ໜັງສືພິມມາເລເຊຍ: ຫວຽດນາມ ມີບັນດາການປະກອບສ່ວນໃຫ້ແກ່ວິວັດທະນາການເປີດກວ້າງການຮ່ວມມືຂອງອາຊຽນ

06:35 | 24/07/2020

ຍສໝ - ບົດຂຽນທີ່ໄດ້ເອົາລົງໃນໜັງສືພິມ New Straits Times ຂອງມາເລເຊຍ ໄດ້ ຊີ້ແຈ້ງບັນດາການປະກອບສ່ວນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ໃນນັ້ນໄດ້ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ສຳເລັດຢ່າງຈົບງາມ.

ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ 25 ປີ​ທີ່​ຫວຽດ​ນາມ​ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽນ: ຫວຽດນາມຍາມໃດກໍ່ເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຕໍ່ພາກພື້ນ
ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ສະມາຄົມມິດຕະພາບ ຫວຽດນາມ - ໄທ ຢູ່ ດານັງປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວ
ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ
ຫວຽດນາມ ໄດ້ປະກອບສ່ວນໃຫ້ແກ່ການພັດທະນາຈະເລີນເຕີບໂຕ ແລະຍືນຍົງຂອງອາຊຽນ, ພ້ອມທັງເຮັດໃຫ້ໂລກເຫັນວ່າອາຊຽນມີກໍາລັງແຮງພາຍໃນ, ມີຄຸນນະທາດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.(ພາບ:TTXVN)

ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ, ບັນດາການປະກອບສ່ວນຂອງຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ, ໃນນັ້ນໄດ້ຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 6 ປີ 1998 ສຳເລັດຢ່າງຈົບງາມ. ແຜນການກະທຳຂອງຮ່າໂນ້ຍ ທີ່ຍົກອອກມາທີ່ກອງປະຊຸມໄດ້ຊ່ວຍຮັກສາການຮ່ວມມື ແລະ ເພີ່ມທະວີທີ່ຕັ້ງບົດບາດຂອງອາຊຽນ ໃນຕະຫຼອດໄລຍະທີ່ເກີດວິກິດການການເງິນຢູ່ອາຊີ 1997 – 1998. ຫວຽດນາມ ກໍ່ບັນລຸໄດ້ຜົນງານຫຼາຍຢ່າງດ້ວຍຖານະເປັນປະທານຄະນະກຳມະການປະຈຳການອາຊຽນ 2001 ແລະ ປະເທດປະທານອາຊຽນ 2010.

ໃນຕະຫຼອດ 25 ປີຜ່ານມາ, ດ້ວຍບົດບາດປະສານງານ, ຫວຽດນາມ ໄດ້ເຊື່ອມຕໍ່ເປີດກວ້າງ ແລະເຮັດໃຫ້ສາຍພົວພັນລະຫວ່າງອາຊຽນກັບຄູ່ຮ່ວມມືຍຸດທະສາດຕ່າງໆ ເປັນຕົ້ນຄື: ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບເອີລົບ ເລິກເຊິ່ງກວ່າ. ຄຽງຂ້າງນັ້ນ, ຫວຽດນາມ ກໍ່ຕັ້ງໜ້າຜັນຂະຫຍາຍວິວັດທະນາການສັງລວມກໍ່ສ້າງປະຊາຄົມອາຊຽນ, ເຂົ້າຮ່ວມຮຽບຮຽງຂໍ້ລິເລີ່ມເຊື່ອມຕໍ່ອາຊຽນ, ປະກອບສ່ວນຮັບແຄບຊ່ອງຫວ່າງພັດທະນາ ແລະໜູນຊ່ວຍບັນດາສະມາຊິກໃໝ່ເຊື່ອມໂຍງເຂົ້າກັບພາກພື້ນ.

