ຊອກ​ຫາ​ຮູບ​ແບບ​ບ່ອນ​ລໍ​ຖ້າ​ລົດ​ເມ​ມີ​ຄວາມ​ປອດ​ໄພ ແລະ ອັດ​ສະ​ລິຍ​ະ​ທີ່​ສຸດ

11:27 | 25/06/2020

ຍ​ສ​ໝ - ວັນ​ທີ 25 ມິ​ຖຸ​ນາ, ອົງ​ການ​ຈັດ​ຕັ້ງ Plan International ຫວຽດ​ນາມ ໄດ້​ສົ​ມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ປຸກ​ລະ​ດົມ ການ​ສອບ​ເສງ “ອອກ​ແບບ​ຮູບ​ແບບ​ບ່ອນ​ລໍ​ຖ້າ​ລົດ​ເມ ມີ​ຄວາມ​ປອດ​ໄພ - ອັດ​ສະ​ລິ​ຍະ - ເປັນ​ມິດ”. ການ​ສ່ອງ​ເສງ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ, ຂໍ້​ລິ​ເລີ່ມ​ໃນ​ການ​ອອກ​ແບບ, ສ້າງ​ບ່ອນ​ລໍ​ຖ​້າ​ລົດ​ເມ​ອັດ​ສະ​ລິ​ຍະ, ມ​ີ​ຄວາມ​ປອດ​ໄພ ແລະ ເປັນ​ມິດ​ກັບ​ຜູ້​ໂດຍ​ສານ ເມື່ອ​ນຳ​ໃຊ້​ພາ​ຫະ​ນະ​ຂົ​ນ​ສົ່ງ ຜູ້​ໂດຍ​ສານ​ສາ​ທາ​ລະ​ນະ, ພິ​ເສດ​ແມ່ນ ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາໝູ່, ແມ່​ຍິງ ແລະ ເດັກ​ນ້ອຍ.

ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ ຫວຽດ​ນາມ​ເປັນ​ປະ​ທານກອງ​ປະ​ຊຸມເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​​ກ່ຽວ​ກັບ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ​ຄັ້ງ​ທີ 28
ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກັບ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid-19
ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ
ອົງ​ການ​ຈັດ​ຕັ້ງ Plan International ຫວຽດ​ນາມ ໄດ້​ສົ​ມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ປຸກ​ລະ​ດົມ ການ​ສອບ​ເສງ “ອອກ​ແບບ​ຮູບ​ແບບ​ບ່ອນ​ລໍ​ຖ້າ​ລົດ​ເມ ມີ​ຄວາມ​ປອດ​ໄພ - ອັດ​ສະ​ລິ​ຍະ - ເປັນ​ມິດ”.

ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ສອບ​ເສງນີ້​ໄດ້​ເລີ່ມ​ຕົ້ນ​ແຕ່​ໝາກ​ຜົນ​ຂອງ​ການ​ສຳຫຼວດ ທີ່​ໄດ້​ປະ​ຕິ​ບັດ​ຢູ່​ສະ​ຖານ​ທີ່ຈອດ​, ບ່ອນ​ລໍ​ຖ້າ​ລົດ​ເມ​ໃນ​ບໍ​ລິ​ເວນ​ນະ​ຄອນ ຮ່າ​ໂນ້ຍ, ຜ່ານ​ນັ້ນສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ພາບ​ຂອງ ສະ​ຖານ​ທີ່​ຈ​ອດ, ບ່ອນ​ລໍ​ຖ້າ​ລົດ​ເມ​ຢູ່​ນະ​ຄອນ​ຮ່າ​ໂນ້ຍ​ບັນ​ລຸ​ໄດ້​ພຽງ​ແຕ່​ລະ​ດັບ​ກາງ (67.2/100 ຄະ​ແນນ). ມີ​ສະ​ຖານ​ທີ່​ຫຼາຍ​ແຫ່ງ​ຖືກຕົກ​ຕ່ຳ, ເປ່​ເພ, ບໍ​ລິ​ເວນ​ຢືນ​ລໍ​ຖ້າ​ລົດ​ເມ​ຂອງ​ຜູ້​ໂດຍ​ສານ​ຖືກບຽດ​ຢຶດ​ຕະຫຼອດ ສ້າງ​ຄວາມ​ບໍ່​ສະ​ບາຍ ແລະ ເສຍ​ຄວາມ​ປອດ​ໄພ. ມີ​​ສະ​ຖານ​ທີ່​ຈອດ, ບ່ອນ​ລໍ​ຖ້າ​ລົດ​ເມຫຼ​າຍ​ແຫ່ງ​ຢູ່​ບ່ອນ​ທີ່​ມີ​ຄົນ​ເດີນ​ທາງ​ໄປ​ມາ​ໜ້ອຍ, ຂາດ​ແສງ​ໄຟສ່ອງ​ແສງ, ຈຳ​ກັດ​ວິ​ໄສ​ທັດ​ຂອງ​ຜູ້​ໂດຍ​ສານ ໃນ​ຍາມ​ຕອນ​ຄ່ຳ…

