ເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງກໍາປູເຈຍ ແລະ ແທງຫວາ

08:52 | 08/05/2018

ຍສໝ - ເພື່ອສະຫນັບສະຫນູນການແລກປ່ຽນ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຫວຽດນາມ-ກໍາປູເຈຍ, ວັນທີ 5 ພຶດສະພາ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຮ່ວມມືກັບຄະນະກໍາມະການປະຊາຊົນ ແທງຫວາ ແລະ ສະຫະພັນບັນດາແຂວງ, ສະຖານທູດກໍາປູເຈຍຢູ່ຫວຽດນາມມີນັກສຶກສາຊາວກໍາປູເຈຍ 50 ຄົນແລະຄູສອນຫວຽດນາມມາຢ້ຽມຢາມ, ຮຽນຮູ້ແລະແລກປ່ຽນໃນນະຄອນ ແທງຫວາ, ແຂວງ ແທງຫວາ.

ເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງກໍາປູເຈຍ ແລະ ແທງຫວາ

ທ່ານ​ນາງ ເລ​ທິ​ທີ່ນ ຮອງ​ເຈົ້​າ​ແຂວງ ມອບ​ຂອງ​ທີ່​ລະ​ລຶກ​ໃຫ້​ທ່​ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ກຳ​ປູ​ເຈຍ ທ່ານ Prak Nguon Hong ແລະ ພັນ​ລະ​ຍາ

ທ່ານ ນາງ ເລ​ທິ​ທີ່ນ, ຄະນະກຳ​ມະ​ການປະ​ຈຳພັກແຂວງ, ຮອງເຈົ້າແຂວງສະແດງຄວາມຍິນດີຕ້ອນຮັບຄະນະພະ​ນັກ​ງານສະຖານທູດແລະນັກສຶກສາຂອງກໍາປູເຈຍ.

ຮອງເຈົ້າແຂວງໄດ້ຢືນຢັນວ່າ ແຂວງ ແທງ​ຫວາ ຈະສ້າງເງື່ອນໄຂໃນການ​ສຶກ​ສາ ຝຶກອົບຮົມ ຂອງ ນ້ອງນັກ​ຮຽນ,ນັກສຶກສາກໍາປູເຈຍ ຖ້າຕ້ອງການສຶກສາຢູ່ບາງໂຮງຮຽນພາຍໃນແຂວງ. ນອກຈາກນັ້ນ, ຈະປະສານສົມທົບກັບສະຖານທູດກໍາປູເຈຍເພື່ອສົ່ງເສີມການໂຄສະນາ ແລະ ສຶກສາອົບ​ຮົມ ປະຊາຊົນສອງປະເທດກ່ຽວກັບຄວາມສໍາຄັນຂອງການຮັກສາມິດຕະພາບລະຫວ່າງປະຊາຊົນຂອງສອງປະເທດ, ໂດຍສະເພາະແມ່ນຊາວຫນຸ່ມລຸ້ນ​ຫຼັງ.

ທ່ານ Prak Nguon Hong, ເອກອັກຄະລັດຖະທູດຜູ່​ມີ​ອຳ​ນາດ​ເຕັມຂອງກໍາປູເຈຍທີ່​ຫວຽດ​ນາມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງແຂວງ ແທງ​ຫວາ ທີ່ມອບ​ໃຫ້ຄະນະ ພ້ອມ​ກັນ​ນັ້ນ ກໍ່​ມີ​ຄວາມ​ຮູ້​ສືກ​ດີ​ໃຈ ແລະ ປິ​ຕິ​ຊົມ​ຊື່ນ ຕໍ່​ການພັດທະນາ ທີ່ຫນ້າປະທັບໃຈ, ເຂັ້ມ​ແຂງ​ຂອງ ແຂວງ ແທງ​ຫວາ ໃນ​ໄລ​ຍາ​ຜ່ານ​ມາ.

ເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງກໍາປູເຈຍ ແລະ ແທງຫວາ

ຄະ​ນະ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ກຳ​ປູ​ເຈຍທີ່​ຫວຽດ​ນາມ ພ້ອມ​ດ້ວຍ​ນ້ອງ​ນັກ​ຮຽນ​ຈຳ​ນວນ 50 ຄົນ ແລະ ບັນ​ດາ​ພໍ່​ແມ່​ທີ່​ຊ່ວຍ​ເຫຼືອ​ຄົນ​ຫວຽດ​ນາມ​ຮ່ວມ​ກັນ​ຖ່າຍ​ຮູບ​ກັບ​ບັນ​ການ​ນຳ​ແຂວງ ແທງ​ຫວາ

ສໍາລັບສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ, ການແລກປ່ຽນເປັນກິດຈະກໍາທີ່ມີປະສິດທິພາບໃນໂຄງການ "ການເພາະ​ພັນມິດຕະພາບ", ໂອກາດສໍາລັບ​ບັນ​ດາ​ນ້ອງ​ນັກ​ຮຽນກຳ​ປູ​ເຈຍ ແລະ ​ຄອບ​ຄົວ ພົບ​ປະ​ຊ່ວຍ​ເຫຼືອ, ແລກປ່ຽນບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ.

ໃນນັ້ນ, ​ບັນ​ດາ​​ອາ​ດີດນັກ​ວິ​ຊາ​ການ,ອາດີດ​ອາສາສະຫມັກ​ຫວຽດ​ນາມ ທີ່​ກຳ​ປູ​ເຈຍ ໄດ້​ຮັບ​ຊ່ວຍ​ເຫຼືອ ຮັບ​ນັກ​ສືກ​ສາ​ກຳ​ປູ​ເຈຍ​ເປັນ​ລູກ​ລ້ຽງ. ສິ່ງນີ້ໄດ້ຊ່ວຍໃຫ້ນັກສຶກສາກໍາປູເຈຍຮູ້ສຶກ​ຜ່ອນ​ຄາ ຈາກ​ການ​ຄວາມ​ຮູ້​ສຶກຫ່າງໄກຈາກບ້ານ, ໂດຍສຸມໃສ່ການສຶກສາແລະການຄົ້ນຄວ້າຢູ່ຫວຽດນາມກວ່າ​ເກົ່າ.

ເພີ່ມທະວີການແລກປ່ຽນວັດທະນະທໍາລະຫວ່າງກໍາປູເຈຍ ແລະ ແທງຫວາ

ຄະ​ນະ​ຊົມ​ສາຍ​ນ້ຳ​ທີ່​ໄຫຼ​ອອກ​ມາ​ຈາກ​ຖ້ຳ​ທີ່​ມີ​ຄວາມ​ໄສ​ເບິ່ງ​ເຫັນ​ໂຕ​ປາ​ນ້ອຍ​ໃຫຍ່​ຕໍ່​ໜ້າ​ຖ້ຳ

ໃນມື້ດຽວກັນ, ຄະ​ນະເອກອັກຄະລັດຖະທູດກຳ​ປູ​ເຈຍ, ​ບັນ​ດາ​​ນ້ອງນັກ​ຮຽນ​ ແລະ ບັນ​ດາ​ພໍ່​ແມ່ ຊ່ວຍ​ເຫຼືອ​ຄົນ​ຫວຽດ ໄດ້​ມີໂອກາດໄປຢ້ຽມຢາມ​ເຂດ​ມໍ​ລະ​ດົກ​ແຫ່ງ​ຊາດພິເສດ ລາມ​ກິງ (ຕັ້ງຢູ່ເມືອງ ເທາະ​ຊົນ); ບ່ອນທີ່ຜູ່​ພິ​ລາດ​ອາດ​ຫານ ເລ​ເລີ້ຍ ​ປັກ​ທຸງ​ລຸກ​ຮື້​ຂື້ນ​ຕໍ່​ສູ້​ຕ້ານ ກອງ​ທັບ ມິງ ຜູ່​ຮຸ​ກ​ຮານ. ນອກຈາກນັ້ນ, ຄະນະຍັງໄດ້ໄປຢ້ຽມຢາມຫນອງ ປາ​ສະ​ຫວັນ ​ເລືອງ​ງ໋ອກ, ບ້ານ ​ເກິ້ມ​ເລືອງ, ເມືອງ ​ເກິ້ມ​ທຸ໋ຍ.

(ຫັດ​ທະ​ບູນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