ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ

13:37 | 08/08/2018

ວັນທີ 6-10 ສິງຫາ 2018 ທີ່ສະຖາບັນແມ່ນໍ້າຂອງ, ມະຫາວິທະຍາໄລຂອນແກ່ນຂອງໄທ ໄດ້ຈັດການຝຶກອົບຮົມ ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ.

ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ

ຜູ້ແທນທີ່ເຂົ້າຮ່ວມການຝືກອົບຮົມຈາກ 4 ປະເທດ.

ສື່ມວນຊົນທີ່ມາຈາກຂະແໜງການຕ່າງຯ ຈາກ 4 ປະເທດອະນຸພາກພື້ນແມ່ນ້ຳຂອງ ຄື: ກຳ ປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ປະເທດລະ 7 ຄົນ, ລວມທັງໝົດ 28 ຄົນ ໄດ້ຮັບການຍົກລະດັບກ່ຽວກັບການສື່ສານເພື່ອຄວາມເປັນໄພຂອງອາຫານໃນລະຫວ່າງ ວັນທີ 6-10 ສິງຫາ 2018 ທີ່ສະຖາບັນແມ່ນໍ້າຂອງ, ມະຫາວິທະຍາໄລຂອນແກ່ນຂອງໄທ ເພື່ອແນໃສ່ເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ສື່ມວນຊົນໃນເຂດພູມີພາກນີ້ກ່ຽວກັບການສື່ສານທີ່ດີຂຶ້ນກ່ວາເກົ່າ ເພື່ອເຮັດໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບຄວາມປອດໄພຂອງອາຫານນັບມື້ຫລາຍຂຶ້ນ ແລະ ປະກອບສ່ວນສຳຄັນເຮັດໃຫ້ການແກ້ໄຂບັນຫາຄວາມປອດໄພຂອງອາຫານໃນປະເທດຂອງຕົນໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ.

ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ

ການຮ່ວມແລກປ່ຽນໃນການຝຶກອົບຮົມ.

ການເຝິກອົບຮົບຄັ້ງນີ້ ມີຊ່ຽວຊານຈາກຂະແໜງການກ່ຽວຂ້ອງທັງໃນສະຖາບັນແມ່ນ້ຳຂອງໃນປະເທດໄທ ແລະ ຕ່າງປະເທດມານຳສະເໜີ ແລະ ອະທິບາຍຫລາຍຫົວຂໍ້ສຳຄັນ ເປັນຕົ້ນ: ການບັນ ຍາຍກ່ຽວກັບຄວາມປອດໄພຂອງອາຫານ, ຜູ້ມີສ່ວນໄດ້ສ່ວນເສຍກ່ຽວກັບຄວາມປອດໄພຂອງອາ ຫານ, ການວິເຄາະຄວາມຕ້ອງການຂໍ້ມູນ ແລະ ການສື່ສານທີ່ມີຄວາມສ່ຽງກ່ຽວກັບຄວາມປອດໄພຂອງອາຫານ ເພື່ອເຮັດໃຫ້ຂະແໜງການກ່ຽວຂ້ອງມີການວາງກົນລະຍຸດ ຫລື ການວາງແຜນທີ່ດີໃນການແກ້ໄຂບັນຫາຄວາມປອດໄພຂອງອາຫານ, ລວມເຖີງການນຳສະເໜີຄວາມຄິດໃໝ່ໃນການເພີ່ມຄວາມເອົາໃຈໃສ່ກ່ຽວກັບຄວາມປອດໄພໃຫ້ສາທາລະນະໃນປະເທດລຸ່ມອະນຸພາກພື້ນແມ່ນ້ຳຂອງໃຫ້ດີຂຶ້ນກ່ວາເກົ່າ.

ຍົກລະດັບຄວາມຮູ້ກ່ຽວກັບການສື່ສານເພື່ອຄວາມປອດໄພຂອງອາຫານໃຫ້ສື່ມວນຊົນຈາກປະເທດ ລຸ່ມອະນຸພາກພື້ນແມ່ນ້ຳຂອງ

ບັນຍາກາດການຝຶກອົບຮົມ.

ສຳລັບການເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກປະເທດ New Zealand.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.