ຫວຽດນາມ ມີກາລະໂອກາດເພື່ອນຳໃຊ້ປະໂຫຍດ ຈາກ EVFTA

14:47 | 30/06/2020

ຍສໝ - ປະເທດຫວຽດນາມມີໂອກາດດີທີ່ຈະນຳໃຊ້ປະໂຫຍດຈາກສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ໃນຂະນະທີ່ດຶງດູດການລົງທືນໂດຍກົງຈາກຕ່າງປະເທດຈາກບັນດາວິສາຫະກິດເອີຣົບ - ປະທານສະມາຄົມນັກທຸລະກິດເອີຣົບ ທີ່ປະເທດຫວຽດນາມ (EuroCham), ທ່ານ Nicolas Audier ກ່າວ.    

ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta ສະມາຄົມນັກຮົບເກົ່າສະຫະລັດອາເມລິກາສະເໜີ ໃຫ້ມີການຮ່ວມມື, ຮໍາບາດແຜສົງຄາມ ຢູ່ ແທງຮວາ
ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta ບັດາໝູ່ຄະນະ ແລະ ບຸກຄົນ ຊາວຫວຽດນາມ ໄດ້ຮັບການສັນລະເສີນ ຢູ່ ສາທາລະນະລັດເຊັກ
ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta
ບັນຍາກາດທີ່ກອງປະຊຸມ.(ພາບ:VGP)

ຕອນເຊົ້າວັນທີ 30 ມິຖຸນາ, ກອງປະຊຸມເຈລະຈາກັບບັນດາວິສາຫະກິດເອີຣົບຢູ່ຫວຽດນາມໄດ້ ໄຂຂຶ້ນ ຢູ່ ຫວຽດນາມ. ທ່ານ ມາຍຕຽນຢູ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີ ແລະ ທ່ານ Nicolas Audier, ປະທານສະມາຄົມນັກທຸລະກິດເອີຣົບປະຈຳ ຫວຽດນາມ (EuroCham) ເປັນປະທານຮ່ວມ.

ເຂົ້າຮ່ວມກອງປະຊຸມມີຫຼາຍກະຊວງ, ຂະແໜງການ ແລະ ປະຊາຄົມວິສາຫະກິດ EuroCham, ບັນດາຄະນະການທູດ... ເພື່ອປຶກສາຫາລືແຜນການກ່ຽວກັບການປະຕິຮູບລະບຽບການບໍລິຫານປະກອບສ່ວນຍົກສູງຄວາມສາມາດບົ່ມຊ້ອນຂອງສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີຣົບ (EVFTA), ຄາດວ່າຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ສິງຫາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Nicolas Audier ປະທານ EuroCham ໄດ້ເນັ້ນໜັກເຖິງຄວາມ ສຳຄັນຂອງການປະຕິບັດ EVFTA ຢ່າງສຳເລັດຜົນໃນປີ 2020. ຕາມທ່ານ Audier ແລ້ວ, ເພື່ອໃຫ້ EVFTA ມີຜົນສັກສິດ, ອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ອີຢູ ແລະ ວິສາຫະກິດ ຕ້ອງການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ໃນນັ້ນ, ມີການສ້າງຕັ້ງສະພາວິສາຫະກິດ ຂອງ EVFTA ເພື່ອທົບທວນສິ່ງທ້າທາຍຕ່າງໆໃນຂະບວນການຈັດຕັ້ງປະຕິບັດ ແລະປະສານງານໃນການແກ້ໄຂ. ສິ່ງສໍາຄັນກວ່ານັ້ນແມ່ນຄວາມມານະພະຍາຍາມຂອງຫວຽດນາມເພື່ອປະຕິບັດການປະຕິຮູບດ້ານການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນເປີດກວ້າງ ສຳລັບບັນດາວິສາຫະກິດ.

ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta
ທ່ານ Nicolas Audier ປະທານ EuroCham.(ພາບ:VGP)

ກ່ຽວກັບຝ່າຍຫວຽດນາມ, ທ່ານ ມາຍຕຽນຢູ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າທ່ານນາຍົກລັດຖະມົນຕີໄດ້ຊີ້ນຳການປະຕິບັດຫລາຍວິທີແກ້ໄຂທີ່ໜັກແໜ້ນເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ແລະ ການດຳເນີນທຸລະກິດ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແລະ ຊຸກຍູ້ການປ່ອຍເງິນໃນການລົງທຶນຂອງລັດ, ຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ຮີບຮ້ອນສ້າງກົນໄກນະໂຍບາຍໃຫ້ສົມບູນແບບ ເພື່ອຍາດແຍ່ງໂອກາດຈາກ ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ (EVFTA). ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈຖືກນຳມາປຶກສາຫາລືທີ່ກອງປະຊຸມ “ ນຳໃຊ້ສັນຍາ EVFTA ຢ່າງມີປະສິດທິຜົນ-ກາລະໂອກາດພັດທະນາໃຫ້ແກ່ວິສາຫະກິດຫວຽດນາມພາຍຫຼັງ ໂຄວິດ - 19” ໂດຍກະຊວງອຸດສາຫະກຳການຄ້າ ແລະ ກະຊວງການເງິນສົມທົບກັນຈັດຂຶ້ນຢູ່ຮ່າໂນ້ຍໃນຕອນເຊົ້າວັນທີ 29 ມິຖຸນາຢູ່ຮ່າໂນ້ຍ. ທ່ານ ຝ້າມຕ້ວນແອງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງການເງິນ ໃຫ້ຮູ້ວ່າ : ດຳລັດກ່ຽວກັບສາລະບານພາສີຂາອອກຂາເຂົ້າທີ່ບຸລິມະສິດພິເສດຂອງຫວຽດນາມເພື່ອ ເພື່ອປະຕິບັດສັນຍາ EVFTA ໄລຍະ 2020-2022 ໄດ້ຮັບການຮຽບຮຽງຢ່າງສົມບູນແບບ ເພື່ອຍື່ນສະເໜີຕໍ່ລັດຖະບານອະນຸມັດຜ່ານໂດຍໄວ.

ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ

ຍສໝ - ໃນອາຍຸການຜ່ານມາ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງດົ່ງນາຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີຫວຽດນາມ-ລາວ; ຢ້ຽມຢາມ, ລະດົມກຳລັງໃຈ ແລະມອບຂອງຂວັນ, ທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງດົ່ງນາຍ...

ຫວຽດນາມ ມ ກາລະໂອກາດເພ ອນຳໃຊ ປະໂຫຍດ ຈາກ evfta ລາວ: ຫລາຍຄາດໝາຍຂອງລັດຖະບານມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ

ຜ່ານການຕິດຕາມກວດກາ ຂອງຄະນະປະຈຳສະພາແຫ່ງຊາດ ເຫັນວ່າຍັງມີຫລາຍຄາດໝາຍ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2020 ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເນື່ອງຈາກການຂະຫຍາຍຕົວຂອງບັນດາຂະແໜງການ ໃນໂຄງປະກອບເສດຖະກິດແຫ່ງຊາດ ຫລຸດລົງ ໂດຍສະເພາະຂະແໜງບໍລິການ ທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ລວມທັງພາສີ-ອາກອນ ຊຶ່ງທັງໝົດນັ້ນ ...

ໄຊພອນ

ເຫດການ
302 Found

Found

The document has moved here.