ຫວຽດນາມ ສະໜັບສະໜູນ ປະເທດໂຄລົມເບຍ ໃນການຕິດຕາມກວດກາການປະຕິບັດສັນຍາສັນຕິພາບ

06:35 | 16/07/2020

ຍສໝ - ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ກ່າວຄຳເຫັນວ່າ ສະຫນັບສະຫນູນຄວາມພະຍາຍາມຂອງລັດຖະບານປະເທດ ແລະ ສະພາແຫ່ງຊາດໂຄລົມເບຍ ໃນການສົນທະນາຮ່າງກົດໝາຍ ແລະ ການປະຕິຮູບລັດຖະທຳມະນູນ...

ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ VUFO ຕີລາຄາສູງການປະກອບສ່ວນຂອງບັນດາເພື່ອນມິດ ສ.ເກົາຫຼີ
ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ ຫວຽດນາມ ໄດ້ສະໜັບສະໜູນເຂົ້າສານ ໃຫ້ແກ່ປະຊາຊົນພາກເໜືອຂອງປະເທດລາວ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມໃນວັນທີ 14 ກໍລະກົດນີ້, ເພື່ອປຶກສາຫາລືກ່ຽວກັບສະພາບການ ແລະ ເນື້ອໃນຂອງບົດລາຍງານຂອງເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນສະຫະປະຊາຊາດ ເພື່ອຕິດຕາມການຈັດຕັ້ງປະຕິບັດສັນຍາສັນຕິພາບຢູ່ປະເທດໂຄລົມເບຍ.

ທີ່ກອງປະຊຸມ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮັບຮູ້ຄວາມມານະພະຍາຍາມຂອງຕົນ ແລະ ສະໜັບສະໜູນບັນດາມາດຕະການເພື່ອປ້ອງກັນສະກັດກັ້ນພະຍາດ COVID-19 ແລະ ປະຕິບັດສັນຍາສັນຕິພາບຢູ່ປະເທດໂຄລົມເບຍ.

ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: vietnam+)

ທ່ານ Carlos Ruiz Massieu - ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່, ຫົວໜ້າຄະນະຕິດຕາມກວດກາ ໄດ້ຕີລາຄາສູງຕໍ່ຄວາມພະຍາຍາມຮ່ວມມືຂອງບັນດາຝ່າຍ ສຳຫຼັບການເຊື່ອມໂຍງແຫ່ງຊາດ ພາຍໃຕ້ກົນໄກສາມຝ່າຍໃນຂະບວນການຫັນປ່ຽນ; ສະແດງຄວາມເຊື່ອໝັ້ນວ່າ ການເຈລະຈາທີ່ຢ່າງຕັ້ງໜ້າ ລະຫວ່າງລັດຖະບານ ແລະ ກຳລັງປະກອບອາວຸດຂອງປະເທດໂຄລົມເບຍ (FARC) ຈະບັນລຸໄດ້ຂໍ້ຕົກລົງເພື່ອຊຸກຍູ້ການປະຕິບັດສັນຍາສັນຕິພາບຕື່ມອີກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງລັດຖະບານ ແລະ ສະພາແຫ່ງຊາດໂກລົມເບຍ ໃນການປຶກສາຫາລືບັນດາຮ່າງກົດໝາຍ ແລະ ການປະຕິຮູບລັດຖະທຳມະນູນ; ທ່ານໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງສືບຕໍ່ປະຕິບັດຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບການຢຸດຍິງທົ່ວໂລກ ແລະ ຜັນຂະຫຍາຍບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງສາມັນຊົນຢູ່ບັນດາເຂດຖືກຜົນສະທ້ອນຈາກການປະທະກັນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ.

ທ່ານເອກອັກຄະລັດຖະທູດໄດ້ສະເໜີໃຫ້ບັນດາອົງການຈັດຕັ້ງພາກພື້ນ, ສາກົນ ຕັ້ງໜ້າໜູນຊ່ວຍກົນໄກການເງິນ ແລະ ສະເໜີບັນດາຂໍ້ລິເລີ່ມໃຫ້ເໝາະສົມ ເພື່ອຊ່ວຍໃຫ້ນັກຮົບເກົ່າກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ ບໍລິສັດການບິນຫວຽດນາມ Vietnam Airline ສືບຕໍ່ຂະຫຍາຍເຄືອຂ່າຍການບິນພາຍໃນປະເທດ

ຍສໝ - ບໍລິສັດການບິນຫວຽດນາມໄດ້ເປີດໃຫ້ບໍລິການຈຳນວນທັງໝົດ 22 ເສັ້ນທາງການບິນ, ໂດຍສຸມໃສ່ເຊື່ອມຕໍ່ບັນດາທ້ອງຖິ່ນທີ່ມີສະຖານທີ່ທ່ອງທ່ຽວມີຊື່ສຽງ, ເຮັດໃຫ້ເຄືອຂ່າຍການບິນພາຍໃນປະເທດໄດ້ບັນລຸເຖິງ 61 ເສັ້ນທາງ.

ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ ຊອກຫາທິດທາງພັດທະນາໃຫ້ວິສາຫະກິດຫວຽດນາມ ຢູ່ ລາວ

ຍສໝ - ລາວ ແລະ ຫວຽດນາມ ຈະໃຫ້ການສະໜັບສະໜູນຕໍ່ວິສາຫະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19.

ຫວຽດນາມ ສະໜ ບສະໜ ນ ປະເທດໂຄລ ມເບຍ ໃນການຕ ດຕາມກວດກາການປະຕ ບ ດສ ນຍາສ ນຕ ພາບ ໜັງສືພິມການາດາ: ຄົນເຈັບທີ 91 - ສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ

ຍສໝ - ບົດຂຽນຊີ້ແຈ້ງວ່າສະພາບການ “ເຈັບປ່ວຍໜັກຍາກທີ່ຈະລອດ” ຂອງນັກບິນຄົນອັງກິດ Cameron ແລະ ຄວາມບຸກບືນຂອງບັນດາແພດໝໍຫວຽດນາມ ເພື່ອຊ່ວຍຊູຊີວິດຂອງຄົນເຈັບທີ 91 ນີ້ ເຊິ່ງໄດ້ກາຍເປັນສັນຍາລັກຂອງຜົນສຳເລັດໃນການສະກັດກັ້ນພະຍາດ COVID-19 ຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.