ການ​ສອບ​ເສງ “ອອກ​ແບບ​ຮູບ​ແບບ​ບ່ອນ​ລໍ​ຖ້າ​ລົດ​ເມ​ທີ່​ມີ​ຄວາ​ມ​ປອດ​ໄພ - ອັດ​ສະ​ລິ​ຍະ - ເປັນ​ມິດ” ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ນັກ​ສຶກ​ສາ ຍົກ​ອອກ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນ​ຫາ​ຂາດ​ຄວາມ​ປອດ​ໄພ ເມື່ອ​ນຳ​ໃຊ້​ພາ​ຫະ​ນະ​ຂົນ​ສົ່ງ ສາ​ທາ​ລະ​ນະ. ການ​ສ່ອງ​ເສງ​ຍັງ​ປະ​ກອບ​ສ່ວນ​ປ່ຽນ​ແປງແນ​ວ​ຄິດ​ຕາຍ​ຕົວກ່ຽວ​ກັບ​ເລື່ອງ ໄວ​ໜຸ່ມ​ບໍ່​ມີ​ຄວາມ​ສົນ​ໃຈ ແລະ ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ສ້າງ​ສາ ແລະ ບໍ​ລິ​ຫານ​ນະ​ຄອນ. ບັນ​ດາ​ວິ​ທິ​ການ​ແກ້​ໄຂ​ໄດ້​ຍົກ​ອອກ​ມາ​ໃນ​ການ​ສອບ​ເສງ​ຈະ​ປະ​ກອບ​ສ່ວນ​ຍົກ​ສ​ູງ​ຄຸ​ນ​ນະ​ພາບ​ການບ​ໍ​ລິ​ຫານ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ທາ​ລ​ະ​ນະ ຈາກ​ນັ້ນ​ສົ່ງ​ເສີມ​ປະ​ຊາ​ຊົນ​ນຳ​ໃຊ້​ລົດ​ເມ​ແທນ​ທີ່​ນຳ​ໃຊ້​ພາ​ຫະ​ນະ​ສ່ວນ​ຕົວ.

ບັນ​ດາ​ກຸ່ມ​ເຂົ້າ​ຮ່ວມ​ ​ຈະ​ສົ່ງ​ບົດ​ເຂົ້າ​ຮ່ວມ​ການ​ແຂ່ງຂັນທາງ​ອອນ​ລາຍ​ໄປ​ຍັງ ​ຄະ​ນະ​ຈັດ​ຕັ້ງ​ການ​ສອບ​ເສັງຕາມ Email: [email protected] ກ່ອນ​ວັນ​ທີ 10 ກ​ໍ​ລະ​ກົດ​ປີ 2020. ຫຼັງ​ຈາກ​ນັ້ນ, ກ​ານ​ສອບ​ເສງ​ຈະ​ໄດ້​ຈັດ​ຕັ້ງ​ເປັນ 2 ຮອບ: ຮອບ​ຄັດ​ເລືອກ​ເບື້ອງ​ຕົ້ນຈະ​ດຳ​ເນີນ​ໃນ​ວັນ​ທີ 16 ກ​ໍ​ລະ​ກົດ ປີ 2020 ໂດຍ​ຈະ​​ເລືອກເອົາ 2 ກຸ່ມ​ເຂົ້າ​ຮ່ວມ​ການ​ເສັງ​ທີ່​ດີ​ເດັ່ນ ໄດ້​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ, ຮອບ​ຊີງ​ຊະ​ນະ​ເລີດ​ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 25 ສິງ​ຫາ 2020 ເພື່ອ​ເລືອກ​ເອົາ​ກຸ່ມ​ທີ່​ມີ​ແຜນ​ການອອກ​ແບບ​ທີ່​ດີ​ເດັ່ນ​ທີ່​ສຸດ.

ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ນອນ​ໃນ​ຂອບ​ເຂດ​ໂຄງ​ການ “ນະ​ຄອນ​ມີ​ຄວາມ​ປອດ​ໄພ ແລະ ເປັນ​ມິດ​ກັບ​ເດັນ​ນ້ອຍ​ຍິງ” ໂດຍ​ອົງ​ການ​ຈັດ​ຕັ້ງ Plan International ສົມ​ທົບ​ກັບ​ກົມ​ສະ​ເໝ​ີ​ພາບ​ລະ​ຫວ່າງ ຍິງ - ຊາຍ - ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຫວຽດ​ນາມ, ມະ​ຫາ​ວິ​ທະ​ຍາ​ໄລ ຄົມ​ມະ​ນາ​ຄົມ​ ແລະ ຂົນ​ສົ່ງ, ສູນ​ຄຸ້ມ​ຄອງ ແລະ ບໍ​ລິ​ຫານຄົມ​ມະ​ນາ​ຄົມ ຕົວ​ເມືອງ​ຮ່າ​ໂນ້ຍ, ສະ​ຫະ​ພັນ​ແມ່​ຍິງ​ນະ​ຄອນ​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເມືອງ ດົງ​ແອັງ, ສະ​ຖາ​ບັນ​ພັດ​ທະ​ນາ ສຸ​ຂະ​ພາບ ປະ​ຊາ​ຄົມ​ແສງ​ໄຟ (LIGHT) ພວມ​ປະ​ຕິ​ບັດ ຢູ່​ຮ່າ​ໂນ້ຍ​ນັບ​ແຕ່​ປີ 2014 ແລະ ຢູ່​ລະ​ດັບ​ຊາດ ເລີ່ມ​ແຕ່​ປີ 2017 ດ້​ວຍ​ເປົ້​າ​ໝາຍ​ກໍ່​ສ້າງ​ບັນ​ດາ​ນະ​ຄອນ ທີ່​ມີ​ຄວາມ​ປອດ​ໄພ, ເປັນ​ມິດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເດັກ​ນ້ອຍ​ ແລະ ໄວ​ໜຸ່ມ​ຍິງ.

ທ່ານຮອງ​ສາດ​ສະ​ດາ​ຈານ ປອ ຫງວຽນ​ແທັງ​ເຈືອງ - ​ເລ​ຂາ​ຄະ​ນະ​ພັກ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ຮຽ​ນ​ແບ່ງ​ປັນ​ວ່າ: “ຄະ​ນະ​ຈັດ​ຕັ້ງ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ນັກ​ສຶກ​ສາ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫຍ່ ກ່ຽວ​ກັບ​ທາງ​ດ້ານ​ເຕັກ​ນິກໃນ​ບໍ​ລິ​ເວນ​ຮ່າ​ໂນ້ຍ, ນັກ​ສຶ​ກ​ສາ​ຕ່າງ​ປະ​ເທດ​ຮ່ຳ​ຮຽ​ນ​ຢູ່ ຫວຽດ​ນາມ, ນັກ​ສຶກ​ສາ​ຫວຽດ​ນາມຮ່ຳ​ຮຽນ​ຢູ່​ຕ່າງ​ປະ​ເທດ ກ​ໍ່​ສາ​ມາດ​ເຂົ້າ​ຮ່ວມ​ກັບ​ພວກ​ຂ້າ​ພະ​ເຈົ້າ​ໃນ​ການ​ເຄື່ອນ​ໄຫວນີ້. ຫວັງ​ວ່າ, ຈະ​ມີ​ຂໍ້​ລິ​ເລີ່ມ, ປະ​ດິດ​ສ້າງຫຼາຍ​ຂ​ໍ້​ຂອງ​ນັກ​ສຶກ​ສາ​ຈາ​ການ​ສອບ​ເສງນີ້​ຈະ​ໄດ້​ນຳ​ໃຊ​້​ເຂົ້າ​ພຶດ​ຕິ​ກຳ​ຕົວ​ຈິງ​ເພື່ອ​ປະ​ຊາ​ຊົນ​ອາດ​ຈະ​ຊົ​ມ​ໃຊ້​ບ່ອນ​ອັດ​ສະ​ລິ​ຍະ, ທີ່​ເປັນ​ມິດ, ຄວາມ​ປອດ​ໄພ​ໃນ​ໄລ​ຍະ​ຈະ​ມາ​ເຖິງ”.

ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ
ທ່ານຮອງ​ສາດ​ສະ​ດາ​ຈານ ປອ ຫງວຽນ​ແທັງ​ເຈືອງ.

ໂຄງ​ການ​ນະ​ຄອນ ທີ່​ມີ​ຄວາມ​ປອດ​ໄພ ແລະ ເປັນ​ມິດ​ກັບ​ເດັກ​ນ້ອຍ​ຍິງ ໄດ້​ເລີ່ມ​ປະ​ຕິ​ບັດ​ຢູ່​ຮ່າ​ໂນ້ຍ​ເລີ່ມ​ແຕ່​ປີ 2014 ດ້ວຍ​ເປົ້າ​ໝາຍ​ສ້າງ​ນະ​ຄອນ​ທີ່​ມີ​ຄວາມ​ປອດ​ໄພ, ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເປັນ​ມິດ​ກັບ​ບັນ​ດາ​ເດັກ​ນ້ອຍ​ຍິງ​ທັງ​ໝົດ. ຜ່ານ 6 ປີ​ປະ​ຕິ​ບັດ, ໂຄງ​ການ​ໄດ້​ສຳ​ຜັດ​ກັບ​ນ້ອງນ້ອຍ​ຊາຍ 325.000 ຄົນ, ນ້ອງ​ນ້ອຍ​ຍິງ​ 325.000 ຄົນ ແລະ ພະ​ນັກ​ງານ​ຂະ​ແໜງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ທາ​ລະ​ນະ​ 8000 ຄົນ ແລະ ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ​ແຫ່ງລັດ 1000 ຄົນ. ໂຄງການ​ໄດ້​​ທົດ​ລອງປະ​ຕິ​ບັດ ຢູ່ບັນ​ດາ​ເມືອງໃຫ້ສຳ​ເລັດຜົ​ນ ​ ດ້ວຍລະ​ບົດ​ລົດ​ເມ​ຢູ່​ນະ​ຄອນ​ຮ່າ​ໂນ້ຍ. ຜົນ​ສຳ​ເລັດ​ຂອງ​ໂຄງ​ການ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ໄດ້​ຮັບ​ຮອງ​ຈາ​ກ​ລັດ​ຖະ​ບານ ແລະ ນຳ​ເຂົ້າ​ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ ແລະ ຮັບ​ມືກັບ​ຄວາມ​ຮຸນ​ແຮງ​ບົນ​ພື້ນ​ຖານ​ຍິງ - ຊາຍ​ໄລ​ຍະ 2016 – 2021.