ດ້ວຍເນື້ອໃນຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຄືດັ່ງຫົວຂໍ້ໂດຍຫວຽດນາມ ຍົກອອກໃຫ້ປີເປັນປະທານອາຊຽນ 2020 ນັ້ນ, ຫວຽດນາມໄດ້ປະຕິບັດສໍາເລັດໜ້າທີ່ດ້ວຍຈິດໃຈຮັບຜິດຊອບ, ປະດິດຄິດສ້າງ, ຫວຽດນາມ ໄດ້ປະກອບສ່ວນໃຫ້ແກ່ການພັດທະນາຈະເລີນເຕີບໂຕ ແລະຍືນຍົງຂອງອາຊຽນ, ພ້ອມທັງເຮັດໃຫ້ໂລກເຫັນວ່າອາຊຽນມີກໍາລັງແຮງພາຍໃນ, ມີຄຸນນະທາດ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

ພາຍໃຕ້ການນໍາພາຂອງຫວຽດນາມ, ບັນດາປະເທດໃນພາກພື້ນໄດ້ພ້ອມກັນແບ່ງປັນບັນດາໝາກຜົນເບື້ອງຕົ້ນທີ່ເປັນໜ້າສົ່ງເສີມໃນການສູ້ຮົບຕ້ານ ແລະສະກັດກັ້ນພະຍາດໂຄວິດ-19 ແລະຂໍ້ລິເລີ່ມອື່ນໆ, ຄື: ສ້າງຕັ້ງກອງທຶນຮັບມືກັບພະຍາດໂຄວິດ-19 ຂອງອາຊຽນ, ສາງແຮໄວ້ວັດຖຸອຸປະກອນການແພດຂອງພາກພື້ນ, ປະມວນຂັ້ນຕອນດຳເນີນງານມາດຕະຖານຂອງອາຊຽນໃນກໍລະນີການແພດສາທາລະນະສຸກເສີນ, ສ້າງແຜນການຟື້ນຟູຮອບດ້ານພາຍຫຼັງພະຍາດໂຄວິດ-19. ດ້ວຍໝາກຜົນດັ່ງກ່າວ, ການນໍາບັນດາປະເທດອາຊຽນຕີລາຄາສູງບົດບາດນໍາພາ ແລະຄວາມຂະຫຍັນຂັນເຄື່ອນຂອງຫວຽດນາມ.

ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ຊາວຫວຽດນາມເກືອບ 300 ຄົນ ຈາກເອີຣົບກັບຄືນປະເທດຢ່າງປອດໄພ

ຍສໝ - ກ່ອນໜ້ານີ້, ຊາວຫວຽດນາມຖືກຕິດຄ້າງຢູ່ບັນດາປະເທດຄືໂຣມາເນຍ, ຍີ່ປຸ່ນ, ສະຫະລັດອາເມລິກາ, ມຽນມາ, ສິງກະໂປ, ຟີລິບປິນ... ເປັນເວລາດົນນານຍ້ອນວ່າ COVID-19 ໄດ້ກັບຄືນສູ່ຫວຽດນາມຢ່າງປອດໄພ ແລະປະຕິບັດການແຍກຫ່າງຕາມລະບຽບການ.

ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ການທ່ອງທ່ຽວຂອງຫວຽດນາມ ໄດ້ຮັບການຄັດເລືອກເຂົ້າໃນ 11 ປະເພດການທ່ອງທ່ຽວແຖວໜ້າຂອງອາຊີ

ຍສໝ - ຄະນະກຳມະການຈັດງານລາງວັນການທ່ອງທ່ຽວໂລກປີ 2020 (WTA) ໄດ້ປະກາດເວລາຄັດເລືອກເອົາ ໃນເຂດອາຊີໃນປີ 2020 ແຕ່ວັນທີ 15 ມິຖຸນາເຖິງວັນທີ 24 ກັນຍາ 2020. ໃນລະດູການນີ້, ການທ່ອງທ່ຽວຫວຽດນາມໄດ້ຮັບການຄັດເລືອກໃນ 11 ປະເພດການທ່ອງທ່ຽວ “ແຖວໜ້າຂອງອາຊີ”.

ໜ ງສ ພ ມມາເລເຊຍ ຫວຽດນາມ ມ ບ ນດາການປະກອບສ ວນໃຫ ແກ ວ ວ ດທະນາການເປ ດກວ າງການຮ ວມມ ຂອງອາຊຽນ ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.