ຄະນະສະເພາະກິດ ແນະນໍາໃຫ້ປະຊາຊົນດໍາລົງວິຖີຊີວິດແບບໃໝ່ ເພື່ອຫ່າງໄກໂຄວິດ-19

17:52 | 07/10/2020

ປັດຈຸບັນເຖິງວ່າຕົວເລກສະສົມ ຜູ້ຕິດພະຍາດອັກເສບປອດທີ່ເກີດຈາກ ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຢູ່ ສປປ ລາວ ເຮົາຈະຈຶ້ງຢູ່ທີ່ ຈໍານວນ 23 ຄົນ ມາໄດ້ຫລາຍວັນກໍຕາມ, ແຕ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ​ດັ່ງກ່າວ ຍັງມີຄວາມກັງວົນວ່າ ຖ້າຫາກປະຊາຊົນ ບໍ່ປະຕິບັດມາດຕະການ ປ້ອງກັນທີ່ດີ ແລ້ວ ກໍອາດມີຄວາມສ່ຽງ ທີ່ພະຍາດນີ້ ຈະເກີດການລະບາດ ອີກຮອບໃໝ່. ສະນັ້ນ, ຈຶ່ງແນະນໍາໃຫ້ປະຊາຊົນ ບັນດາເຜົ່າໃນທົ່ວປະເທດ ສືບຕໍ່ປະຕິບັດ ບັນດາມາດຕະການ ແລະ ດໍາລົງວິຖີຊີວິດແບບໃໝ່ (New Nomal) ເພື່ອໃຫ້ຫ່າງໄກຈາກພະ ຍາດດັ່ງກ່າວ.

ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ
ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19 ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຂອງປະເທດ ໄຮຕີ ປຶກສາຫາລືເພື່ອຫັນການແກ້ໄຂຢ່າງຮອບດ້ານ
ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19
ພາບປະກອບ

ການແນະນໍາມີຂຶ້ນ ໃນໂອກາດຖະແຫລງຂ່າວ, ກ່ຽວກັບສະພາບການລະບາດ​ ຂອງ​ພະ​ຍາດ COVID-19 ໃນໂລກ ແລະ ການປ້ອງກັນ, ຄວບຄຸມພະຍາດດັ່ງກ່າວ ຢູ່ພາຍໃນປະເທດ ຂອງ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ​ກະຊວງສາທາລະນະສຸກ ໃນວັນທີ 7 ຕຸລາ 2020 ວ່າ: ມາຮອດວັນທີ 7 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 ປະເທດ/ເຂດ, ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອ COVID-19 ຫລາຍກວ່າ 35 ລ້ານຄົນ. ໃນນີ້, ມີຜູ້ເສຍຊິວິດຫລາຍກວ່າ 1 ລ້ານຄົນ ແລະ ປີ່ນປົວຫາຍດີຈ 27 ລ້ານກວ່າຄົນ, ໂດຍສະຫະລັດອາເມລິກາ ມີຜູ້ຕິດເຊື້ອ ແລະ ເສຍຊີວິດຫລາຍກວ່າໝູ່ ຄືມີຜູ້ຕິດເຊື້ອສະສົມ 7,7 ລ້ານກວ່າຄົນ ແລະ ເສຍຊີວິດ 215.670 ຄົນ. ສ່ວນຢູ່ຂົງເຂດອາຊີພວກເຮົາ ຍັງແມ່ນປະເທດອິນເດຍ ທີ່ມີທ່າອ່ຽງຕິດເຊື້ອ COVID-19 ເພີ່ມຂຶ້ນ, ໂດຍມີຜູ້ຕິດເຊື້ອສະສົມ 6,7 ລ້ານກວ່າຄົນ ແລະ ຜູ້ຕິດເຊື້ອມື້ດຽວ ມີສູງເຖິງ 72.100 ຄົນ. ຂະນະດຽວກັນ, ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 7 ຕຸລາ 2020 ມີການຢັ້ງຢືນຜູ້ຕິດເຊື້ອ ພະຍາດດັ່ງກ່າວ 734.520 ກວ່າຄົນ ແລະ ເສຍຊີວິດ 17.975 ຄົນ.

