ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

14:41 | 11/09/2019

ຍສໝ - ສະພາບນໍ້າຖ້ວມ ຢູ່ ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ ມາຮອດ ຕອນເຊົ້າວັນທີ 9 ກັນ 2019 ນໍ້າ ຍັງສືບຕໍ່ຍຶ່ງຂຶ້ນ, ປະຊາຊົນສືບຕໍ່ ຍົກຍ້າຍອອກຈາກເຮືອນ ຂອງ ເຂົາເຈົ້າທີ່ຖືກນໍ້າຖ້ວມຂຶ້ນໄປຢູ່ ບ່ອນສູງ, ທັງບ່ອນທີ່ທາງອໍານາດ ການປົກຄອງຈັດໃຫ້ ແລະ ໄປອາ ໄສນໍາເຮືອນພີ່ນ້ອງຢູ່ເຂດໃກ້ ຄຽງທີ່ປອດໄພ.

ເນື່ອງຈາກວ່າໃນໄລຍະນີ້ ໄດ້ເກີດມີສະພາບຝົນຕົກໜັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງພາກໃຕ້ ເຮັດໃຫ້ລະດັບນໍ້າຂອງ ແລະ ບັນດາແມ່ນ້ໍາສາຂາຢູ່ເຂດພາກໃຕ້ ໄດ້ຂຶ້ນກາຍເຂດອັນຕະລາຍແລ້ວ ແລະ ມີທ່າອ່ຽງຈະສືບຕໍ່ສູງຂຶ້ນຕື່ມອີກ.

ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນທີ່ພວມປະສົບໄພນໍ້າຖ້ວມ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະ ຍັງສືບຕໍ່ໄປຢ້ຽມຢາມ ແລະ ພົບປະໂອ້ລົມເພື່ອໃຫ້ກຳລັງໃຈແກ່ປະຊາຊົນທີ່ປະສົບໄພນໍ້າຖ້ວມ.

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ຮີບຮ້ອນເດີນທາງລົງໄປຢ້ຽມຢາມ, ພົບປະໂອ້ລົມ, ມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ປະສົບໄພ ນໍ້າຖ້ວມ. (ພາບ: ໜັງສືພິມວຽງຈັນທາຍ)

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

ທ່ານ ທອງລຸນ ສີສຸລິດ ທ່ານ ນາຍົກຍັງໄດ້ຕ່າງໜ້າ ໃຫ້ລັດຖະບານມອບເງິນຈຳນວນໜຶ່ງໃຫ້ແຂວງສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ. (ພາບ: ໜັງສືພິມວຽງຈັນທາຍ)

ກົມດັ່ງກ່າວໄດ້ລາຍງານຕື່ມອີກວ່າ: ອິດທິພົນຂອງລົມພາຍຸໂພດູ ແລະ ລົມພາຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019 ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ ແຂວງຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ສາລະວັນ, ຈໍາປາສັກ ແລະ ເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່

ປະຊາຊົນໃນ 37 ເມືອງ, 788 ບ້ານ.

ປະຊາຊົນຍົກຍ້າຍ 3.400 ກວ່າ ຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນ, ເນື້ອທີ່ນາຂອງປະ ຊາຊົນ 130.569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ. ໃນນີ້ມີຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກ ແລະ ສູນຫາຍ 2 ຄົນ ຢູ່ແຂວງຈຳປາສັກ.

ນອກຈາກນີ້ ເຫດໄພພິບັດດັ່ງກ່າວໄດ້ເຮັດໃຫ້ 2 ຄົນເສຍຊີວິດຢູ່ ແຂວງສະຫວັນນະເຂດ ແລະ ຈໍາປາສັກ, ສູນຫາຍອີກ 2 ຄົນ ຢູ່ແຂວງຈໍາປາສັກ. ປະຊາຊົນໄດ້ຍົກຍ້າຍ 3,400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ບ້ານເຮືອນຂອງປະຊາຊົນ, ເນື້ອທີ່ນາ 130,569 ກວ່າເຮັກຕາ, ຊົນລະປະທານ 26 ແຫ່ງ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ ແລະ ອື່ນໆ.
ປະຈຸບັນ ຄວາມຕ້ອງການອັນຮີບດ່ວນ ແມ່ນ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ ແລະ ງົບປະມານຮັບໃຊ້ອື່ນໆ.

