ປີ 2011-2020 ນິວຊີແລນ ຊ່ວຍເຫລືອ ແຂວງຊຽງຂວາງ ຫລາຍກວ່າ 10 ລ້ານໂດລາ

08:39 | 15/11/2018

ໄລຍະປີ 2011-2020 ລັດຖະບານ ນິວຊີ​ແລນ ໄດ້ໃຫ້ທຶນຊ່ວຍເຫລືອ​ແກ່​ແຂວງ​ຊຽງ​ຂວາງ ​ໃນ​ຫລາຍ​ຂົງ​ເຂດ​ວຽກ​ງານ ​ເປັນ​ຕົ້ນ ການສົ່ງເສີມການທ່ອງທ່ຽວ, ການເກັບກູ້ລະເບີດບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງ, ໂຄງການຄວບຄຸມ ພະຍາດ ປາກເປື່ອຍລົງເລັບ ​ແລະ ອື່ນໆ ລວມມູນ​ຄ່າ​ຫລາຍ​ກວ່າ 10 ລ້ານ​ໂດ​ລາ​ສະຫະລັດ.

ປີ 2011-2020 ນິວຊີແລນ ຊ່ວຍເຫລືອ ແຂວງຊຽງຂວາງ ຫລາຍກວ່າ 10 ລ້ານໂດລາ

ທ່ານ ທາຮາ ແມັກຟໍຊັນ ເອກອັກຄະລັດຖະທູດນິວຊີແລນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ.

ຂໍ້​ມູນ​ດັ່ງກ່າວ​ໄດ້​ຮັບ​ການ​ລາຍ​ງານ ​ໃນ​ໂອກາດ​ທີ່ ທ່ານ ທາຮາ ແມັກຟໍຊັນ ເອກອັກຄະລັດຖະທູດນິວຊີແລນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ​ໃນວັນທີ 13 ພະຈິກ 2018 ເພື່ອຕິດຕາມໂຄງການຕ່າງໆຂອງລັດຖະບານນິວຊີແລນ​ ໃຫ້ການຊ່ວຍເຫລືອທີ່ກຳລັງຈັດຕັ້ງປະຕິບັດ ພາຍຫລັງ​ທີ່​ທ່ານ​ໄດ້​ຮັບ​ຕຳ​ແໜ່​ງ​ໃໝ່ ​ແລະ ເພື່ອ​ເປັນ​ການຂະຫຍາຍການຮ່ວມມື, ຊ່ວຍເຫລືອຊຸກຍູ້ການລົງທຶນຈາກຕ່າງປະເທດ ເຂົ້າ ມາລົງທຶນຢູ່ແຂວງຊຽງຂວາງ ໃຫ້ຫລາຍຂຶ້ນ.

​ໂອກາດ​ນີ້, ທ່ານເຈົ້າແຂວງຊຽງຂວາງ ​ກໍ​ໄດ້ສະແດງຄວາມດີໃຈ ແລະ ຂອບໃຈມາຍັງ ລັດຖະບານ ກໍຄື ປະຊາຊົນນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອແຂວງຊຽງຂວາງ ​ໃນ​ຫລາຍ​ຂົງ​ເຂດ, ​ເຊິ່ງແຕ່ລະຂົງເຂດ ​ແມ່ນລ້ວນແຕ່ມີຄວາມ ຈຳເປັນຫລາຍ ​ແລະ ຖືກກັບເປົ້າໝາຍຂອງແຂວງວາງອອກ.

(ແຫຼ່ງ​ຂໍ້​ມູນ​: ບຸນມີ ແສງທຸມມີ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.