ດ້ວຍປະ​ສົບ​ການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 80 ປີ​ ຢູ່ 75 ປະ​ເທດ, ອົງ​ການ Plan International ແມ່ນ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ ສິດ​ທິ​ເດັກ​ນ້ອຍ​ຍິງ. ຢູ່​ຫວຽດ​ນາມ, ອົງ​ການ Plan International ໄດ້​ເລີ່ມ​ເຄື່ອນ​ໄຫວ​ແຕ່​ປີ 1993. ໃນ​ປີ 2017, ອົງ​ການ Plan International ຫວຽດ​ນາມ ໄດ້ ແລະ ກ​ຳ​ລັງ​ປົບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ ເດັກ​ນ້ອຍ​ກ່​ວາ 350.000 ຄົ​ນ, ບັນ​ດາ​ຄອບ​ຄົວ ແລະ ປະ​ຊາ​ຄົມ​ມາ​ຈາກ ຕາ​ແສງ 131 ແຫ່ງ ​ທີ່​ຂຶ້ນ​ກັບ ນະ​ຄອນ, ແຂວງ 10 ແຫ່ງ​ໃນ​ທົ່ວ​ປະ​ເທດ. ອົງ​ການ Plan International ຫວຽດ​ນາມ​ຕັ້ງ​ເປົ້າ​ໝາຍ​ຊ່ວຍ​ເຫຼືອ​ເດັກ​ນ້ອຍ, ເຍົາ​ວະ​ຊົນ, ອະ​ນຸ​ຊົນ ພິ​ເສດ​ແມ່ນ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ ແລະ ບັນ​ດາ​ນ້ອງ​ນ້ອຍ, ໄດ້​ກຳ​ເນີດ ແບະ ເຕີບ​ໃຫຍ່​ໃນ​ສັງ​ຄົມ​ທີ່​ມີ​ຄວາມ​ປອດ​ໄພ ແລະ ເຄົາ​ລົບ​ສິ​ດ​ທິ​ເດັກ​ນ້ອຍ. ມາ​ຮອດ​ປີ 2021, ອົງ​ການ Plan International ຫວຽດ​ນາມ ຈະ​ກະ​ທຳ​ເພື່ອ​ໃຫ້​ນ້ອງ​ນ້ອຍ​ຍິງ 2 ລ້ານ​ຄົນ ມາ​ຈາກ​ປະ​ຊາ​ຄົມ​ຢູ່​ຫວຽດ​ນາມ 1.875 ແຫ່ງ ໄດ້​ຮັບ​ການ​ຮ່ຳ​ຮຽນ, ຊີ້​ນຳ, ຕັດ​ສິນ​ໃຈ ແລະ ພັດ​ທະ​ນາ.

ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ​ພາຍ​ຫຼັງ ສ້​າງຕັ້ງ ແລະ ພັດ​ທະ​ນາ ມາ​ເປັນ​ເວ​ລາ​ກ່​ວາ 75 ປີ ມີ​ຄວາມ​ພາກ​ພູ​ມ​ໃຈ​ທີ່​ໄດ້​ເປັນ​ຫົວ​ໜ່ວຍ​ນຳ​ໜ້າ​ໃນ​ບັນ​ດາ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ​ໃນ​ທົ່ວ​ປະ​ເທດ. ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ ສາ​ທາ​ລະ​ນະ ໃນ​ສະ​ພາບ​ການ​ປັດ​ຈຸ​ບັດ​ໄດ້​ຖື​ວ່າ ທ່າ​ອ່ຽງ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ບັນ​ດາ​ຕົວ​ເມືອງ​ໃໝ່​ຄື​ຮ່າ​ໂນ້ຍ. ດັ່ງ​ນັ້ນ, ການ​ຄົ້ນ​ຄ້​ວາ, ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ທາ​ລະ​ນະ​ແບບ​ຍືນ​ຍົງ​ຍັ​ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍກໍ່​ຕາມ ແຕ່​ດ້ວຍ​ບົດ​ຮຽ​ນ, ປະ​ສົບ​ການ​ຂອງ​ຕົນ ມະ​ຫາ​ວິ​ທະ​ຍາ​ໄລ ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້ ແລະ ກຳ​ລັງ​ຄົ້ນ​ຄ້​ວາ, ກ​ໍ່​ສ້າງ​ມຸ່ງ​ໄປ​ສູ່​ລະ​ບົບ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສາ​ທາ​ລະ​ນະ​ທີ່​ມີ​ຄວາມ​ປອດ​ໄພ, ອັດ​ສະ​ລິ​ຍະ, ເປັນ​ມິດ ແລະ ຍືນ​ຍົງ​ເທື່ອ​ລະ​ກ້​າວ.

ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.

ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ ປະເທດລາວ ໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດລະດັບສູງ ເພື່ອການຮ່ວມມືສາກົນ.

ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.

ຊອກ ຫາ ຮ ບ ແບບ ບ ອນ ລ ຖ າ ລ ດ ເມ ມ ຄວາມ ປອດ ໄພ ແລະ ອ ດ ສະ ລ ຍ ະ ທ ສ ດ ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.