ ສປຊ ນີ້ແມ່ນ ວຽກທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມຕັດສິນໃຈດ້ານການເມືອງແບບຍືນຍົງ, ຍາວນານຂອງພັກ, ລັດ ກ່ຽວກັບພາລະກຳການເຄື່ອນໄຫວຮັກສາສັນຕິພາບສາກົນ.

ທີ່ວາລະໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊັວນຟຸກ ໄດ້ສະເໜີບົດລາຍງານໝາກຜົນປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມປີ 2020 ແລະ ໄລຍະ 5 ປີ 2016 – 2020, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2021, ເປົ້າໝາຍຕົ້ນຕໍ ແລະ ບາງໜ້າທີ່ ແລະ ວິທີການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025.

ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv ​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv ຫວຽດ​ນາມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປຶກອອ​ນລາຍ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ໂກ​ລົມ​ເບຍ ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ ໄດ້​ຕີ​ລາ​ຄາ​ສູງ​ຕໍ່ການຮຽກ​ໂຮມ​ ​ປະ​ຊຸມ​ຂອງ​ຄະ​ນະ​ກຳ​ມະ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດ ແລະ ສະເໜີ​ໃຫ້​ບັນ​ດາ​ຝ່າຍໃຫ້​ບຸ​ລິ​ມະ​ສິດ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ, ພິ​ເສດ​ແມ່ນ ແມ່​ຍິງ ແລະ ເດ​ັກ​ນ້ອຍ.

ໄຂ ກອງ ປະ ຊ ມ ສະ ໄໝ ສະ ມ ນ ເທ ອ ທ 10 ສະ ພາ ແຫ ງ ຊາດ ຊ ດ ທ xiv ກອງ​ປະ​ຊຸມ ​​ການ​ນຳບັນ​ດາ​ສະ​ພາກາ​ແດງ ແລະ ຊ​ິກວົງ​ເດືອນແດງ ອາ​ຊຽນ​ຄັ້ງ​ທີ 17

ວັນທີ 14 ຕຸລາ, ກອງປະຊຸມການນຳສະພາກາແດງ ແລະ ຊິກວົງເດືອນແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 17 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 14 – 15 ຕຸລາ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.