ສໍາລັບການເຝົ້າລະວັງ ພະຍາດນີ້ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 6 ຕຸລາ 2020 ທົ່ວປະເທດມີຜູ້ເດີນທາງ ເຂົ້າມາຜ່ານດ່ານຕ່າໆ ທັງໝົດ 2.021 ຄົນ. ໃນນັ້ນ, ຜ່ານດ່ານລາວ-ໄທ 1.283 ຄົນ, ດ່ານລາວ-ຈີນ 112 ຄົນ, ດ່ານລາວ-ຫວຽດນາມ 626 ຄົນ, ທັງໝົດແມ່ນໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກ​ຄົນມາກວດ. ຈາກນັ້ນ, ກໍໄດ້ນຳສົ່ງໄປ​ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າ ຈະຄົບກຳນົດ 14 ວັນ.

ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ປັດຈຸບັນ, ທົ່ວປະເທດ ມີຜູ້ຈໍາກັດບໍລິເວນ ຈໍານວນ 3.115 ຄົນ ຢູ່ 42 ສູນ, ໂດຍໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ໝາຍຄວາມວ່າ ບໍ່ພົບຜູ້ຕິດເຊື້ອໃຫມ່ ແລະ ມີຕົວເລກຜູ້ຕິດເຊື້ອສະສົມ 23 ຄົນ. ຂະນະທີ່ຜູ້ຕິດເຊື້ອນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດ ປົກກະຕິແຕ່ຢ່າງໃດ. ແນວໃດກໍຕາມ, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ໃຫ້ຂໍ້ສັງເກດວ່າ: ບັນຫາສຳຄັນແມ່ນ ການລາຍງານ ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ຈາກທົ່ວໂລກ ໃນແຕ່ລະວັນແມ່ນຍັງ ມີທ່າອ່ຽງເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນປົກປ້ອງຕົນເອງ ແລະ ຄົນໃນຄອບຄົວຂອງທ່ານ, ໂດຍການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອຢ່າງເຄັ່ງຄັດ ແລະ ການດໍາລົງວິຖີ ຊີວິດແບບໃໝ່ ເປັນຕົ້ນ ການລ້າງມືໃສ່ສະບູເລື້ອຍໆ ຫລື ເຈວລ້າງມືທີ່ປະສົມເຫລົ້າ, ຮັກສາໄລຍະຫ່າງໃນສັງຄົມ, ໃສ່ຜ້າປິດປາກ-ດັງ ເມື່ອໄປສະ ຖານທີ່ ທີ່ມີຜູ້ຄົນແອອັດ, ບໍ່ເອົາມືສຳຜັດຕາ, ດັງ ຫລື ປາກ, ເມື່ອທ່ານໄອ ຫລື ຈາມ ຄວນໃຊ້ແຂນພັບຂໍ້ສອກປິດປາກ, ກິນຮ້ອນໃຊ້ບ່ວງກາງ ແລະ ໄປພົບແພດ ເມື່ອຮູ້ສຶກບໍ່ສະບາຍ. ການປະຕິບັດທັງໝົດນີ້, ກໍເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ຂອງພະຍາດ COVID-19 ໃຫ້ສະຫງົບລົງເທື່ອລະກ້າວ.

ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19 ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19 ອົງການ Global Vision ມອບເຮືອນເອື້ອອາທອນທີ່ມີມູນຄ່າ 76 ລ້ານດົ່ງ ຢູ່ ເບນແຈ ສສ ຫວຽດນາມ

ຍສໝ - ວັນທີ 5 ຕຸລາ 2020, ສະຫະພັນຊາວໜຸ່ມ ແຂວງ ເບນແຈ ໄດ້ຮ່ວມມືກັບອົງການ Global Vision (ສ.ເກົາຫຼີ) ຢູ່ ຫວຽດນາມໄດ້ມອບເຮືອນເອື້ອອາທອນ 2 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ ຕາແສງ ຕາມເຟືອ, ເມືອງ ເຈົາແທ່ງ (ແຂວງ ເບນແຈ).

ຄະນະສະເພາະກ ດ ແນະນ າໃຫ ປະຊາຊ ນດ າລ ງວ ຖ ຊ ວ ດແບບໃໝ ເພ ອຫ າງໄກໂຄວ ດ 19 ຫວຽດນາມ ໄດ້ຈັດຕັ້ງການບິນສອງຖ້ຽວ ເພື່ອນຳສົ່ງພົນລະເມືອງຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 5 ຕຸລານີ້, ອົງການຜູ້ຕາງໜ້າຊາວຫວຽດນາມ, ສະຖານທູດຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ ໄຕ້ຫວັນ (ຈີນ), ສາຍການບິນ Bamboo Airways ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຮ່ວມມືກັນຈັດຕັ້ງຖ້ຽວບິນ 2 ຖ້ຽວເພື່ອນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ...

kpl.gov.la

ເຫດການ
302 Found

Found

The document has moved here.