ຫວຽດນາມເປັນປະທານກອງປະຊຸມສົນທະນາ ກ່ຽວກັບການກໍ່ສ້າງກອບການຟື້ນຟູສັງລວມຂອງອາຊຽນ

19:17 | 15/07/2020

ຍສໝ - ໃນວັນທີ 14 ກໍລະກົດປີ 2020, ກອງປະຊຸມລະຫວ່າງຂະແໜງການກ່ຽວກັບການພັດທະນາກອບການຟື້ນຟູສັງລວມຂອງອາຊຽນ ໄດ້ຈັດຂື້ນດ້ວຍຮູບການອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວກຢູ໋ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດປະເທດຫວຽດນາມ, ຫົວໜ້າອົງການ SOM ອາຊຽນ - ຫວຽດນາມ.

ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ ການປະດັບຫຼຽນໄຊ “ເພື່ອຄົນຮຸ່ນໜຸ່ມ” ໃຫ້ແກ່ທ່ານຮອງເອກອັກຄະລັດຖະທູດກູບາ ປະຈຳ ຫວຽດນາມ
ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ

ເຂົ້າຮ່ວມກອງປະຊຸມມີເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ 3 ຄົນ ເຊິ່ງພວມຮັບຜິດຊອບຂົງເຂດ ປະຊາຄົມການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະ ທຳ - ສັງຄົມອາຊຽນ.

ທີ່ກອງປະຊຸມ, ບັນດາປະເທດລ້ວນແຕ່ ໄດ້ຕີລາຄາສູງຄວາມພະຍາຍາມຂອງປະທານອາຊຽນ ໃນການຈັດຕັ້ງບັນດາການເຄື່ອນໄຫວ, ສ້າງກາລະໂອກາດໃຫ້ບັນດາອົງການອາຊຽນ ໄດ້ປະກອບສ່ວນແນວຄວາມຄິດ ເພື່ອພັດທະນາກໍ່ສ້າງເອກະສານກອບການຟື້ນຟູສັງລວມຂອງອາຊຽນ ຕາມທິດທາງຊີ້ນຳຂອງຜູ້ນຳອາຊຽນ ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 (26 ມິຖຸນາ 2020).

ບັນດາປະເທດ ໄດ້ເນັ້ນໜັກເຖິງຄວາມຈຳເປັນເພື່ອຮັບປະກັນການຮ່ວມມື ແລະ ວິທີການສໍາຜັດຮອບດ້ານຂອງພາກພື້ນທັງໝົດ ໃນການຫຼຸດຜ່ອນຜົນກະທົບຈາກພະຍາດ COVID-19.

ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ
ທ່ານ ຫງວຽນກວກຢູ໋ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດປະເທດຫວຽດນາມ. (ພາບ: TTXVN)

ຕາງໜ້າໃຫ້ປະທານອາຊຽນປີ 2020, ທ່ານ ຫງວຽນກວກຢູ໋ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດປະເທດຫວຽດນາມ ໃຫ້ຮູ້ວ່າ, ສະມາຊິກທັງໝົດຂອງປະຊາຄົມອາຊຽນລ້ວນແຕ່ ໄດ້ຮັບຜົນກະທົບຈາກການລະບາດ. ສະນັ້ນ, ທ່ານຮອງລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ສ້າງແຜນການຟື້ນຟູທີ່ຈຳເປັນເພື່ອຮັບປະກັນຄວາມຖືກຕ້ອງ.

ທ່ານ ຫງວຽນກວກຢູ໋ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດປະເທດຫວຽດນາມ ໄດ້ຮຽກຮ້ອງບັນດາຄວາມມານະພະຍາຍາມທີ່ດີທີ່ສຸດ ເພື່ອຊ່ວຍເຫຼືອປະຊາຊົນແກ້ໄຂຄວາມຫຍຸ້ງຍາກ ແລະ ຖືກຮັບຜົນສະທ້ອນຈາກການລະບາດຂອງພະຍາດ COVID-19 ຕາມຈິດໃຈ “ປະຊາຊົນເປັນໃຈກາງຂອງປະຊາຄົມ. ພ້ອມກັນນີ້, ກໍ່ມີນະໂຍບາຍຊ່ວຍເຫລືອສັງຄົມສຳລັບຜູ້ທີ່ຫວ່າງງານ ແລະ ຜູ້ເຖົ້າ, ຮັບປະກັນໃຫ້ເດັກນ້ອຍໄດ້ສໍາຜັດເຂົ້າການສຶກສາຮ່ຳຮຽນ; ປົກປ້ອງແຮງງານອົບພະຍົບ.

