ທ່ານນາງ Christine Lagarde ຜູ້ອໍານວຍການ IMF ກ່າວໃນຖະແຫຼງການວ່າ: ການເຈລະຈາໃຫມ່ແມ່ນຍັງຢູ່ໃນຂັ້ນຕອນທຳອິດ, ພວກເຮົາກຳລັງເຮັດແນວໃດທີ່ຈະຮ່ວມກັນເຮັດວຽກ ເພື່ອແກ້ໄຂບັນຫາ ພື້ນຖານເສດຖະກິດ ແລະຈະຖືກນໍາໃຊ້ໃນທັນທີ.
ສອງສາມຊົ່ວໂມງກ່ອນໜ້ານັ້ນ, ປະທານາທິບໍດີ ອາເຈັນຕີນ້າ Mauricio Macri ກໍ່ໄດ້ກ່າວວ່າ: ທ່ານໄດ້ສະເຫນີເງິນກູ້ຈາກ (ໄອເອັມເອບ). " ການກູ້ຢືມເງິນນິ້ຈະເຮັດໃຫ້ ພວກເຮົາ ແກ້ໄຂໄດ້ເລື່ອງການເຕີບໂຕ ແລະແຜນການພັດທະນາ" , ທ່ານຍັງເວົ້າຕື່ມອີກວ່າ: ພວກເຮົາຈະປະເຊີນກັບສະຖານະການໂລກໃຫມ່ ແລະ ຫລີກລ້ຽງວິກິດການເຊັ່ນສິ່ງທີ່ເກີດຂື້ນໃນອາດີດ ".
|
ປະຊາຊົນຜ່ານໄປຮ້ານແລກເງິນ ທີ່ນະຄອນຫຼວງ Buenos Aires. (ພາບ: AP)
ທັງປະເທດອາເຈັນຕີນ້າ ແລະ ໄອເອັມເອບ ບໍ່ໄດ້ເປີດເຜີຍວ່າຈຳນວນໃນການກູ້ຢືມຄັ້ງນີ້ແມ່ນຫຼາຍປານໃດ,ແຕ່ Bloombergຄັດມາຈາກແຫຼ່ງຂໍ້ມູນທີ່ໃກ້ຊິດວ່າອາດຈະເປັນເງິນຮອດ 30ຕື້ໂດລາສະຫະລັດ. ໄອເອັມເອບ ເປັນທີ່ຮູ້ຈັກໂດຍການໃຫ້ບັນ ດາປະເທດກູ້ຢືມ, ເພື່ອຮັບປະກັນໃຫ້ ຕະຫຼາດ ວ່າພວກເຂົາກຳລັງຢູ່ພາຍໃຕ້ການຕິດຕາມແລະກວດສອບຈາກ ອົງການນີ້.
ນີ້ແມ່ນຄັ້ງທໍາອິດທີ່ທ່ານ ມາກກີ ໄດ້ເປີດເຜີຍ ນັບຕັ້ງແຕ່ທະນາຄານສູນກາງ ຂອງ ອາເຈັນຕີນ້າ ໄດ້ຂື້ນອັດຕາດອກເບ້ຍ ສາມຄັ້ງໃນ 10 ວັນ, ເຖິງ 40% ໃນປະຈຸບັນ. ສະກຸນ ເງິນເປໂຊ ຫຼຸດລາຄາ(ເງິນອ່ອນ)ຫຼາຍກວ່າ 18 ເປີເຊັນ ທຽບໃສ່ເງິນໂດລາໃນປີນີ້. ນັກວິເຄາະກ່າວວ່າວິກິດການດັ່ງກ່າວ ກຳລັງແຜ່ລາມສູງຂື້ນ ແລະ ຈະຍັງສືບຕໍ່ວິກິດໃນຕໍ່ໜ້າ.
ອາເຈັນຕີນ້າ ກຳລັງຢູ່ໃນໄລຍະການປະຕິຮູບເສດຖະກິດ ໄປສູ່ການຕະຫຼາດ ພາຍໃຕ້ການນຳພາຂອງທ່ານ ມາກກີ ທ່ານກໍາລັງພະຍາຍາມ ແກ້ໄຂປັນຫາ ຫຼັງຈາກຫລາຍປີທີ່ໄດ້ຮັບການປົກປ້ອງ ແລະ ການໃຊ້ຈ່າຍຂອງງົບປະມານລັດ ຢູ່ໃນອັນດັບສູງ ພາຍໃຕ້ການນຳພາຂອງຜູ້ສືບທອດ , Cristina Fernandez de Kirchner.
ອັດຕາເງິນເຟີ້ ແມ່ນບັນຫາເກີດຂຶ້ນມາຢ່າງຍາວນານໃນອາເຈັນຕີນ້າ. ປີກ່ອນ, ລະດັບຄວາມໄວແມ່ນ 25% - ເປັນອັນດັບທີສອງເທົ່ຮອງ ລາຕິນອາເມລິກາຄື: ປະເທດ ເວເນຊູເອລາ. ປີນີ້ ທະນາຄານກາງ ອາເຈນຕິນາ ມີເປົ້າໝາຍ ທີ່ຈະເຮັດໃຫ້ຕົວເລກກັບມາເປັນ 15% ແລະ ຢືນຢັນວ່າມັນຈະສືບຕໍ່ຈັດຕັ້ງປະຕິບັດເພື່ອເປົ້າໝາຍດັ່ງກ່າວ.
(ຫັດທະບູນ)