ການເຊື່ອມໂຍງເສດຖະກິດສາກົນ: ຄາດໝາຍສູງສຸດແມ່ນຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະກິດ, ຊຸກຍູ້ການເຕີບໂຕ

12:39 | 22/07/2020

ຍສໝ - ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳເນັ້ນໜັກວ່າ: ການເຊື່ອມໂຍງເສດຖະກິດສາກົນໃນໄລຍະຈະມາເຖິງແມ່ນຕ້ອງວາງຄາດໝາຍສູງສຸດແມ່ນຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະກິດ, ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.

ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ ມອບໃບປະກາດສະນີຍະບັດ ໃຫ້ແກ່ນັກຮຽນລາວ ແລະກໍາປູເຈຍ
ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ ສາຍການບິນຫວຽດນາມ ສົ່ງເສີມການຂຸດຄົ້ນບັນດາເສັ້ນທາງໃໝ່ລະຫວ່າງບັນດາທ້ອງຖິ່ນ
ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ
ບັນຍາກາດທີ່ກອງປະຊຸມ.(ພາບ:baoquocte.vn)

ທີ່ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງໃນການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດທີ່ດຳເນີນໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳເນັ້ນໜັກວ່າ: ການເຊື່ອມໂຍງເສດຖະກິດສາກົນໃນໄລຍະຈະມາເຖິງແມ່ນຕ້ອງວາງຄາດໝາຍສູງສຸດແມ່ນຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະ ກິດ, ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ, ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ ແລະ ບັນດາສະຫະສະມາຄົມ, ຂະແໜງສິນຄ້າໃນວິວັດການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ສະເໜີວິທີການຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ, ຂະແໜງສິນຄ້າ, ການໜູນຊ່ວຍວິສາຫະກິດໃນການຈຳກັດການນຳເຂົ້າສິນຄ້າ.

ຕີລາຄາສະພາບແວດລ້ອມສາກົນໃນ 6 ເດືອນທ້າຍປີ ແລະ ໃນໄລຍະຈະມາເຖິງ, ສະພາບການຈະສືບຕໍ່ມີການຜັນແປຢ່າງສັບສົນ, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ຊີ້ນຳສືບຕໍ່ເພີ່ມທະວີ ແລະ ຍົກສູງຄຸນນະພາບການຄົ້ນຄ້ວາ, ຕີລາຄາ ແລະ ຄາດຄະເນບັນດາບັນຫາໃໝ່ ຂອງການເຊື່ອມໂຍງເສດຖະກິດສາກົນ, ໂດຍສະເພາະແມ່ນແນວໂນ້ມການເຊື່ອມໂຍງໃໝ່ ແລະ ສຸມໃສ່ການຮ່ວມມືໃນຂອບເຂດພາກພື້ນ ແລະ ທົ່ວໂລກພາຍຫຼັງເກີດໂລກລະບາດ, ບັນດາບັນຫາຂໍ້ຂັດແຍ່ງທາງການຄ້າ, ປັດໃຈຫຼາຍຝ່າຍ... ສົ່ງຜົນກະທົບຕໍ່ກະແສການຄ້າ ແລະການລົງທືນ.

ດ້ວຍ ສັນຍາ FTA 16 ສະບັບ ເຊິ່ງກໍາລັງໄດ້ຈັດຕັ້ງປະຕິບັດ ແລະ ການເຈລະຈາ, ຫວຽດນາມໄດ້ກາຍເປັນຈຸດສຸມຂອງເຄືອຂ່າຍເຂດການຄ້າເສລີທີ່ກວ້າງໃຫຍ່, ກວມເອົາ 59% ຂອງປະຊາກອນໂລກ ແລະ 68% ການຄ້າທົ່ວໂລກ, ປະກອບສ່ວນການເພີ່ມທະວີຜົນປະໂຫຍດຂອງປະເທດພວກເຮົາກັບບັນດາຄູ່ຮ່ວມມືແຖວ ໜ້າ ຂອງພາກພື້ນ ແລະ ສາກົນ.

ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳ ໄດ້ຊີ້ນຳບັນດາກະຊວງຄື: ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາກະຊວງທີ່ກ່ຽວຂ້ອງໄດ້ສົມທົບກັນປະຕິບັດບັນດາໜ້າທີ່ເຊື່ອມໂຍງອາຊຽນໃນປີເປັນປະທານອາຊຽນ 2020 ໃຫ້ສຳເລັດຜົນ.

ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ ຫວຽດນາມ ພ້ອມແລ້ວທີ່ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ກັບປະເທດ ອັງໂກລາ

ຍສໝ - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດຫວຽດນາມ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Agostinho Andre de Carvalho Fernandes - ເອກອັກຄະລັດຖະທູດປະເທດ ອັງໂກລາ ປະຈຳ ຫວຽດນາມ.

ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ ນຳສົ່ງພົນລະເມືອງ ຫວຽນາມ ຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນວັນທີ 20 ກໍລະກົດນີ້, ອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ, ສາຍການບິນຫວຽດນາມ Vietnam Airlines ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຈັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ.

ການເຊ ອມໂຍງເສດຖະກ ດສາກ ນ ຄາດໝາຍສ ງສ ດແມ ນຮ ບໃຊ ໃຫ ແກ ການຟ ນຟ ເສດຖະກ ດ ຊ ກຍ ການເຕ ບໂຕ ລະດັບການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນປີ 2020 ອາດຈະບັນລຸໄດ້ 3,8%

ຍສໝ - ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກ ທີ່ມີລະດັບການເຕີບໂຕເສດຖະກິດເປັນບວກໃນໄຕມາດ 2 ປີ 2020, ບັນລຸ 0,36%.

ໄຊພອນ

ເຫດການ
302 Found

Found

The document has moved here.