ກອງປະຊຸມລັດຖະມົນຕີປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20

15:32 | 03/10/2018

ໃນວັນທີ 3 ຕຸລາ 2018ມ ທີ່ ໂຮງແຮມ Shangri-La ສິງກະໂປ ໄດ້ຈັດກອງປະຊຸມລັດຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ແລະ ບັນດາກອງປະຊຸມປີ່ນອ້ອມ ພາຍໃຕ້ຫົວຂໍ້ ການເປັນປະທານອາຊຽນຂອງສິງກະໂປ ປີ 2018 "ເຂັ້ມແຂງ ແລະ ທັນສະໄໝ".

ກອງປະຊຸມລັດຖະມົນຕີປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20

ກອງປະຊຸມລັດ ຖະມົນຕີ ສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 .

ທີ່ກອງປະຊຸມຄັ້ັ້ງນີ້ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີອາວຸໂສ ແລະ ບັນດາຜູ້ແທນກ່ຽວຂ້ອງ ຈາກບັນດາປະເທດສະມາຊິກອາຊຽນ, ພ້ອມດ້ວຍ ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ສ່ວນຄະນະຜູ້ແທນຝາຍລາວ ນຳໂດຍ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ເຈົ້າໜ້າທີ່ອາວຸໂສ ວັດທະນະທຳ-ສັງຄົມອາຊຽນລາວ, ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ພາຍໃຕ້ການເປັນປະທານກອງປະຊຸມດັ່ງກ່າວນີ້, ໂດຍທ່ານ Desmond Lee ລັດຖະມົນຕີພັດທະນາສັງຄົມ ແລະ ສະຖານບັນຄອບຄົວປະເທດສິງກະໂປ. ກ່ອນກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 20 ໄດ້ຈັດກອງປະຊຸມວົງແຄບ ຄັ້ງທີ 2 ຂອງ ລັດຖະມົນຕີ ສະພາວັດທະນະທຳສັງຄົມອາຊຽນ ກ່ຽວກັບແຜນແມ່ບົດອາຊຽນ 2025: ການເຊື່ອມສານສິດທິຂອງຄົນພິການ. ແຜນວຽກດັ່ງກ່າວນີ້, ໄດ້ຖືກນຳສະເໜີ ໂດຍເພື່ອຫາລືສະເພາະ ກ່ຽວກັບການສືບຕໍ່ການຮ່ວມມືກັນ ແລະ ຄົ້ນຄວ້າບັນດານະໂຍບາຍຍຸດທະສາດ ແລະ ກິດຈະກຳຈັດຕັ້ງຕົວຈິງຕ່າງໆ ເພື່ອຜັນຂະຫຍາຍໄດ້ເອກະສານດັ່ງກ່າວ ທີ່ຈະຖືກຮັບຮອງໂດຍບັນດາຜູ້ນຳອາຊຽນ ທີ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ໃນເດືອນພະຈິກ, ປະເທດສິງກະໂປ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.