ປະເມີນຄວາມສ່ຽງກ່ຽວກັບ ການຟອກເງິນ-ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ

13:33 | 04/05/2018

ໃນ​ລ​ະ​ຫວ່າງ​ທ້າຍ​ເດືອນ​ທີ່​ມາ​ນີ້ ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳລວມຂອງການປະເມີນຄວາມສ່ຽງແຫ່ງຊາດ ທີ່ຕະຫຼາດຫຼັກຊັບ ກ່ຽວກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ.

ປະເມີນຄວາມສ່ຽງກ່ຽວກັບ ການຟອກເງິນ-ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ

ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນ​ປະ​ທານ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມຄະນະຊີ້ນຳລວມຂອງການປະເມີນຄວາມສ່ຽງແຫ່ງຊາດ ກ່ຽວກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ ຂຶ້ນໃນວັນທີ 30 ເມສາ 2018 ທີ່ຕະຫຼາດຫຼັກຊັບ; ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຮອງລັດຖະມົນຕີກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງຫົວໜ້າກົມ, ພະແນກ, ສະຖາບັນ, ອົງການ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ປະເມີນຄວາມສ່ຽງກ່ຽວກັບ ການຟອກເງິນ-ສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ

ກອງປະຊຸມຄະນະຊີ້ນຳລວມຂອງການປະເມີນຄວາມສ່ຽງແຫ່ງຊາດ ກ່ຽວກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແຫ່ງຊາດ

ໃນກອງປະຊຸມ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ປະທານກອງປະຊຸມ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເພື່ອເປັນການຄົ້ນຄວ້າ, ປຶກສາຫາລື ແລະ ປະເມີນຜົນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາອະນຸກຳມະການ ເພື່ອກຳນົດບຸລິມະສິດຂອງການດຳເນີນງານ ທີ່ຈະປັບປຸງຍົກລະດັບຄວາມຮູ້-ຄວາມສາມາດ ເພື່ອຕ້ານການຟອກເງິນດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດກາຕ້ານການຟອກເງິນໃນລະດັບຊາດ, ເພື່ອລະບຸ ແລະ ທຳຄວາມເຂົ້າໃຈຕໍ່ກັບຄວາມສ່ຽງກ່ຽວກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ML-TF); ເຊິ່ງເປັນອົງປະກອບທີ່ສຳຄັນໃນການຈັດຕັ້ງປະຕິບັດ ແລະ ພັດທະນາລະບົບການຕ້ານການຟອກເງິນ ແລະ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ເພື່ອເປັນບ່ອນອີງໃນການພັດທະນາ, ປັບປຸງກົດໝາຍ, ລະບຽບການ, ການບັງຄັບໃຊ້ກົດໝາຍ ແລະ ມາດຕະການອື່ນໆໃນການຫຼຸດຜ່ອນຄວາມສ່ຽງໃນ ML-TF.

ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງການຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະອະນຸກຳມະການທັງ 9 ອະນຸກຳມະການ ກ່ຽວກັບສະພາບລວມຂອງການຈັດຕັ້ງປະຕິບັດ, ຜົນການເກັບກຳຂໍ້ມູນ, ຜົນການປະເມີນຄວາມສ່ຽງແຫ່ງຊາດ ກ່ຽວກັບການຕ້ານການຟອກເງິນ, ການສະໜອງທຶນແກ່ການກໍ່ການຮ້າຍທີ່ອາດຈະເກີດຂຶ້ນ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ພ້ອມກັນປະກອບຄຳຄິດ-ຄຳເຫັນໃສ່ບັນດາບົດປະເມີນການຈັດຕັ້ງປະຕິບັດຂອງແຕ່ລະອະນຸກຳມະການ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ເປັນເອກະພາບກັນໃນການຈັດຕັ້ງປະຕິບັດວຽກງານ ຮັບປະກັນໃຫ້ການປະເມີນຄວາມສ່ຽງແຫ່ງຊາດກ່ຽວກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແຫ່ງຊາດມີຄວາມລະອຽດ, ຖືກຕ້ອງ ແລະ ມີຜົນສຳເລັດ.


(ແຫຼ່ງ​ຂໍ້​ມູນ​: ​​ຈ​ປ​ພ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.