ໄຕມາດທຳອິດປີ 2018 ນັກທ່ອງທ່ຽວເຂົ້າລາວ ເພີ່ມຂຶ້ນ 2,11%

09:33 | 08/06/2018

ໃນ​​ໄຕ​ມາດ​ທຳ​ອິດ ຂອງ​ປີ 2018 ​ເຫັນ​ວ່າ​ມີນັກທ່ອງທ່ຽວ ​ເຂົ້າ​ມາ​ທ່ຽວຢູ່ ສປປ ລາວ ຈຳນວນ 1.067 ຄົນ, ທຽບ​ໃສ່​ໄລຍະ​ດຽວກັນ ​ໃນ​ປີຜ່ານມາ ​ເພີ່ມ​ຂຶ້ນ 2,11%.

ໄຕມາດທຳອິດປີ 2018 ນັກທ່ອງທ່ຽວເຂົ້າລາວ ເພີ່ມຂຶ້ນ 2,11%

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ​ໄດ້​​ໃຫ້​ຮູ້​ໃນກອງ​ປະຊຸມ ສະ​ໄໝ​ສາມັນ ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​​ໃນຕອນ​ເຊົ້າ ​ວັນ​ທີ 7 ມິຖຸນາ 2018 ນີ້ວ່າ: ຕະຫລອດ​ໄລຍະ​ຜ່ານ​ມາ ​ໄດ້​ເອົາ​ໃຈ​ໃສ່​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່ ວຽກງານ​ການທ່ອງທ່ຽວ ຜ່ານ​ສື່​ມວນ​ຊົນ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຜົນສຳ​ເລັດ. ​ໃນ​​ໄຕ​ມາດ​ທຳ​ອິດ ຂອງ​ປີ 2018 ​ເຫັນ​ວ່າ​ມີນັກທ່ອງທ່ຽວ ​ເຂົ້າ​ມາ​ທ່ຽວຢູ່ ສປປ ລາວ ຈຳນວນ 1.067 ຄົນ, ທຽບ​ໃສ່​ໄລຍະ​ດຽວກັນ ​ໃນ​ປີຜ່ານມາ ​ເພີ່ມ​ຂຶ້ນ 2,11%.

ທ່ານ ລັດຖະມົນຕີ ຖວທ ກ່າວ​ຕື່ມ​ວ່າ: ​ເຖິງ​ວ່າການ​ເພີ່ມ​ຂຶ້ນ​ຂອງ​ນັກທ່ອງທ່ຽວ ຈະ​ບໍ່ຫລາຍ​ໃນ​ໄຕ​ມາດ​ທີ 1 ​ແຕ່​ເຊື່ອ​ວ່າ​ໃນ​ໄຕ​ມາດ​ທີ 4 ຫລື​ ທ້າຍ​ປີ​ 2018 ນີ້ ​ເຊິ່ງ​ເປັນ​ລະດູ​ການ​ຂອງການທ່ອງທ່ຽວ ນັກທ່ອງທ່ຽວຈະ​ເຂົ້າ​ມາ​ທ່ຽວຢູ່​ລາວ​ເພີ່ມ​ຂຶ້ນ​ອີກ ​ແລະ ຈະ​ສາມ​າດບັນລຸ​ຕົວ​ເລກ​ທີ່​ວາງ​ໄວ້. ​ແນວ​ໃດ​ກໍ​ຕາມ ​ໃນ​ໄລຍະ​ຜ່ານ​ມາ ​ເຫັນ​ວ່າ​ມີ​ນັກທ່ອງທ່ຽວ​ເຂົ້າ​ມາ​ທ່ຽວຢູ່ ສປປ ລາວ​ ຫລາຍ​ກວ່າ 4 ລ້ານ​ຄົນ/ປີ, ​ໄດ້​ກວມ 60% ຂອງ​ປະຊາກອນ​ລາວ ​ເຊິ່ງ​ເປັນ​ຜົນສຳ​ເລັດ​ອັນ​ເພິ່ງ​ພໍ​ໃຈ​ສົມຄວນ ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ທີ່​ມີ​ການ​ພັດທະນາ. ສ່ວນການ​ປະຕິບັດ​ກິດຈະກຳ ສະຫລອງ​ປີ​ທ່ອງທ່ຽວ 2018 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ຂະ​ບວນຟົດຟື້ນ, ບັນດາ​ຂະ​ແໜງການ​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ ກໍ​ໄດ້​ຈັດ​ຕັ້ງ​ປະຕິບັດ ​ໂດຍ​ຕິດ​ພັນ​ກັບ​ງານ​ບຸນ​ປະ​ເພນີ​ ຂອງ​ເຜົ່າ​ຕ່າງໆ ​ເຊິ່ງປັດຈຸບັນ​ໄດ້​ສຳ​ເລັດ​ແລ້ວ 13 ​ແຂວງ, ສ່ວນ​ທີ່​ເຫລືອຈະ​ສືບຕໍ່ດຳ​ເນີນ​ກິດຈະກຳ ​ໃຫ້​ຫລາກ​ຫລາຍ​ຕື່ມ​ອີກ ​ເພື່ອ​ດຶງ​ດູດ​ນັກ​ທ່ອງທ່ຽວ​ໃຫ້​ຫລາຍ​ຂຶ້ນ.

ທ່ານ ບໍ່ແສງຄຳ ວົງດາລາ ຍັງ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຈິງ ກໍ​ຄື ​ຄວາມ​ຫຍຸ້ງຍາກ​ຂອງ​ວຽກງານ​​ການທ່ອງທ່ຽວຢູ່​ລາວ ​ເປັນຕົ້ນ ການ​ເຂົ້າ-​ອອກ​ເມືອງ​ຢູ່​ດ່ານ​ຕ່າງໆ, ການ​ເກັບ​ຄ່າ​ຂົນ​ສົ່ງ​​ໂດຍສານ ຍັງ​ບໍ່​ເປັນ​ລະບົບ, ການ​ເກັບ​ຄ່າ​ຜ່ານ​ປະຕູ​ເຂົ້າ​ແຫ​ລ່ງ​ທ່ອງທ່ຽວ ຍັງ​ບໍ່ສົມ​ເຫດ​ສົມ​ຜົນ, ຄ່າ​ຄອງ​ຊີບ ຢູ່​ແຂວງ​ຕ່າງໆ​ທົ່ວ​ປະ​ເທດຍັງ​ສູງ. ສິ່ງ​ສຳຄັນ​ການ​ພັດທະນາ ​ແລະ ການບໍລິການ ຂອງ​ແຫ​ລ່ງ​ທ່ອງທ່ຽວ ຍັງ​ບໍ່ທັນ​ດີ​ເທົ່າ​ທີ່​ຄວນ, ສິ່ງ​ອຳນວຍ​ຄວາມ​ສະດວກ ລວມທັງ​ບັນຫາ​ ຄວາມ​ປອດ​ໄພ​ແກ່​ນັກທ່ອງທ່ຽວຍັງ​ບໍ່ສູງ, ນອກ​ນັ້ນ ຍັງ​ຂາດ​ຜູ້ນຳ​ທ່ຽວທີ່​ມີ​ປະສົບ​ການ ​ແລະ ພາສາ​ຕ່າງປະ​ເທດທີ່​ແນ່ນອນ ​ເຊິ່ງລັດຖະບານ ກໍ​ຄື​ກະຊວງ ຖວທ ຈະ​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ​ຢ່າງ​ຮີບ​ດ່ວນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.