ຫວຽດນາມ ໄດ້ຈັດຕັ້ງການບິນສອງຖ້ຽວ ເພື່ອນຳສົ່ງພົນລະເມືອງຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ

17:46 | 06/10/2020

ຍສໝ - ວັນທີ 5 ຕຸລານີ້, ອົງການຜູ້ຕາງໜ້າຊາວຫວຽດນາມ, ສະຖານທູດຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ ໄຕ້ຫວັນ (ຈີນ), ສາຍການບິນ Bamboo Airways ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຮ່ວມມືກັນຈັດຕັ້ງຖ້ຽວບິນ 2 ຖ້ຽວເພື່ອນຳສົ່ງພົນລະເມືອງຫວຽດນາມ ຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ - ລາວ ແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງດອງທີ່ບໍ່ຖືກຕ້ອງຕາມກົດໝາຍ ໃນເຂດຊາຍແດນຂອງສອງປະເທດ
ການາດາ ຢັ້ງຢືນການພົວພັນດ້ານການຄ້າຢ່າງແໜ້ນແຟ້ນກັບ ຫວຽດນາມ

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ຫວຽດນາມ ໄດ້ຈັດຕັ້ງການບິນສອງຖ້ຽວ ເພື່ອນຳສົ່ງພົນລະເມືອງຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ
ຫວຽດນາມ ໄດ້ຈັດຕັ້ງການບິນສອງຖ້ຽວ ເພື່ອນຳສົ່ງພົນລະເມືອງຫຼາຍກ່ວາ 350 ຄົນມາຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ. (ພາບ: TTXVN)

ໃນຂະນະທີ່ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍປະເທດໃນພາກພື້ນ, ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ສ້າງອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ. ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມຢູ່ ໄຕ້ຫວັນ (ຈີນ) ໄດ້ສົ່ງພະນັກງານໂດຍກົງເພື່ອປະຕິບັດປະສານງານ ກັບບໍລິສັດສາຍການບິນ Bamboo Airways ຢູ່ສະໜາມບິນ ໃນການແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດສາຍການບິນ Bamboo Airways ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ດ່ານັງ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ຫວຽດນາມ ໄດ້ສະໜັບສະໜຸນຄວາມມານະພະຍາຍາມໃນການຊຸກຍຸຄວາມເປັນສັນຕິພາບໃນອາຟຣິກາ

ຍສໝ - ທ່ານເອກອັກຄະລັດຖະທຸດ ຟ້າມຫາຍແອງ ໄດ້ຢັ້ງຢືນວ່າ ຫວຽດນາມໄດ້ສະໜັບສະໜຸນຄວາມເປັນເອກະລາດ, ອະທິປາໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດມາລີ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ.

ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນທີ 3-4 ເດືອນຕຸລາ, ຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ເອີຣົບ ແລະ ອາຟຣິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງປະເທດເຈົ້າພາບ ໄດ້ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມຈໍາ​ນວນ 340 ຄົນກັບຄືນປະເທດຢ່າງປອດໄພ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.