ຫວຽດນາມ ມານະພະຍາຍາມຊຸກຍູ້ AIPA ເຄື່ອນໄຫວຢ່າງມີປະສິດທິຜົນ

14:24 | 21/11/2019

ຕອນບ່າຍວັນທີ 19 ພະຈິກ, ທີ່ຫໍສະພາແຫ່ງຊາດ, ຄະນະຊີ້ນໍາແຫ່ງຊາດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41), ຄະນະຈັດຕັ້ງ AIPA 41 ດໍາເນີນວາລະປະຊຸມຄັ້ງທີ 1 ພາຍໃຕ້ການເປັນປະທານຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ.


ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ເລື່ອງຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະຊີ້ນໍາແຫ່ງຊາດ ແລະຄະນະຈັດຕັ້ງ AIPA 41 ແມ່ນການສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງສະພາແຫ່ງຊາດຫວຽດນາມ ໃນການຜັນຂະຫຍາຍບັນດາກິດຈະກໍາ ເພື່ອແນໃສ່ຮັບດໍາລົງຕໍາແໜ່ງເປັນປະທານ AIPA 2020. ປີ 2020 ກໍ່ແມ່ນປີທີ່ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ. ຍ້ອນເຫດນັ້ນ, ຄະນະຊີ້ນຳ, ຄະນະຈັດຕັ້ງ AIPA 41 ຈະສົມທົບກັບຄະນະກຳມະການແຫ່ງຊາດອາຊຽນ 2020 ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ ແລະເປັນປະທານບັນດາເຫດການໃຫຍ່ຂອງ AIPA ແນໃສ່ເສີມຂະຫຍາຍບົດບາດແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຊຸກຍູ້ວິວັດທະນາການຮ່ວມມືອາຊຽນ, ປະສານສົມທົບກັນ ເພື່ອສ້າງ AIPA ກາຍເປັນອົງການແໜ້ນແຟ້ນ, ເຄື່ອນໄຫວຢ່າງມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດຂອງບັນດາລັດຖະສະພາສະມາຊິກ.

ຫວຽດນາມ ມານະພະຍາຍາມຊຸກຍູ້ AIPA ເຄື່ອນໄຫວຢ່າງມີປະສິດທິຜົນ
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມ. ພາບ: ຫງວຽນຈ໋ຽນຖັ໋ງ.

ທີ່ວາລະປະຊຸມ, ທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດໄດ້ປະກາດບັນດາມະຕິຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການສ້າງຕັ້ງຄະນະຊີ້ນໍາແຫ່ງຊາດ ແລະຄະນະຈັດຕັ້ງ AIPA 41.

ຫວຽດນາມ ມານະພະຍາຍາມຊຸກຍູ້ AIPA ເຄື່ອນໄຫວຢ່າງມີປະສິດທິຜົນ
ບັນຍາກາດທີ່ວາລະປະຊຸມ.ພາບ: ຫງວຽນຈ໋ຽນຖັ໋ງ.

ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບເນື້ອໃນການເຄື່ອນໄຫວຕ່າງໆຂອງປີເປັນປະທານ AIPA; ການສົມທົບລະຫວ່າງ AIPA ແລະອາຊຽນ; ວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍໃນບັນດາການເຄື່ອນໄຫວທາງການຂອງປີເປັນປະທານ AIPA...

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.