ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການຢ​ູ່​ມາ​ລີ

08:04 | 21/08/2020

ຍ​ສ​ໝ - ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ແບ່​ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ ແລະ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ການ​ຂອງລັດ​ຖະ​ທຳ​ມະ​ນູນ ແລະ ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ສັ​ນ​ຕິ​ພາບ​ປີ 2015

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ລີບັງ ແລະ ຊູດັງ
ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ກີ​ເນ - ບິດ​ຊາວ
ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບມາ​ລີ (ພາບ: UN)

ວັນ​ທີ 19 ສິງ​ຫາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ບັນ​ດາ​ການ​ຜັນ​ແປ​ຫວ່າງ​ແລ້ວນີ້ຢ​ູ່​ມາ​ລີ.

ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ແບ່​ງ​ປັນ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມາ​ລີ ແລະ ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ການ​ຂອງລັດ​ຖະ​ທຳ​ມະ​ນູນ ແລະ ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ສັ​ນ​ຕິ​ພາບ​ປີ 2015, ຕີ​ລາ​ຄາ​ສູງ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ, ການ​ນຳ​ບັນ​ດາ​ປະ​ເທດ ປະ​ຊາ​ຄົມ​ເສດ​ຖະ​ກິດ ພາກ​ພື້ນ ອາຟຼິກ​ກາ​ຕາ​ເວັນ​ຕົກ (ECOWAS), ສະ​ຫະ​ພາບ​ອາຟ​ຼິກ​ກາ (AU) ໃນ​ການ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບ​ຢູ່​ມາ​ລີ, ພິ​ເສດ​ແມ່ນ​ບົດ​ບາດ​ເປັນກາງ​ໃນ​ການ​ໄກ່​ເກ່ຍ​ຂອງ​ ECOWAS.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງ​ກຸ໊ຍ ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ຜັນ​ແປ​ຢູ່​ມາ​ລີ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງຄວາມ​ອົດ​ກັ້ນ, ຫຼີ​ກ​ລ້ຽງ​ການ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ, ຊຸກ​ຍູ້​ການ​ເຈ​ລະ​ຈ​າ​ເພື່ອ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ເມືອງເພື່ອ​ສັນ​ຕິ​ພາບ, ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ​ກົດ​ໝາຍ​ມາ​ລີ ເພື່ອ​ແນ​ໃສ່​ສ້າງ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ເປັນ​ລະບ​ຽບຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ຢູ່​ມາ​ລີ​ຄື​ນ​ໃໝ່, ເພື່ອ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຢາກ​ມີ​ສັນ​ຕິ​ພາບອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດກ​ໍ່​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ຊ, ສະ​ຫ​ະ​ພາບ​ອາ​ຟ​ຼິກ​ກາ, ປະ​ຊາ​ຄົມ​ເສ​ດ​ຖະ​ກິດ​ພາກ​ພື້ນ​ອາ​ຟ​ຼິກ​ກາ​ຕາ​ເວັນ​ຕົກ ແລະ ປະ​ຊາ​ຄົມ​ສາ​ກົນ​ໃນ​ການ​ຊຸກ​ຍູ້​ການເຈ​ລະ​ຈາເພື່ອ​ຊອກ​ຫາມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ, ໜູນ​ຊ່ວຍ​ນຳ​ສະ​ພາບ​ການ ຢູ່ມາ​ລີ​ກັບ​ຄືນ​ສູ່​ສະ​ຖຽນ​ລະ​ພາບ​ໂດຍ​ໄວ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ

ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ລີບັງ ແລະ ຊູດັງ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງກຸ໊ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ ຕ້ອງ​ຖື​ໜ້າ​ທີ່​ກູ້​ເອົາຊີ​ວິດ​ປະ​ຊາ​ຊົນ​ແມ່ນ​ບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ແກ່​ລີ​ບັງ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ກີ​ເນ - ບິດ​ຊາວ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ລາຍ​ງານ ແລະ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທີ່​ພວມ​ຊົ່ວ​ຮ້າຍ​ລົງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ທາງ ອອນ ລາຍ ກ ຽວ ກ ບ ສະ ພາບ ການຢ ມາ ລ ຫວຽດ​ນາມເຂົ້​າ​ຮ່ວມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ສິດທິ​ມະ​ນຸດ

ຍ​ສໝ - ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ະ​ຫະປະ​ຊາ​ຊາດ​ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ເລື່ອງ​ປະ​ເທດ​ເຈົ້າ​ພາບມີ​ບົດ​ບາດ​ແຖວ​ໜ້າ​ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.