|
ກອງປະຊຸມນັດສາມັນຂອງລັດຖະບານ. (ພາບ: ສຳນັກຂ່າວຫວຽດນາມ)
ບັນຫາເຊື່ອຖື, ສາສະໜາໄດ້ລະບຸໃນລັດຖະທຳມະນູນ ແລະກົດໝາຍຂອງຫວຽດນາມ ແມ່ນບັນລຸມາດຖານສາກົນ ນັບແຕ່ເມື່ອປະກາດໃຊ້ລັດຖະທຳມະນູນສະບັບທຳອິດ ແລະ ນັບມື້ນັບໄດ້ຮັບການປັບປຸງ ເພື່ອໃຫ້ເໝາະສົມກັບການພັດທະນາຂອງປະເທດໃນແຕ່ລະໄລຍະປະຫວັດສາດ. ສິ່ງດັ່ງກ່າວ ໄດ້ຮັບປະກັນສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາຂອງພົນລະເມືອງ ສອດຄ່ອງກັບສົນທິສັນຍາສາກົນ ແລະ ເທົ່າທຽມກັບກົດໝາຍຂອງຫຼາຍປະເທດທີ່ມີລະບອບກົດໝາຍມີມາແຕ່ດົນນານ.
ແຕ່ກົດໝາຍຫວຽດນາມກໍໄດ້ກຳນົດຢ່າງຈະແຈ້ງວ່າ ຫ້າມສວຍໃຊ້ນະໂຍບາຍເຄົາລົບສິດເສລີໃນການເຊື່ອຖື, ການເຫຼື້ອມໃສສາສະໜາ ຫຼືສວຍໃຊ້ສາສະໜາ ເພື່ອມີການກະທຳຢ່າງຜິດກົດໝາຍ, ສົ່ງຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ , ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດ... ການກຳນົດດັ່ງກ່າວ ແມ່ນຮັບປະກັນໃຫ້ບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາໄດ້ເຄື່ອນໄຫວຢ່າງປອດໃສ, ສອດຄ່ອງກັບຮີດຄອງປະເພນີວັດທະນະທຳຂອງຊາດ, ຕອບສະໜອງໄດ້ບັນດາຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງມະຫາຊົນ, ບໍ່ຖືກບັນດາການເຄື່ອນໄຫວເຊື່ອຖື, ການເຫຼື້ອມໃສສາສະໜາຝືນກັບຮີດຄອງປະເພນີອັນດີງາມຂອງຊາດ, ສົ່ງຜົນສະທ້ອນເຖິງຊີວິດແຫ່ງຈິດວິນຍານ ສຸຂະພາບ, ກຽດສັກສີ ແລະ ຊັບສົມບັດຂອງປະຊາຊົນ.
(ແຫຼ່ງຂໍ້ມູນ: vov5)