ສະມາຄົມຄົນຫວຽດ ແຂວງຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ 9

15:24 | 11/06/2018

ຍ​ສ​ໝ - ທ່ານ ແສງທອງ ປະກຸມທອງ ຄະນະປະຈຳພັກແຂວງ ແຂວງຄຳມ່ວນ ຕີລາຄາສູງ ຜົນສຳເລັດທີ່ ສະມາຄົມຄົນຫວຽດນາມ ແຂວງຄຳມ່ວນບັນລຸໄດ້.

ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ທີ່​ເມືອງ ທ່າ​ແຂກ, ​ແຂວງ ຄຳ​ມ່ວນ ພາກ​ກາງ​ຂອງ​ລາວ, ສະ​ມາ​ຄົມ​ຄົນ​ຫວຽດ​ນາມ​ແຂວງ​ຄຳ​ມ່ວນ, ໄດ້ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ່​ແທນ ສະ​ມາ​ຄົມ​ຄົນ​ຫວຽດ​ນາມ ແຂວງ​ຄຳ​ມ່ວນ ຄັ້ງ​ທີ 9 ສະ​ໄໝ 2018-2022.

ສະມາຄົມຄົນຫວຽດ ແຂວງຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ 9

ທ່ານ ເຈິ່ນ​ວັນ​ເທາະ ຕ່າງ​ໜ້າ​ຄະ​ນະ​ຜູ່​ແທນ​ສະ​ມາ​ຄົມ​ຂື້ນ​ກ່າວ​ເປີດ​ກອງ​ປະ​ຊຸມ.

ຜ່ານ​ບົດ​ລາຍ​ງານ​ສະ​ຫຼຸບ​ສະ​ໄໝ​ທີ 8 ເຫັນ​ວ່າ: ໃນ​ສະ​ໄໝ​ປີ 2012-2018 ຂອງ​ສະ​ມາ​ຄົມ​ຄົນ​ຫວຽດ​ນາມ ແຂວງ​ຄຳ​ມ່ວນ, ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ ການ​ເມືອງ-ສັງ​ຄົມ, ການ​ພົວ​ພັນ​ສຳ​ຄັນຫຼາຍໆ​ເຫດ​ການ​ກັບ​ສອງ​ຊາດ ຫວຽດ​ນາມ ແລະ ລາວ. ພິ​ເສດ ປີ 2017 ທີ່​ຜ່ານ​ມາ ສອງ​ພັກ, ສ​ອງ​ລັດ ໄດ້​ກຳ​ນົດ "ປີ​ສາ​ມັກ​ຄີ​ມິດ​ຕ​ະ​ພາບ ຫວຽດ​ນາມ-ລາວ, ແລະ ລາວ​-ຫວຽດ​ນາມ" ທັງ​ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ຫຼາຍໆ​ການ​ເຄື່ອນ​ໄຫວ​ຂື້ນ​ເພື່ອ​ຄຳ​ນັບ​ຮັບ​ຕ້ອນ 55 ປີ ​ວັນ​ສ້າງ​ຕັ້ງ​ສາ​ຍ​ສຳ​ພັນ​ທາງ​ການ​ທູດ, 40 ປີ ວັນວັນ​ເຊັນ​ສົນ​ທິ​ສັນຍາ​ມິດ​ຕ​ະ​ພາບ, ຮ່​ວມ​ມື​ຮອບ​ດ້ານ​ລາວ​-ຫວຽດ​ນາມ ແລະ ຫວຽດ​ນາມ-ລາວ.

ສະມາຄົມຄົນຫວຽດ ແຂວງຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ 9

ຜູ່​ແທນ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ບໍ​ລິ​ຫານ​ງານ ແລະ ປະ​ທານ​ສະ​ມາ​ຄົມ.

ຄຽງ​ຄູ່​ກັນ​ນັ້ນ ເຖິງວ່າ​ຈະ​ຍັງ​ພົບ​ຄວາມ​ຫຍຸ້ງ​ຍາ​ກ​ເນື່ອງ​ຈາກ​ໄພ​ທຳ​ມະ​ຊາດ, ແຕ່​ທັງ​ສອງ​ຊາດ​ຍັງ​ຄົງ​ຢືນ​ຢັດ​ໄດ້​ຕາມ​ການ​ເຕັ້ນ​ຂອງ​ການ​ຂະ​ຫຍາຍ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ສູງ; ການ​ຕ່າງ​ປະ​ເທດ​ໄດ້​ຖືກ​ເສີມ​ຂະ​ຫຍາຍ ແລະ ພັດ​ທະ​ນາ; ຄວາມ​ສະ​ຫງົບ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ດ້ານ​ປ້ອງ​ກັນ​ປ​ະ​ເທດ​ມີ​ຄວາມ​ສະ​ຖຽນ​ລະ​ພາບ; ຊີ​ວິ​ດ​ການ​ເປັນ​ຢູ່​ປະ​ຊາ​ຊົນ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ແລະ​ປັບ​ປຸງ​ດີ​ຂື້ນ​ຈາກ​ພັກ-ລັດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.