![]() |
ບຸນຊ່ວງເຮືອ ແຂວງ ສາລະວັນ ປີ 2018.
ໃຫ້ກຽດເຂົ້າຮ່ວມມີ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ, ທ່ານ ທຶງ ຈອມມະນີ ເຈົ້າເມືອງສາລະວັນ, ມີບັນດາການນຳຂັ້ນແຂວງ, ເມືອງ, ຕ່າງເມືອງ, ແຂກຖືກເຊີນຈາກ ສສ ຫວຽດນາມ ແລະ ມວນຊົນ ເຂົ້າຮ່ວມ. ໂດຍມີເຮືອເຂົ້າແຂ່ງຂັນທັງໝົດ 57 ຄະນະ, ໃນນັ້ນເມືອງສາລະວັນ 39 ຄະນະ, ຕ່າງເມືອງພາຍໃນແຂວງ 8 ຄະນະ, ພະແນກການຂອງແຂວງ 7 ຄະນະ ແລະ ຕ່າງແຂວງ ມີ 3 ຄະນະ, ລວມມີ 4 ລຸ້ນຄື: ມີ 35 ສີພາຍ, 29 ສີພາຍ, 12 ສີພາຍ ແລະ ສີພາຍຍິງອີກ.
ພິທີສະເຫລີມສະຫລອງ ດັ່ງກ່າວ, ໄດ້ເລີ່ມແຕ່ວັນທີ 21-25 ກັນຍາ 2018 ຜ່ານມາ ໄດ້ມີຂະບວນແຫ່ກ້ອນກຳລັງຕ່າງໆ ເປັນຕົ້ນ ກ້ອນກຳລັງຊາວໜຸ່ມ, ເຍົາວະຊົນ, ກ້ອນກຳລັງຟ້ອນລຳສາລະວັນ, ກ້ອນກຳລັງມວນຊົນ 14 ບ້ານ ແລະ ກ້ອນກຳລັງສີພາຍເຮືອຊ່ວງ ນອກນັ້ນ, ຍັງມີການວາງສະແດງ ຜະລິດຕະພັນສິນຄ້າໂອດັອບ, ຜະລິດຕະພັນກະສິກຳ-ຫັດຖະກຳ, ຈຳໜ່າຍແລກປ່ຽນຊື້-ຂາຍສິນຄ້າ ຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ມີຮ້ານທັງໝົດ 200 ກວ່າ ຮ້ານ. ນອກນັ້ນ, ຍັງມີກິດຈະກຳປະກວດ ໝໍລຳສາລະວັນ, ສະແດງສິນລະປະວັນນະຄະດີ ແລະ ອື່ນໆ.
![]() |
ບັນດາ ເຮືອທີ່ເຂົ້າຮ່ວມການແຂ່ງຂັນ ໃນງານແຂ່ງເຮືອປະເພນີ ແຂວງ ສາລະວັນ 2018.
ສຳລັບ ວຽກງານການທ່ອງທ່ຽວເມືອງສາລະວັນ ໃນໄລຍະຜ່ານມາ ມີການເຕີຍໃຫຍ່ຂະຫຍາບຕົວຢ່າງຕໍ່ເນື່ອງ ແລະ ໄດ້ຖືເອົາການທ່ອງທ່ຽວ ເປັນວຽກງານບຸລິມະສິດໜຶ່ງ ທີ່ສ້າງເງື່ອນໄຂສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ໃນຂົງເຂດ ບໍລິການ, ການຜະລິດ ໂດຍຖືເອົາການສົ່ງອອກກັບທີ່ ແລະ ກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ, ສູ່ບ້ານ ແລະ ຄອບຄົວ. ນອກນັ້ນ, ເມືອງສາລະວັນ ມີທ່າແຮງດ້ານການທ່ອງທ່ຽວທີ່ໂດດເດັ່ນຫລາຍແຫ່ງ ເປັນຕົ້ນ ຕາດເລາະ-ຕາດຮັງ, ອຸທະຍານພູ ຜາສຸດ, ຫໍໄຕປີດົກ ແລະ ແຫລ່ງທ່ອງທ່ຽວອື່ນໆ ອີກຫລາຍແຫ່ງ ທີ່ສ້າງລາຍຮັບ ໄດ້ຢ່າງຄົງທີ່ ແລະ ຕໍ່ເນື່ອງ.
(ແຫຼ່ງຂໍ້ມູນ: ຂປລ)