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ


ມາຮອດປັດຈຸບັນ ການຊ່ວຍເຫຼືອສຸກ ເສີນເບື້ອງຕົ້ນ ແມ່ນມີ 36 ບ້ານ, 4,521 ຄອບຄົວ ພ້ອມນີ້ຍັງມີອີກ ຫຼາຍບ້ານທີ່ບໍ່ທັນໄດ້ໄປຊ່ວຍ, ເຊິ່ງ ຄາດວ່າ ຈະໄດ້ນຳເອົາເຄື່ອງບັນເທົາ ທຸກໄປຊ່ວຍເຫຼືອໃຫ້ແຕ່ລະເມືອງໃນ ໄວໆນີ້. (ພາບ: ໜັງສືພິມວຽງຈັນທາຍ)

ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າ ແຂວງ ທັງເປັນປະທານຄະນະປ້ອງ ກັນ ແລະ ຄວບຄຸມໄພພິບັດ ຂັ້ນ ແຂວງໃຫ້ ຮູ້ຕື່ມອີກວ່າ: ພາຍຫຼັງທີ່ເກີດໄພພິບັດດັ່ງກ່າວມາ ຮອດ ວັນທີ 07 ກັນຍາ 2019 ແຂວງອັດຕະປື ໄດ້ຮັບຜົນກະທົບ 6,341 ຄອບຄົວ ຈາກ 91 ບ້ານ ຢູ່ໃນ 5 ເມືອງ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ ໃນ 2 ເມືອງ ຄື: ເມືອງ ສາມັກ ຄີໄຊ ເດັກນ້ອຍຈົມນ້ຳເສຍຊີວິດ 1 ຄົນ ຢູ່ບ້ານ ຫຼັກ 3 ແລະ ເມືອງ ຊານໄຊ ຖືກນ້ຳປ່າໄຫຼພັດເອົາ ເສຍຊີວິດ 3 ຄົນ ຢູ່ ບ້ານ ດາກຂະໜາດ.

ມາຮອດປັດຈຸບັນ ການຊ່ວຍເຫຼືອສຸກ ເສີນເບື້ອງຕົ້ນ ແມ່ນມີ 36 ບ້ານ, 4,521 ຄອບຄົວ ພ້ອມນີ້ຍັງມີອີກ ຫຼາຍບ້ານທີ່ບໍ່ທັນໄດ້ໄປຊ່ວຍ, ເຊິ່ງ ຄາດວ່າ ຈະໄດ້ນຳເອົາເຄື່ອງບັນເທົາ ທຸກໄປຊ່ວຍເຫຼືອໃຫ້ແຕ່ລະເມືອງໃນ ໄວໆນີ້.

ສະພາບພາຍຸ ແລະ ນ້ຳຖ້ວມຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ


ໃນໂອກາດການລົງຢ້ຽມຂອງ ຄະນະ ກົມການເມືອງໃນຄັ້ງນີ້ ແມ່ນນຳໂດຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ອາດີດເຈົ້າແຂວງ ແຂວງອັດຕະປື ໄດ້ສະແດງຄວາມເຫັນໃຈຕໍ່ການແກ້ ໄພພິບັດດັ່ງກ່າວ ແລະ ໄດ້ມອບເຄື່ອງ ຊ່ວຍເຫຼືອເປັນວັດຖຸ ແລະ ປັດໄຈ ຈຳນວນ 100 ກວ່າລ້ານກີບ ເພື່ອ ແກ້ໄຂບັນເທົາທຸກໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມດັ່ງກ່າວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.