|
ລາວ ຍາດໄດ້ລາງວັນທີ 2-3 ແຂ່ງຂັນຫຸ່ນຍົນນານາຊາດ
ການແຂ່ງຂັນຄັ້ງນີ້ ມີຫຼາຍກວ່າ 2.000 ຄົນ ຈາກ 40 ປະເທດທົ່ວໂລກເຂົ້າຮ່ວມ ເຊິ່ງບົ່ງບອກເຖິງຄວາມຮູ້-ຄວາມສາມາດຂອງເຍົາວະຊົນ ແລະ ຊາວໜຸ່ມລາວ ທີ່ມີຄວາມສາມາດເທົ່າທຽມກັບບັນດາປະເທດທີ່ກ້າວໜ້າໃນໂລກ ແລະ ມີຄວາມກຽມພ້ອມເພື່ອກ້າວເຂົ້າສູ່ອຸດສະຫະກຳຍຸກ 4.0.
ປະເພດ Boxing ຊາວໜຸ່ມລາວ ສາມາດຍາດໄດ້ລາງວັນທີ 2 ໂດຍທ້າວ ພອນສະຫວັນ ສົມອາລຸນ ຈາກໂຮງຮຽນອ໋ອດສະກ້າ ສ່ວນປະເພດອອກແບບປະດິດສ້າງຫຸ່ນຍົນ ສາມາດຍາດໄດ້ຮັບລາງວັນທີ 3 ເຊິ່ງປະກອບມີທ້າວ ບຸນຍະລິດ ໄຊສຸລຽນ ຈາກໂຮງຮຽນນານາຊາດວຽງຈັນ ນາງ ທະວີໂຊກ ຄຳວົງສາ ຈາກ Little Star Bilingual School ທ້າວ ຍົດສະພົນ ມີໄຊ ຈາກໂຮງຮຽນນານາຊາດປັນຍາທິບ ແລະ ທ້າວ ຊິງອິງ ຈະເລີນທອງ ຈາກໂຮງຮຽນວຽງຈັນພັດທະນາ.
(ແຫຼ່ງຂໍ້ມູນ: vientianemai.net)