ຫຼວງພະບາງຈັດງານຊ່ວງເຮືອສະຫຼອງປີທ່ອງທ່ຽວລາວ 2018:

11:17 | 10/09/2018

ຍສໝ - ເປັນປະຈຳທຸກປີ ພໍຮອດມື້ແຮມ 15 ຄໍ່າເດືອນ 9 ຊາວນະຄອນຫຼວງພະບາງ ເມືອງມໍລະດົກໂລກ ກໍ່ຈະຈັດການແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ, ເຊີ່ງປີນີ້ກົງກັບວັນອາທິດ ວັນທີ່ 9 ກັນຍາ. ພິເສດປີນີ້ ແມ່ນໄດ້ຈັດຂື້ນເປັນຫນຶ່ງໃນກິດຈະກຳຫຼັກຂອງການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຢູ່ແຂວງຫຼວງພະບາງ.


ຫຼວງພະບາງຈັດງານຊ່ວງເຮືອສະຫຼອງປີທ່ອງທ່ຽວລາວ 2018:

ການແຂ່ງຂັນ ເຮືອຊ່ວງ ປະຈຳປີ 2018 ຢູ່ ຫວຼງພະບາງ.


ງານໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນເຊົ້າ ໂດຍໄດ້ເຕົ້າໂຮມການນໍາພັກ-ລັດ ພ້ອມດ້ວຍພີ່ນ້ອງປະຊາຊົນຊາວພຸດທະສາສະນິກະຊົນ, ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ, ທີ່ໄດ້ພ້ອມກັນໄປໃສ່ບາດຢາດນໍ້າແລະ ປະກອບພິທີທາງສາດສະໜາຢູ່ຕາມວັດວາອາຮາມຕ່າງໆ. ຈາກນັ້ນ ກໍ່ໄດ້ມີການເຕົ້າໂຮມບັນດາເຮືອຊ່ວງຢູ່ເທິງຫນ້າແມ່ນໍ້າຄານ ເພື່ອດຳເນີນການແຂ່ງຂັນຢ່າງເປັນທາງການ.
ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນ ຫຼວງພະບາງ, ຮອງປະທານຈັດງານບຸນ ໄດ້ຂື້ນກ່າວເປີດພິທີຢ່າງເປັນທາງການວ່າ: ບຸນຊ່ວງເຮືອປະເພນີ ຂອງຊາວຫຼວງພະບາງ ເມືອງມໍະດົກໂລກ ເປັນປາງບຸນໜື່ງ ທີ່ໄດ້ປະຕິບັດສືບທອດກັນມາແຕ່ດືກດຳບັນ ແລະ ຍັງຄົງຮັກສາໄດ້ຮີດຄອງປະເພນີ ທີ່ເປັນເອກະລັກອັນດັ່ງເດີມ ເຊິ່ງໃນແຕ່ລະປີ ຄະນະພັກ-ອຳນາດການປົກຄອງເມືອງ ໄດ້ມີການເສີມຂະຫຍາຍໃຫ້ກ້ວາງຂວາງ ໂດຍໄດ້ອານຸຍາດໃຫ້ເຮືອຊ່ວງຈາກທ້ອງຖີ່ນອື່ນ ເຂົ້າຮ່ວມການແຂ່ງຂັນນຳ, ແຕ່ຕ້ອງປະຕິບັດຕາມ ກົດລະບຽບທີ່ຄະນະກຳມະການຈັດການແຂ່ງຂັນໄດ້ວາງໄວ້ ເຊີ່ງໃນແຕ່ລະປີ ເຫັນວ່າ: ບຸນປະເພນີດັ່ງກ່າວໄດ້ສ້າງຄວາມສົນໃຈໃຫ້ແກ່ແຂກທັງພາຍໃນ ແລະຕ່າງປະເທດ ໄດ້ເປັນຢ່າງດີ ເຮັດໃຫ້ແຂກຄົນເຂົ້າມາທ່ອງທ່ຽວຫຼວງພະບາງນັບມື້ນັບຫຼາຍຂື້ນ.


ຫຼວງພະບາງຈັດງານຊ່ວງເຮືອສະຫຼອງປີທ່ອງທ່ຽວລາວ 2018:

ການແຂ່ງຂັນ ເຮືອຊ່ວງ ປະຈຳປີ 2018 ຢູ່ ຫວຼງພະບາງ.


ການແຂ່ງຂັນຊ່ວງເຮືອໃນປີນີ້ ມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 29 ລໍາ ເຊິ່ງມາຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ແລະ ຕາງໜ້າຈາກເມືອງອ້ອມຂ້າງ. ພິເສດ, ແມ່ນມີເຮືອຊ່ວງຈາກນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ ເຂົ້າຮ່ວມນໍາ, ໂດຍຮູບແບບແຂ່ງຂັນໃນ ແມ່ນ: ເສຍສອງຄັ້ງແລ້ວຂັດອອກຈັດອັນດັບທີ່; ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດໄດ້.
ໃຫ້ກຽດເຂົ້າຊົມການແຂ່ງຂັນຊ່ວງເຮືອ ໃນປີນີ້ ມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ, ພ້ອມດ້ວຍການນຳຂອງສູນກາງ, ການນຳຂອງແຂວງ ແລະ ເມືອງອ້ອມຂ້າງ, ຕະຫຼອດຮອດແຂກທັງພາຍໃນ ແລະ ຕ່າງປະເທດ, ລວມທັງມວນຊົນ ທີ່ມາຮ່ວມຊົນ ຮ່ວມເຊຍຢ່າງຟົດຟື້ນ ລຽບຕາມແຄມສອງຝັ່ງແມ່ນໍ້າຄານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.