ສຳລັບບັນດາວິສາຫະກິດ, ທ່ານຮອງລັດຖະມົນຕີ ຫງວຽນກວກຢູ໋ງ ໄດ້ສະເໜີຕ້ອງການຮັບຟັງຄວາມປາດຖະໜາຂອງປະຊາຄົມວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ, ຂະໜາດກາງທີ່ດຳເນີນທຸລະກິດຢູ່ບັນດາເຂດຖືກຮັບຜົນສະທ້ອນຢ່າງໜັກຍ້ອນ COVID-19, ເຊັ່ນ: ການທ່ອງທ່ຽວ, ການບິນ, ການບໍລິການ, ການຕັດຫຍິບ ແລະ ຕ່ຳຜ້າ; ສົ່ງເສີມການຄ້າລະຫວ່າງພາກພື້ນ ແລະ ການລົງທຶນພາຍໃນ; ນຳໃຊ້ເຕັກໂນໂລຢີ, ຮັບປະກັນການບຳລຸງຮັກສາຕ່ອງໂສ້ການສະໜອງ…

ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ ຫວຽດນາມ ໄດ້ແບ່ງປັນປະສົບການຂອງອາຊຽນ ກ່ຽວກັບການສະກັດກັ້ນການກໍ່ການຮ້າຍໃນໃນ​ສັບ​ປະ​ດາ​ປ້ອງ​ກັນ​, ຕ້ານການ​ກໍ່​ການ​ຮ້າຍ​ຂອງ ສ​ປ​ຊສະຫະປະຊາຊາດ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ແຮງການໜູນຊ່ວຍດ້ານເຕັກນິກ ແລະ ສ້າງຄວາມສາມາດໃຫ້ແກ່ບັນດາປະເທດໃນການຊອກຄົ້ນ, ສືບສວນ ແລະ ດຳເນີນຄະດີອາດຊະຍາກຳກໍ່ການຮ້າຍ ແລະ ອາດຊະຍາກຳຢ່າງຮ້າຍແຮງອື່ນໆ.

ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອມ​ຕໍ່​ທີ່​ສຳ​ຄັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ

ຍສໝ - ຫວຽດນາມ ແມ່ນ​ຂົວຕໍ່ສຳຄັນລະຫວ່າງ ອາເມລິກາ ກັບ ອາຊຽນ, ເປີດບັນດາຮູບການເຂົ້າຮ່ວມໃນການພັດທະນາ, ບັນດາບັນຫາເສດຖະກິດ ແລະ ສິ່ງແວດລ້ອມໃຫ້ພາກພື້ນ.

ຫວຽດນາມເປ ນປະທານກອງປະຊ ມສ ນທະນາ ກ ຽວກ ບການກ ສ າງກອບການຟ ນຟ ສ ງລວມຂອງອາຊຽນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອິດທິພົນຊື່ສຽງໃນເວທີສາກົນ

ຍສໝ - ທ່ານ ສຈ.ປອ ປະຫວັດສາດວິທະຍາຂອງມະຫາວິທະຍາໄລ Saint Petersburg Vladimir Kolotov ໃຫ້ຂໍ້ສັງເກດວ່າ ໃນຖານະຕໍາແໜ່ງເປັນປະທານອາຊຽນ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນອາຊຽນ ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາພື້ນຖານ ເຊິ່ງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍາລັງປະເຊີນໜ້າໃນປະຈຸບັນ.

ຄຳຮຸ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.